ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຕັດສິນໃຈທີ່ຈະຍຸຕິ ໂຄງການຂອງ
ອົງການສືບລັບ ຫຼື CIA ເພື່ອປະກອບອາວຸດ ແລະຝຶກແອບ ໃຫ້ກຸ່ມຕໍ່ຕ້ານລັດຖະບານ
ຊີເຣຍຕ່າງໆ.
ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ ການຕັດສິນໃຈດັ່ງກ່າວ ໄດ້ມີຂຶ້ນປະມານ
ນຶ່ງເດືອນກ່ອນໜ້ານີ້ ຫຼັງຈາກທ່ານທຣຳ ໄດ້ພົບປະກັບ ທີ່ປຶກສາດ້ານຄວາມໝັ້ນຄົງ
ແຫ່ງຊາດ ທ່ານ H.R. McMaster ແລະ ຜູ້ອຳນວຍການອົງການ CIA ທ່ານ Mike
Pompeo.
ໂຄສົກທຳນຽບຂາວ ທ່ານນາງ Sarah Huckabee Sanders ໄດ້ປະຕິເສດ ທີ່ຈະ
ໃຫ້ຄຳເຫັນ ກ່ຽວກັບເລື່ອງດັ່ງກ່າວ ໃນເວລາທີ່ມີການຖາມ ກ່ຽວກັບເລື່ອງນີ້ ໃນ ລະ
ຫວ່າງ ກອງປະຊຸມບັນດານັກຂ່າວ ໃນວັນພຸດວານນີ້.
ໂຄງການດັ່ງກ່າວ ໄດ້ເລີ່ມຕົ້ນຂຶ້ນ ໃນປີ 2013 ພາຍໃຕ້ ອະດີດປະທານາທິບໍດີ
ບາຣັກ ໂອບາມາ ໂດຍມີເປົ້າໝາຍ ເພື່ອເສີມຂະຫຍາຍກຳລັງ ພວກຕໍ່ຕ້ານລັດ
ຖະບານ ທີ່ນິຍົມແນວທາງປານກາງ ໃນການຕໍ່ສູ້ຕ້ານຢັນ ກັບ ປະທານາທິບໍດີ
ຊີເຣຍ Bashar al-Assad ແລະ ກົດດັນໃຫ້ ລັດຖະບານຊີເຣຍ ເປີດການ
ເຈລະຈາ ເພື່ອຍຸຕິສົງຄາມກາງເມືອງ ໃນປະເທດດັ່ງກ່າວ.
ໃນເບື້ອງຕົ້ນ ໄດ້ມີຫຼາຍໆຄຳຖາມ ກ່ຽວກັບປະສິດທິພາບຂອງແຜນການດັ່ງກ່າວ
ພ້ອມກັນກັບຄວາມເປັນຫ່ວງຕ່າງໆ ໃນເລື່ອງອາວຸດ ທີ່ສະໜອງໂດຍ ສະຫະລັດ
ຈະຕົກໄປຢູ່ໃນກຳມືຂອງ ພວກຫົວຮຸນແຮງ.
ບັນດາເຈົ້າໜ້າທີ່ ຜູ້ທີ່ໄດ້ບັນລະຍາ ການຕັດສິນໃຈຂອງທ່ານທຣຳ ນັ້ນ ໄດ້ກ່າວວ່າ
ມັນເປັນພາກສ່ວນນຶ່ງ ຂອງຄວາມພະຍາຍາມຂອງລັດຖະບານຂອງທ່ານ ເພື່ອປັບ
ປຸງສາຍພົວພັນ ກັບຣັດເຊຍ ຊຶ່ງໄດ້ທຳການຕໍ່ສູ້ ຢູ່ໃນຊີເຣຍ ຕັ້ງແຕ່ທ້າຍປີ 2015
ເປັນຕົ້ນມາ ໃນການສະໜັບສະໜູນ ທ່ານ Assad.
ຣັດເຊຍ ໄດ້ເລີ່ມການປະຕິບັດງານທາງທະຫານຂອງຕົນ ໃນຊີເຣຍ ດ້ວຍເປົ້າໝາຍ
ທີ່ໄດ້ຕັ້ງໄວ້ ເພື່ອຕໍ່ສູ້ກຸ່ມລັດອິສລາມ ແຕ່ຕົນໄດ້ປະເຊີນ ກັບການຕຳນິຕິຕຽນ ຫຼັງຈາກ
ໄດ້ແນເປົ້າໝາຍໃສ່ພວກນັກຕໍ່ສູ້ ຕໍ່ຕ້ານລັດຖະບານ ລວມທັງພວກທີ່ໄດ້ຮັບການໜູນ
ຫຼັງໂດຍ ສະຫະລັດ ນຳດ້ວຍ.
ກອງທັບສະຫະລັດ ຈະສືບຕໍ່ນຳພາກຳລັງແນວໂຮມ ດຳເນີນການໂຈມຕີທາງອາກາດ
ໃສ່ເປົ້າໝາຍຕ່າງໆ ຂອງກຸ່ມລັດອິສລາມ ໃນຊີເຣຍ ແລະ ປະເທດເພື່ອນບ້ານ ຄື ອີຣັກ
ແລະ ຍັງຈະສືບຕໍ່ປະກອບອາວຸດ ແລະ ຝຶກແອບ ໃຫ້ແກ່ກຸ່ມຕໍ່ຕ້ານລັດຖະບານຊີເຣຍ
ອື່ນໆ ປະກອບດ້ວຍ ກຳລັງປະຊາທິປະໄຕ ຂອງຊີເຣຍ ຊຶ່ງ ເປັນນັກຕໍ່ສູ້ຊາວເຄີດ
ສ່ວນໃຫຍ່ ແລະ ໃນປັດຈຸບັນໄດ້ເຂົ້າຮ່ວມການຕໍ່ສູ້ ເພື່ອຂັບໄລ່ພວກຫົວຮຸນແຮງ
ລັດອິສລາມ ອອກໄປຈາກ ເມືອງ Raqqa ທີ່ພວກເຂົາໄດ້ປະກາດວ່າເປັນເມືອງຫຼວງ
ຂອງພວກເຂົານັ້ນ.