ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ມີລາຍງານວ່າ Rwanda ທໍລະ​ມານ​​ ທຸບ​ຕີ ​ເອົາ​ໄຟຟ້າ​ຈີ້ ​ແລະ​​ປະຫານຊີວິດ ພວກ​ທີ່​ຖືກ ​ຄຸມ​ຂັງ ​ເພື່ອ​ຄົ້ນ​ຫາ​ຂໍ້​ມູນ​ຫຼັກ​ຖານ


ພວກກະບົດຊາວຄອງໂກ M23 ຈັບກຸມທະຫານຂອງພວກ ກະບົດ FDLR (Force Democratique de Liberation du Rwanda) ຜູ້ທີ່ກັບຄືນໄປຍັງ Rwanda ໃກ້ໆກັບ Kibumba, Goma ເໜືອ, 27 ພະຈິກ, 2012.

ອົງການມະນຸດສະທຳ ຫຼື Human Right Watch ກ່າວ​ວ່າ ພວກ​ທະຫານ Rwanda
ໄດ້​ທໍລະ​ມານພວກ​ທີ່​ຖືກ​ຄຸມ​ຂັງ ຢ່າງ​ຕໍ່​ເນື່ອງ​ ອັນ​ຮວມມີ ການ​ທຸບ​ຕີ ​ເອົາ​ໄຟຟ້າ​ຈີ້ ​ແລະ​
ທຳ​ການ​ປະຫານຊີວິດ ​ເພື່ອ​ຄົ້ນ​ຫາ​ຂໍ້​ມູນ​ຫຼັກ​ຖານ.

ອົງການ​ດັ່ງກ່າວ ​ທີ່​ມີ​ສຳນັກງານ​ຢູ່ນະຄອນ New York ​ໄດ້​ອອກ​ລາຍ​ງານ​ສະບັບ​ນຶ່ງ ​
ທີ່​ມີ 91 ໜ້າ​ ໃນ​ວັນ​ອັງ​ຄານ​ມື້​ນີ້ ທີ່​ເປີດ​ເຜີຍ ຈຳນວນ 104 ລາຍ ຂອງ​ພວກ​ຜູ້​ຄົນ ທີ່​ຖືກ
​ຈັບ​ກຸມ​ຄຸມ​ຂັງ ຢ່າງ​ຜິດ​ກົດໝາຍ ​ໃນຄຸກ​ທະຫານ​ຂອງ Rwanda ລະຫວ່າງ​ປີ 2010
ຫາ 2016. ພວກ​ທີ່​ຖືກ​ຄຸມ​ຂັງ ຫຼາຍ​ຄົນ ​ແມ່ນ​ມີ​ຄະດີ ທີ່ສົງ​ໄສ​ວ່າ ​ເປັນ​ສະມາຊິກຫຼື​ບໍ່​
ກໍ​ປະ​ກອບ ສ່ວນ​ກັບ​ກອງ​ກຳລັງ​ປະຊາທິປະ​ໄຕ​ເພື່ອ​ປົດ​ປ່ອຍ Rwanda ຊຶ່ງ​ສ່ວນ​ໃຫຍ່
​ແມ່ນກອງ​ກຳລັງ​ຊົນ​ກຸ່ມ Hutu Rwanda ທີ່​ຕັ້ງ​ຢູ່ ​ໃນ​ສາທາລະນະ​ລັດ ຄອງ​ໂກ. ສະມາ
ຊິກ​ບາງ​ຄົນໃນ​ກຸ່ມດັ່ງກ່າວ ຖືກ​ສົງ​ໄສ​ວ່າ ອາດ​ຈະ​ພົວພັນ​ໃນ​ການ​ຂ້າ​ລ້າງ​ເຜົ່າ​ພັນ.

ພວກ​ເຄາະ​ຮ້າຍ​ດັ່ງກ່າວຫຼາຍຄົນ ​ໄດ້​ບອກ​ກັບຄະນະ​ສືບສວນ​ຂອງ​ອົງການ Human
Right Watch ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຊັນຊື່ລົງ​ໃນ​ການ​ຮັບສາລະພາບທີ່ຜິດໆ ເພາະວ່າ
ພວກ​ເຂົາ​ບໍ່​ສາມາດທົນຕໍ່ການ​ທໍລະ​ມານ​ໄດ້​ອີກ​ຕໍ່​ໄປ​ ​ແລະ​ເຊື່ອ​ວ່າ​ພວກ​ເຂົາ​ເຈົ້າ​ແມ່ນ​
ໃກ້ຈະ​ຕາຍ​ຢູ່ແລ້ວ. ລາຍ​ງານດັ່ງກ່າວ​ຍັງໄດ້​ເວົ້າ​ອີກ​ວ່າ ​ການ​ທໍ​ລະ​ມານ ທາລຸນ​ຢ່າງ​
ເປັນ​ລະບົບ​ນັ້ນ​ ແມ່ນ​ຖືກ​ເມີນ​ເສີຍ​ຈາກພວກໄອ​ຍະ​ການ ​ແລະ​ຜູ້​ພິ​ພາກ​ສາ​ສານ
ທັງຫຼາຍເວລາພວກ​ເຄາະ​ຮ້າຍ​ນີ້ຮ້ອງທຸກ​ໄປ​.

ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ຈຳ​ນວນ​ພວກ​ເຄາະ​ຮ້າຍ ​ແມ່ນຈະ​ມີ​ສູງ​ກວ່າ ຈຳນວນ​ທີ່​ພວກ​ເຂົາ ​
ໄດ້​ຮັບ​ການ​ຢືນຢັນຕັ້ງຫຼາຍເທົ່າ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG