ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ຂະຫຍາຍ ບົດບາດ ການສູ້ລົບ ຂອງ ສຫລ ໃນອັຟການິສຖານ


ທະຫານມາຣີນ ສຫລ ພວມກະກຽມອອກເດີນທາງ ຫລັງຈາກສິ້ນສຸດ ການປະຕິບັດງານ ຂອງກຳລັງສູ້ລົບ ທະຫານມາຣີນ ແລະທະຫານອັງກິດ ທີ່ແຂວງ Helmand ປະເທດ Afghanistan (27 ຕຸລາ 2014)
ທະຫານມາຣີນ ສຫລ ພວມກະກຽມອອກເດີນທາງ ຫລັງຈາກສິ້ນສຸດ ການປະຕິບັດງານ ຂອງກຳລັງສູ້ລົບ ທະຫານມາຣີນ ແລະທະຫານອັງກິດ ທີ່ແຂວງ Helmand ປະເທດ Afghanistan (27 ຕຸລາ 2014)

ໜັງສືພິມທີ່ສຳຄັນສະບັບນຶ່ງຂອງສະຫະລັດລາຍງານວ່າ ປະທາ
ນາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ເຊັນຄຳສັ່ງລັບສະ
ບັບນຶ່ງ ເພື່ອຕໍ່ອາຍຸບົດບາດໃນການປະຕິບັດພາລະກິດຂອງທະ
ຫານສະຫະລັດ ຢູ່ໃນອັຟການິສຖານ ອອກໄປຕື່ມອີກນຶ່ງປີ.

ໜັງສືພິມ New York Times ກ່າວຢູ່ໃນລາຍງານທີ່ພິມເຜີຍແຜ່
ໃນເວັບໄຊທ໌ຂອງຕົນ ເມື່ອແລງວັນສຸກວານນີ້ວ່າ ຄຳສັ່ງນີ້ ແມ່ນ
ຄ້ຳປະກັນວ່າ ທະຫານອາເມຣິກັນຈະມີບົດບາດໂດຍກົງໃນການ
ສູ້ລົບ ຢູ່ປະເທດທີ່ປະສົບໄພສົງຄາມດັ່ງກ່າວ ຕື່ມອີກ ຢ່າງໜ້ອຍ
ນຶ່ງປີ.

ປະທານາທິບໍດີໂອບາມາ ກ່າວໃນຕົ້ນປີນີ້ວ່າ ທະຫານອາເມຣິກັນຈະບໍ່ມີບົດບາດໃນການ ສູ້ລົບ ຢູ່ໃນອັຟການິສຖານ ໃນປີ 2015. ທ່ານເວົ້າວ່າ ທະຫານອາເມຣິກັນ ທີ່ຍັງເຫລືອຢູ່ 9,800 ຄົນໃນອັຟການິສຖານຈະມີໜ້າທີ່ຈຳກັດແຕ່ໃນການເຝິກແອບທະຫານອັຟການິສ ຖານ ແລະການປະຕິບັດງານຊອກຄົ້ນຫາສະມາຊິກຂອງກຸ່ມອາລກາອີດາທໍ່ນັ້ນ.

ໜັງສືພິມ New York Times ລາຍງານວ່າ ປະທານາທິບໍດີ ໄດ້ຕັດສິນໃຈ ຂະຫຍາຍບົດ ບາດຂອງທະຫານອາເມຣິກັນຢູ່ໃນອັຟການິສຖານ ໃນກອງປະຊຸມຂອງທຳນຽບຂາວເມື່ອ ບໍ່ເທົ່າໃດອາທິດຜ່ານມານີ້ພ້ອມດ້ວຍທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງທ່ານ.

ໜັງສືພິມດັ່ງກ່າວເວົ້າວ່າ ຄຳສັ່ງຂອງປະທານາທິບໍດີໂອບາມາ ໄດ້ອະນຸມັດໃຫ້ມີການໂຈມ ຕີທາງອາກາດຂອງອາເມຣິກັນ ສຸດແລ້ວແຕ່ສະພາບການ ເພື່ອໃຫ້ການສະໜັບສະໜຸນຕໍ່ ການປະຕິບັດງານຂອງທະຫານອັຟການິຖສານ. ຄຳສັ່ງນີ້ ຍັງໄດ້ອະນຸຍາດໃຫ້ກຳລັງພາກ ພື້ນດິນຕິດຕາມໄປນຳທະຫານອັຟການິສຖານໄດ້ເປັນບາງຄັ້ງບາງຄາວໃນການປະຕິບັດ ງານຕໍ່ຕ້ານກຸ່ມຕາລີບານ.

XS
SM
MD
LG