ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜ່ນດິນໄຫວຈາກການທົດລອງ ລະເບີດນິວເຄລຍ ເກົາຫຼີເໜືອ ສັງຫານ ປະຊາຊົນ ຫຼາຍສິບຄົນ


ຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ສະແດງຄວາມດີໃຈ ໃນລະຫວ່າງການສະເຫຼີ່ມສະຫຼອງ ສຳລັບນັກວິທະຍາສາດ
ນິວເຄລຍ ແລະ ນັກວິສະວະກອນຜູ້ທີ່ໄດ້ປະກອບສ່ວນເຂົ້າໃນ ການທົດລອງລະເບີດ ໄຮໂດຣເຈັນ. ພາບໄດ້ມາຈາກອົງການຂ່າວສູນກາງຂອງເກົາຫຼີເໜືອ, 10 ກັນຍາ, 2017.
ຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ສະແດງຄວາມດີໃຈ ໃນລະຫວ່າງການສະເຫຼີ່ມສະຫຼອງ ສຳລັບນັກວິທະຍາສາດ ນິວເຄລຍ ແລະ ນັກວິສະວະກອນຜູ້ທີ່ໄດ້ປະກອບສ່ວນເຂົ້າໃນ ການທົດລອງລະເບີດ ໄຮໂດຣເຈັນ. ພາບໄດ້ມາຈາກອົງການຂ່າວສູນກາງຂອງເກົາຫຼີເໜືອ, 10 ກັນຍາ, 2017.

ແຜ່ນດິນໄຫວທີ່ບໍ່ໄດ້ເກີດຂື້ນຕາມທຳມະຊາດ ເຊິ່ງມີສາເຫດມາຈາກການທົດລອງລະ
ເບີດນິວເຄລຍໂດຍ ເກົາຫຼີເໜືອ ໃນເດືອນກັນຍາທີ່ຜ່ານມານັ້ນ ຖືກລາຍງານວ່າ ໄດ້
ເຮັດໃຫ້ຕຶກຫຼາຍຫຼັງພັກລົງມາ ແລະ ປະຊາຊົນຈຳນວນຫຼາຍເສຍຊີວິດ, ລວມທັງເດັກ
ນ້ອຍນັກຮຽນ, ອີງຕາມການລາຍງານຂອງສື່ມວນຊົນ ເກົາຫຼີໃຕ້ ໃນສັບປະດານີ້.

ໃນວັນທີ 3 ກັນຍາທີ່ຜ່ານມາ, ເກົາຫຼີເໜືອ ໄດ້ດຳເນີນການທົດລອງລະເບີດນິວເຄລຍ
ຄັ້ງທີ 6 ຂອງເຂົາເຈົ້າ, ໂດຍໄດ້ປະສົບຄວາມສຳເລັດໃນການລະເບີດລະເບີດນິວ
ເຄລຍຄວາມຮ້ອນ ໄຮໂດຣເຈັນ, ອັນທີ່ສາມາດຕິດເຂົ້າໃສ່ລູກສອງໄຟຂີປະນາວຸດ
ຂ້າມທະວີບ.

ແຮງລະເບີດໄດ້ສ້າງແຜ່ນດິນໄຫວລະດັບຕື້ນໃນພາກພື້ນ ປຶງກາຍ-ຣີ, ເປັນທີ່ຕັ້ງ
ຂອງບ່ອນທົດລອງລະເບີດນິວເຄລຍຂອງ ເກົາຫຼີເໜືອ, ຜູ້ຊຳນານວິຊາແຜ່ນດິນໄຫວ
ລັດຖະບານ ສະຫະລັດ ແລະ ຈີນ ໄດ້ລາຍງານໃນເວລານັ້ນ. ບັນດາເຈົ້າໜ້າທີ່ໃນ ຍີ່ປຸ່ນ,
ເກົາຫຼີໃຕ້, ແລະ ບັນດາຜູ້ຊ່ຽວຊານຂອງອົງການທີ່ບໍ່ຂຶ້ນກັບລັດຖະບານຈຳນວນຫຼາຍ
ໃນ ສະຫະລັດ ໄດ້ຢືນຢັນວ່າ ແຜ່ນດິນໄຫວຫຼາຍຄັ້ງ ເບິ່ງຄືວ່າຈະແມ່ນຜົນຂອງການທົດ
ລອງລະເບີດນິວເຄລຍ.

ແຫຼ່ງຂ່າວທີ່ບໍ່ອອກຊື່, ຜູ້ທີ່ໄດ້ໄປຢ້ຽມຢາມບ້ານແຫ່ງນຶ່ງເມື່ອບໍ່ດົນມານີ້ ປະມານ 8 ກິໂລ
ແມັດຈາກພາກພື້ນ ປຶງກາຍ-ຣີ ໄດ້ອະທິບາຍຄວາມເສຍຫາຍຕໍ່ສະຖາບັນການພັດ
ທະນາ ເກົາຫຼີໃຕ້ ແລະ ເໜືອ, ເຊິ່ງແມ່ນສະຖາບັນການຄົ້ນຄວ້າທີ່ເຮັດວຽກກັບຜູ້ຫຼົບໜີ
ອອກຈາກ ເກົາຫຼີເໜືອ, ອີງຕາມລາຍງານຂອງໜັງສືພິມ ໂຈຊຸນ ອິລໂບ ຂອງເກົາຫຼີໃຕ້.

ແຫຼ່ງຂ່າວໄດ້ກ່າວວ່າ ເຮືອນ ແລະ ໂຮງຮຽນຫຼາຍຫຼັງໄດ້ພັງລົງໃນບ້ານ ຊິນດອງ-ຣີ
ແລະ ວ່າປະຊາຊົນຫຼາຍສິບຄົນໄດ້ເສຍຊີິວິດ ແລະ ບາດເຈັບ.

ອີງຕາມໜັງສືພິມ ໂຈຊຸນ ອິລໂບ, ແຫຼ່ງຂ່າວໄດ້ກ່າວວ່າ “ວັນທີ 3 ກັນຍາແມ່ນວັນອາທິດ,
ແຕ່ນັກຮຽນປະມານ 150 ຄົນໄດ້ລໍຖ້າຢູ່ໃນຫ້ອງຮຽນຂອງເຂົາເຈົ້າເພື່ອເຮັດວຽກບາງ
ຢ່າງ. ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບໄດ້ມີຂຶ້ນ ເມື່ອເຄິ່ງນຶ່ງຂອງຕຶກໂຮງຮຽນໄດ້ພັງ
ລົງມາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG