ຍາດຕິພີ່ນ້ອງຂອງແມ່ຍິງຫຼາຍສິບຄົນຂອງພວກນັກລົບອິສລາມ (IS) ທີ່
ຢູ່ໃນສູນອົບພະຍົບຂອງເມືອງໂມຊູລ ໄດ້ປະເຊີນໜ້າກັບການລົບກວນ
ແລະລວນລາມທາງເພດ ຢູ່ໃນກຳມືຂອງກຳລັງຮັກສາຄວາມປອດໄພອີຣັກ
ອີງຕາມລາຍງານຮວມອາທິດນີ້ ໂດຍລະບົບລາຍງານອີຣັກໃນການສຶບ
ສວນຂອງນັກຂ່າວ ແລະທີມສືບສວນໂມຊູລ.
ລາຍງານທີ່ໄດ້ຖືກປະຕິເສດໂດຍຄະນະກຳມາທິການສູງສຸດດ້ານສິດທິມະ
ນຸດອີຣັກ (IHCHR) ກ່າວວ່າ ຕົນໄດ້ບັນທຶກ 16 ກໍລະນີ ໃນຈຳນວນ 36
ຄະດີ “ທີ່ໄດ້ຖືກຢືນຢັນ” ການທຳຮ້າຍທາງເພດແກ່ແມ່ຍິງ ທີ່ເປັນຍາດຕິ
ພີ່ນ້ອງຂອງພວກນັກລົບ IS ລະຫວ່າງສາມເດືອນ ຂອງການສືບສວນ
ຮວມທັງພວກບໍ່ເຖິງກະສຽນອາຍຸ ລະຫວ່າງ 15 ຫາ 18 ປີ.
ລາຍງານກ່າວວ່າ ເຂົາເຈົ້າຫຼາຍຄົນ ໄດ້ພາກັນຂ້າໂຕຕາຍ ເນື່ອງຈາກ
ຄວາມຢ້ານກົວການທຳຮ້າຍ.
ທ່ານດະໂລວານ ບາຣວາຣີ ນັກຂຽນທີ່ນຳພາລາຍງານນັ້ນ ໄດ້ກ່າວຢູ່ໃນ
ການໃຫ້ສຳພາດກັບ ວີໂອເອ ວ່າ "ພວກແມ່ຍິງເຫລົ່ານີ້ໄດ້ຖືກລົງໂທດ
ແທນພໍ່ ແທນສາມີ ແທນອ້າຍແລະນ້ອງຊາຍຂອງເຂົາເຈົ້າ ຜູ້ທີ່ໄດ້ເຂົ້າ
ຮ່ວມຢູ່ກັບພວກລັດອິສລາມ. ຖ້າຫາກເຂົາເຈົ້າຕຳນິຕິຕຽນຕ້ານການ
ທຳຮ້າຍ ເຂົາເຈົ້າຈະຖືກກ່າວຫາທັນທີວ່າກໍ່ການຮ້າຍ."
ທ່ານບາວາຣີ ກ່າວວ່າ ພວກແມ່ຍິງທີ່ຖືກສຳພາດລາຍງານວ່າ ໄດ້ຖືກຂໍ
ໃຫ້ຮ່ວມເພດໂດຍກຳລັງຮັກສາຄວາມປອດໄພອີຣັກ ແລະພວກລະດົມ
ກຳລັງຂອງພວກຊີໄອ (PMF) ບໍດັ່ງນັ້ນຈະໄດ້ປະເຊີນໜ້າກັບການຖືກລົບກວນຕ່າງໆ ຮວມທັງການກວດຄົ້ນຢູ່ເລື້ອຍໆ ການສືບສວນ ແລະຍຶດ
ເອົາເອກກະສານອື່ນໆຂອງເຂົາເຈົ້າໄປ.
ໃນຂະນະທີ່ພວກແມ່ຍິງຈາກຄອບຄົວທີ່ຮັ່ງມີ ສາມາດຫລີກລ່ຽງການ
ລົບກວນດັ່ງກ່າວນີ້ໄດ້ ໂດຍຜ່ານທາງໃຫ້ສິນບົນ ພວກທີ່ມີເງິນຈຳກັດ
ນັ້ນຕ້ອງໄດ້ປະຕິບັດຕາມ.
ທ່ານບາຣວາຣີ ກ່າວເພີ້ມວ່າ “ເຮືອນ ແລະຜາມຈຳນວນນຶ່ງຢູ່ໃນສູນ
ອົບພະຍົບ ໄດ້ກາຍມາເປັນບ່ອນເຕົ້າໂຮມພວກຜູ້ຊາຍ ບ່ອນທີ່ແມ່ຍິງ
ເຫລົ່ານັ້ນຖືກບັງຄັບໃຫ້ຮັບເອົາການລວນລາມທາງເພດ ໃນການແລກ
ປ່ຽນກັບເງິນ 3 ໂດລາ ຫຼືອາຫານໜ້ອຍນຶ່ງ. ເຂົາເຈົ້າໄດ້ພາກັນຢູ່ໃນສະ
ພາບການທີ່ຖືກຄວບຄຸມ ໂດຍບໍ່ມີທາງເລືອກທີ່ເຫຼືອໄວ້ໃຫ້.”