ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ CIA ແລະ Mossad ສັງຫານ ຜູ້ບັນຊາການ ຂັ້ນສູງ ຂອງກຸ່ມ Hezbollah


ບັນດາສະມາຊິກ Hezbollah ແບກຫີບສົບຂອງ ທ້າວ Moughniyah ໃນພິທີສົ່ງສະການ ທີ່ເບຣຸດ.
ບັນດາສະມາຊິກ Hezbollah ແບກຫີບສົບຂອງ ທ້າວ Moughniyah ໃນພິທີສົ່ງສະການ ທີ່ເບຣຸດ.

ໜັງ​ສື​ພິມທີ່ສຳຄັນສະບັບນຶ່ງຂອງສະຫະລັດ ກ່າວ​ວ່າ ບັນດາ
​ອົງ​ການ​ສືບ​ລັບ​ຂອງສະຫະລັດ ​ແລະ​ອິສຣາ​ແອ​ລ ​ໄດ້​ປະ​ຕິ​ບັດ​
ງານ​ຮ່ວມກັນ​ໃນ​ເດືອນ​ກຸ​ມພາ ປີ 2008 ​ເພື່ອ​ສັງຫານ ຜູ້​ບັນຊາ​
ການ​ຂັ້ນ​ສູງ​ຄົນ​ນຶ່ງຂອງກຸ່ມ Hezbollah ​ຢູ່ໃນ​ນະຄອນ
Damuscas.

ລາຍ​ງານຢູ່​ໃນໜັງສືພິມ The Washington Post ອ້າງແຫຼ່ງ
ຂ່າວ ອະດີດ​ບັນດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ທີ່​ຂໍສະຫງວນ​ຊື່ ທີ່ກ່າວວ່າ
ອົງການ​ສືບ​ລັບ CIA ​ແລະ Mossad ​ໄດ້​ຮ່ວມມື​ກັນ ​ໃນ​ຄວາມ​
ພະຍາ​ມຍາມ​ຂອງ​ເຂົາເຈົ້າ ເພື່ອຕາມລ່າ ​ແລະ​ສັງຫານ ທ້າວ
Imad Mughniyah ຫົວໜ້າ​ປະ​ຕິ​ບັດ​ງາ​ນຢູ່ໃນຕ່າງປະ​ເທດ​
ຂອງກຸ່ມ Hezbollah.

Imad Fayez Mughniyah (Photo: Wikipedia)
Imad Fayez Mughniyah (Photo: Wikipedia)

ລາຍງານດັ່ງກ່າວທີ່ພິມເຜີຍແຜ່​ຢູ່​ໃນ​ເວັບ​ໄຊທ໌ ​ຂອງໜັງ​ສື​ພິມ
​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ກ່າວ​ວ່າ ທ້າວ Mughniyah ​ໄດ້​
ຖືກ​ສັງຫານ​ໃນ​ທັນໃດ ດ້ວຍ​ລະ​ເບີດ​ ​ໃນ​ຂະນະ​ທີ່​ລາວກ້າວ​
ເຂົ້າໄປ​ຫາ​ລົດ​ຂອງ​ລາວ. ລາຍ​ງານ​ກ່າວ​ວ່າ ລະ​ເບີດ​ໄດ້​ຕິດ​
ຕັ້ງ​ໃສ່​ຕີນລົດເບື້ອງຫລັງ.

ລາຍ​ງານ​ກ່າວ​ວ່າ ລະ​ເບີດ​ດັ່ງກ່າວໄດ້ “ບີບຄະນວນໃຫ້ແຕກ
ຂຶ້ນຈາກໄລຍະໄກ" ທີ່ນະຄອນ Tel Aviv ​ໂດຍ​ບັນດາສາຍ
ລັບຂອງອົງການ Mossad ຜູ້​ທີ່​ໄດ້​ຕິດ​ຕໍ່​ກັບນັກສືບຂອງອົງ
ການ CIA ທີ່ໄດ້ຕິດຕາມສິ້ງ​ຊອມເບິ່ງການ​ເຄຶ່ອນ​ໄຫວ​ຂອງ ທ້າວMughniyah​.

ອະດີດ​ເຈົ້າ​ໜ້າ​ທີ່​ສືບ​ລັບ ສະຫະລັດ ຄົນ​ນຶ່ງ ກ່າວ​ວ່າ “ວິທີການປະຕິບັດງານນີ້ ສະຫະລັດ
ສາມ​າດ ປະຕິ​ເສດ ​ແລະ​ຍົກ​ເລີກໄດ້ ​ແຕ່ກໍບໍ່ໄດ້ກະທຳ.

ໜັງ​ສືພິມ The Washington Post ກ່າວ​ວ່າ “ການ​ປະສານ​ງານ​ຢ່າງ​ໃກ້​ຊິດເປັນພິ​ເສດ”
ລະຫວ່າງ ສະຫະລັດ ​ແລະໜ່ວຍ​ສຶບລັບ​ອິສຣາ​ແອ​ລ ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ “ຄວາມສຳ
ຄັນຂອງ​ເປົ້າ​ໝາຍ​” ຊຶ່ງຜູ້ກ່ຽວ ​ເປັນ​ຜູ້​ຕ້ອງ​ສົງ​ໄສ ເປັນ ​ຜູ້​ບົງ​ການ ຢູ່​ເບື້ອງ​ຫລັງ​ການ​ລັກພາ​
ໂຕປະກັນ ຊາວຕາ​ເວັນ​ຕົກ ຢູ່​ Lebanon ​ໃນຊຸມ​ປີ 1980 ​ແລະ ການວາງ​ລະ​ເບີດ​ໃນ​ປີ
1992 ​ຢູ່ສະຖານທູດອິສຣາ​ແອ​ລ ​ໃນປະເທດ Agentina ທີ່​ເຮັດ​ໃຫ້ 20 ຄົນ​ເສຍ​ຊີວິດ.

ໜັງສືພິມສະບັບນີ້​ກ່າວ​ວ່າ ​ໃນ​ເວລາທີ່ທ້າວ Mughniyah ​ເສຍ​ຊີວິດ​ນັ້ນ ຜູ້ກ່ຽວ ແມ່ນມີ
ສ່ວນ​ພົວພັນກັບ​ການ​ສັງຫານ​ຊາວ​ອາ​ເມຣິກັນ​ຫລາຍ​ຮ້ອຍ​ຄົນ ຮວມທັງ​ເຈົ້າ​ໜ້າ​ທີ່​ສື​ບລັບ
CIA ​ແປດ​ຄົນ.

XS
SM
MD
LG