ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຄົ້ນຫາຂໍ້ມູນ ຈາກທາງການ Saudi Arabia ກ່ຽວກັບ ຊາວອາເມຣິກັນ ທີ່ຖືກຄຸມຂັງ


​ແຜນ​ທີ່ Saudi Arabia
​ແຜນ​ທີ່ Saudi Arabia

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ຕົນ​ກຳລັງຊອກ​ຫາ
​ຂໍ້​ມູນ​ຢ່າງ​ລະອຽດ​ຈາກ​ລັດ ຖະບານ Saudi Arabia ກ່ຽວ​ກັບ
​ລາຍ​ງານ ທີ່​ວ່າ ຊາວ​ອາ​ເມຣິກັນ 9 ຄົນ ​ໄດ້​ຖືກ​ກັກ​ຂັງ​ຢູ່​ປະ​ເທດ
​ດັ່ງກ່າວ ໃນ​ຖານ​ສົງ​ໄສ​ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ.

​ໂຄສົກຂອງ​ກະຊວງ​ການ​ຕ່າງປະ​ເທດ ທ່ານ John Kirby ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ເຫັນ​ລາຍ​ງານ​ຂອງ​ສື່ມວນ​ຊົນ Saudi ກ່ຽວ​ກັບ​ການ​ກັກ​ຂັງ ​ແລະ​ວ່າພວກ​ນັກການ​ທູດກຳລັງ​ພົວພັນກັບ​ເຈົ້າ​ໜ້າ​ທີ່​ໃນນະຄອນ Riyadh ​ແລ້ວ. ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ ທ່ານ​ບໍ່​ໄດ້​ຮູ້​ດ້ວຍຊ້ຳ “​ເຖິງ​ການ​ຂໍ້​ຫາ​ອັນ​ໃດ​ແທ້​ຂອງ​ການ​ຖືກ​ກັກ​ຂັງ ​ໂດຍ​ຊ່ອງ​ທາງ​ຂອງທາງ​ການ.” ທ່ານ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ທ່ານ​ບໍ່​ສາມາດ​ຢືນຢັນ​ເຖິງ “ຄວາມ​ຈິງ” ຂອງ​ລາຍ​ງານ​ພວກ​ນີ້ໄດ້.

ໜັງສືພິມ Saudi ​ໄດ້​ລະບຸ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້​ວ່າ ​ຄົນ​ສັນຊາດ​ອາ​ເມຣິກັນ 9 ຄົນ​ແລະບຸກຄົນ​ອື່ນໆ​ອີກ 24 ຄົນ ​ໄດ້​ຖືກ​ກັກ​ຂັງ ​ໃນ​ຖານ​ສົງ​ໄສ​ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ ​ໃນ​ຮອບ​ອາທິດ​ທີ່​ຜ່ານ​ມາ. ໜັງສືພິມ Saudi Gazette ​ໄດ້​ກ່າວ​ວ່າ ພວກ​ທີ່​ຖືກ​ກັກ​ຂັງ​ຮວມມີ​ຊາວ Saudi 14 ຄົນ ຊາວ​ເຢ​ເມນ 3 ຄົນ ​ຊາວ​ຊິ​ເຣຍ 2 ຄົນ ​ ຊາວ​ອິນ​ໂດ​ເນ​ເຊຍ 1 ຄົນ
ອີກ 1 ຄົນ ຈາກ​ຟິລິບ​ປີນ ​ແລ​ະອື່ນໆ​ອີກ 3 ຄົນ.

Website ຂອງກະຊວງການຕ່າງປະເທດຂອງ Saudi ​ໄດ້ພິມ​ເຜີຍ​ແຜ່ໃນວັນຈັນວານນີ້ ລາຍຊື່ຂອງພວກທີ່ສົງໄສ​ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ ທີ່ຖືກ​ກັກ​ຂັງ​ນັ້ນ ແມ່ນມີ 5,158 ຄົນ ຊຶ່ງຮວມທັງຊາວອາເມຣິກັນ 8 ຄົນ. ຂໍ້ມູນທີ່ວ່ານີ້ ບໍ່ໄດ້ໃຫ້ລາຍລະອຽດຂອງສື່ສຽງຂອງພວກ
ເຂົາເຈົ້າ ແມ້ນແຕ່ເພດ ແລະຍັງໄດ້ລະບຸອີກວ່າ ມີ 4 ຄົນ ທີ່ໄດ້ຖືກກັກຂັງໃນວັນ ທີ 25​ມັງກອນທີ່ຜ່ານມານີ້. Website ຍັງໄດ້ກ່າວອີກວ່າ ຊາວອາເມຣິກັນ ອີກ 4 ຄົນ ແມ່ນໄດ້
ຖືກກັກຂັງ ໃນເດືອນພະຈິກ ແລະເດືອນທັນວາ ປີກາຍນີ້ ແລະທັງໝົດ 8 ຄົນ ທີ່ກ່າວມານີ້
ແມ່ນກຳລັງຢູ່ໃນລະຫວ່າງ “ການສືບສວນ ສອບສວນ.” ຊາວອາເມຣິກັນ 9 ຄົນ ແມ່ນໄດ້ຖືກ
ຈັບກຸມໃນຂໍ້ຫາຢ່າງອື່ນ ທີ່ບໍ່ຊັດເຈນໃນປີ 2007, Website ຍັງໄດ້ບອກອີກວ່າ ພວກທີ່ຖືກ
ກັກຂັງນີ້ ສາມາດ “ຂໍຍື່ນອຸທອນໄດ້.”

ຂ່າວ Saudi ​ໃນວັນອາທິດຜ່ານມາ ບໍ່ໄດ້​ແຈ້ງ​ໃຫ້​ຊາບວ່າ ຊາວອາເມຣິກັນທີ່ສົງໄສ​ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ ບໍ່ໄດ້ມີສ່ວນພົວພັນແຕ່ຢ່າງໃດ ກັບພວກຫົວຮຸນແຮງກຸ່ມລັດອິສລາມ ຊຶ່ງອອກມາອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຮ້າຍ​ແຮງ ຕໍ່ກອງ​ກຳລັງ​ຂອງ Saudi ແລະຊົນກຸ່ມນ້ອຍຊາວ Shi’ites ໃນຮອບສອງ​ສາມ​ເດືອນທີ່ຜ່ານມານີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG