ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Samsung ປັບປຸງ ການຜະລິດ ໂທລະສັບ ລຸ່ນ Galaxy Note 7 ຫຼັງເກີດໄຟລຸກໄໝ້ຂຶ້ນ


ລູກຄ້າ ຄົນໜຶ່ງ ຖືໂທລະສັບສະຫຼາດ Galaxy Note 7 ຂອງ ບໍລິສັດ ຜະລິດເຄື່ອງອີເລັກໂທຣນິກສ໌ Samsung ຢູ່ທີ່ສຳ
ນັກງານໃຫຍ່ ບໍລິສັດ ຈຳໜ່າຍ ໂທລະສັບມືຖື KT ຂອງເກົາ
ຫຼີໃຕ້ ໃນນະຄອນຫຼວງ ໂຊລ, ປະເທດເກົາຫຼີໃຕ້.
ລູກຄ້າ ຄົນໜຶ່ງ ຖືໂທລະສັບສະຫຼາດ Galaxy Note 7 ຂອງ ບໍລິສັດ ຜະລິດເຄື່ອງອີເລັກໂທຣນິກສ໌ Samsung ຢູ່ທີ່ສຳ ນັກງານໃຫຍ່ ບໍລິສັດ ຈຳໜ່າຍ ໂທລະສັບມືຖື KT ຂອງເກົາ ຫຼີໃຕ້ ໃນນະຄອນຫຼວງ ໂຊລ, ປະເທດເກົາຫຼີໃຕ້.

Samsung ບໍລິສັດ ຍັກໃຫຍ່ຜະລິດເຄື່ອງໃຊ້ໄຟຟ້າ ຂອງເກົາຫຼີໃຕ້ ກ່າວວ່າ ຕົນພວມ “ຢູ່ໃນຂັ້ນຕອນປັບປຸງປະລິມານການຜະລິດ” ກ່ຽວກັບ ໂທລະສັບສະຫຼາດ Galaxy Note 7 ທີ່ຖືກຕັດການຈຳໜ່າຍນັ້ນ ເພື່ອຮັບປະກັນວ່າ ໂທລະສັບມີຄວາມປອດໄພ.

ໃນຕອນເຊົ້າວັນຈັນມື້ນີ້, ອົງການຂ່າວ Yonhap ຂອງ ເກົາຫຼີໃຕ້ ໄດ້ອ້າງຄຳເວົ້າ ຂອງ ຜູ້ຈຳໜ່າຍໂທລະສັບ Samsung ທີ່ບໍ່ປະສົງອອກຊື່ນັ້ນວ່າ ກຸ່ມບໍລິສັດດັ່ງກ່າວ ໄດ້ຢຸດ ການຜະລິດໂທລະສັບ Note 7 ເພື່ອໃຫ້ສອດຄ່ອງກັບມາດຕະຖານຄວາມປອດໄພ ຂອງຜູ້ບໍລິໂພກໃນ ເກົາຫຼີໃຕ້, ສະຫະລັດ ແລະ ຈີນ ຫຼັງຈາກມີລາຍງານວ່າ ບໍລິສັດ ຈຳໜ່າຍໂທລະສັບຊັ້ນນຳ ຂອງສະຫະລັດ ໄດ້ຢຸດເຊົາ ສະໜອງໂທລະສັບໜ່ວຍໃໝ່ ແທນ ຍ້ອນຄວາມເປັນຫ່ວງ ດ້ານຄວາມປອດໄພ.

ການເອີ້ນກັບຄືນ ໂທລະສັບ Note 7 ແລະ ການຮັບມື ຂອງບໍລິສັດ Samsung ກ່ຽວກັບ ເຫດການດັ່ງກ່າວ ໄດ້ເຮັດໃຫ້ບໍລິສັດ ປະເຊີນໜ້າກັບວິກິດການຄັ້ງໃຫຍ່ທີ່ສຸດ ໃນຮອບ ຫຼາຍປີຜ່ານມາ. ບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີ ຂອງ ເກົາຫຼີໃຕ້ ໄດ້ປະສົບຄວາມ ລຳບາກ ຍ້ອນບັນຫາຕ່າງໆ ເພາະວ່າໂທລະສັບສະຫຼາດຂອງພວກເຂົາເຈົ້າ ເກີດໄຟ ລຸກໄໝ້ ນັບຕັ້ງແຕ່ມື້ເປີດຕົວຂອງມັນ ໃນເດືອນສິງຫາເປັນຕົ້ນມາ. ບໍລິສັດ ເຄື່ອງໃຊ້ ໄຟຟ້າດັ່ງກ່າວ ໄດ້ຢືນຢັນວ່າ ຖ່ານໃນໂທລະສັບລຸ້ນດັ່ງກ່າວ ມີຈຸດບົກຜ່ອງ ແລະ ໄດ້ ຮຽກກັບຄືນໂທລະສັບ 2 ລ້ານ 5 ແສນໜ່ວຍ ໃນເດືອນກັນຍາທີ່ຜ່ານມາ, ແຕ່ລາຍງານ ຂອງສື່ມວນຊົນໄດ້ກ່າວວ່າ ໂທລະສັບທີ່ນຳໄປແກ້ໄຂແລ້ວກໍຍັງຖືກໄຟໄໝ້ຢູ່.

ຮູບພາບຫຼາຍໃບຂອງໂທລະສັບທີ່ຖືກໄຟໄໝ້ນັ້ນໄດ້ ຖືກນຳໄປເປີດເຜີຍໃນສື່ສັງຄົມ, ດ້ວຍການກ່າວອ້າງຂອງເຈົ້າຂອງໂທລະສັບນັ້ນວ່າ ມັນເກີດໄຟໄໝ້ໂດຍບໍ່ເລືອກ ສະຖານະການ.

ຖ້ຽວບິນໜຶ່ງຂອງສາຍການບິນ South West ເມື່ອບໍ່ດົນມານີ້ ໄດ້ອົບພະຍົບຜູ້ໂດຍສານ ອອກຈາກເຮືອບິນ ເມື່ອໂທລະສັບ Note 7 ທີ່ຖືກແກ້ໄຂແລ້ວເລີ່ມມີຄວັນໄຟໄໝ້ອອກມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Samsung Smartphone
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG