ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ພິຈາລະນາ ຂະຫຍາຍ ການຢຸດຍິງ ເພື່ອມະນຸດສະທຳ ທີ່ເມືອງ Aleppo


ພົນລະເຮືອນທີ່ບາດເຈັບຄົນນຶ່ງ ພວມໃສ່ໜ້າກາກ ທີ່ໂຮງໝໍເມືອງ al-Quds ຫລັງຈາກມີການກ່າວຫາ ກ່ຽວກັບການໂຈມຕີດ້ວຍແກັສຄລໍລີນ.
ພົນລະເຮືອນທີ່ບາດເຈັບຄົນນຶ່ງ ພວມໃສ່ໜ້າກາກ ທີ່ໂຮງໝໍເມືອງ al-Quds ຫລັງຈາກມີການກ່າວຫາ ກ່ຽວກັບການໂຈມຕີດ້ວຍແກັສຄລໍລີນ.

ຣັດ​ເຊຍ​ຍິນ​ດີ​ທີ່​ຈະ​ຫາລື ກ່ຽວ​ກັບ​ການເພີ້ມ​ເວລາ​ໃນ​ການ​ຍຸຕິ​ການ​ປະຕິບັດງານ​ທາງ​ທະ ຫານ​ເປັນ​ເວລາ 3 ຊົ່ວໂມງ​ໃນ​ແຕ່​ລະມື້ຢູ່ເມືອງ Aleppo ຂອງ​ຊີ​ເຣຍ ອີງ​ຕາມ​ເຈົ້າໜ້າ​ທີ່​ສະຫະ​ປະຊາ​ຊາດທີ່​ກຳລັງ​ສືບສວນ​ເບິ່ງ​ວ່າ​ໄດ້​ມີ​ການ​ນຳ​ໃຊ້​ລະເບີດ​ທີ່​ບັນຈຸ​ແກັສຄລໍ​ລີ​ນ ​ໂດຍ​ກອງທັບ​ຊີ​ເຣຍ ຢູ່​ໃນ​ເຂດ​ດັ່ງກ່າວ​ຫຼືບໍ່.

ກອງທັບຣັດ​ເຊຍມີ​ກຳນົດ​ຈະ​ເລີ້ມ​ໃນ​ວັນ​ພະຫັດ​ວານ​ນີ້ການ​ຢຸດ​ຍິງ​ເປັນ​ການ​ຊົ່ວຄາວ​ໃນ​ແຕ່​ລະມື້ ແຕ່​ເວລາ 10 ​ໂມງ​ເຊົ້າ ຫາ​ບ່າຍ​ໂມງ​ ຕາມ​ເວລາ​ ໃນ​ທ້ອງຖິ່ນ ​ເພື່ອ​ອຳນວຍ​ໃຫ້​ພວກ​ເຈົ້າໜ້າ​ທີ່​ບັນ​ເທົາ​ທຸກ ຈັດ​ສົ່ງ​ການ​ຊ່ອຍ​ເຫລືອ ​ທີ່​ຕ້ອງການ​ໄປ​ໃຫ້​ເມືອງ​ດັ່ງກ່າວ.

ພົນລະເຮືອນຫາຍໃຈໂດຍໃຊ້ໜ້າກາກອອກຊີເຈັນ
ພົນລະເຮືອນຫາຍໃຈໂດຍໃຊ້ໜ້າກາກອອກຊີເຈັນ

ແຕ່ທ່ານ ​Mohammed Rasheed ​ໂຄສົກ​ຂອງ​ກຸ່ມ​ຕໍ່ຕ້ານ​ລັດຖະບານ​ຊີ​ເຣຍກຸ່ມ​ນຶ່ງ​ໄດ້​ ກ່າວ​ຕໍ່ອົງການ​ຂ່າວ Reuters ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ການ​ຢຸດ​ຍິງ​ນີ້ ບໍ່​ໄດ້​ມີ​ການ​ເຄົາ ລົບ ທ່ານ​ໄດ້​ກ່າວ​ວ່າ ​ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນຊ້ຳພັດມີ​ການເພີ້​ມການ​ປະຕິບັດ​ງານ​ຂອງ ​ເຮື​ອບິນ​ລົບຣັດ​ເຊຍ​ ​ແລະ​ກອງ​ກຳລັງ​ລັດຖະບານ​ ແມ່ນໄດ້ພະຍາຍາມ ບຸກຄືບ​ໜ້າ​ຕໍ່​ໄປ ​ເພື່ອ​ຕີ​ເອົາເຂດ Ramousah ຂອງເມືອງ Aleppo.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ 3 ຊົ່ວ​ໂມງ​ຈະ​ບໍ່​ເປັນ​ການ​ພຽງພໍ ​ແລະ​ພະຍາມ​ເຈລະ ຈາ​ກັນ​ຕື່ມ ​ໃຫ້​ມີ​ການ​ຢຸດ​ຍິງ​ ເປັນ​ເວລາ 48 ຊົ່ວ​ໂມງ ​ເພື່ອຈັດ​ສົ່ງ​ການ​ຊ່ອຍ​ເຫລືອ​ໄປ​ໃຫ້​ປະຊາຊົນ​ປະມານ 2 ລ້ານ​ຄົນ ທີ່​ຕົກ​ຄ້າງ​ຢູ່​ໃນ​ເມືອງ​ດັ່ງ ກ່າວ.

UN Investigating Alleged Gas Attacks In Syria
please wait

No media source currently available

0:00 0:02:14 0:00

ໃນ​ຕອນ​ແລງ​ຂອງ​ມື້ວັນ​ພຸດ​ຜ່ານ​ມານີ້ ມີ​ລາຍ​ງານ​ວ່າ ​ເຮືອບິນ​ເຮຣີີຄອບ​ເຕີ້ຂອງກອງທັບ ຊີ​ເຣຍ​ໄດ້​ຖິ້ມລະ​ເບີດຖັງ 4 ລູກລົງ​ໃສ່​ເມືອງ​ Aleppo ນຶ່ງລູກ​ຂອງ​ຈຳນວນ​ດັ່ງກ່າວ ​ແມ່ນ​ບັນຈຸແກັສຄລໍ​ລີ​ນ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 3 ຄົນ.

​ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ວີ​ໂອ​ເອນັ້ນ ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດປະຈຳ ຊີ​ເຣຍທ່ານ Staffan de Mistura ກ່າວ​ວ່າ ທ່ານ​ຍັງ​ບໍ່​ສາມາດ​ໃຫ້ການຢືນຢັນຕໍ່ລາຍ​ງານ​ທີ່​ວ່າ ​ໄດ້​ມີ​ການ​ນຳ​ໃຊ້​ແກັສຄລໍ​ລີນ ​ໃນ​ການ​ໂຈມ​ຕີ ​ແຕ່​ກໍມີ​ຫຼັ​ກຖານ​ຫຼາຍໆ​ຢ່າງ​ທີ່ສະແດງ ໃຫ້ເຫັນວ່າການ​ໂຈມ​ຕີນີ້​ໄດ້​ເກີດ​ຂຶ້ນ.

ທ່ານ​ກ່າວ​ວ່າ ພວກ​ເຮົາ​ມີ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ຈັດ​ຕັ້ງອື່ນໆ ​ໃຫ້ການ​ແກ້​ໄຂ​ກ່ຽວ​ກັບ​ເລືອງນີ້ ​ແຕ່​ຖ້າ​ມັນ​ຫາກ​ເກີດ​ຂຶ້ນ​ແທ້ ມັນ​ແມ່ນ​ອາ​ຊະ​ຍາກຳ​ສົງຄາມ. ​ແລະ​ການ​ກະທຳ​ດັ່ງກ່າວ​ມັນ​ຈຳ​ເປັນ​ທີ່​ທຸກໆ​ຄົນ ພວກ​ປະທານ​ຮ່ວມ​ທັງ​ໝົດ​ແລະ​ບຸກ​ຄົນອື່ນໆ​ອີກ​ຈະ​ຕ້ອງ​ໄດ້​ແກ້​ໄຂ​ໃນ​ທັນທີ. ຂ້າພະ​ເຈົ້າຄິດ​ວ່າການສືບສວນ​ກຳລັງ​ດຳ​ເນີນ​ຢູ່ ​ແຕ່​ຈຸດ​ຂອງ​ທ່ານ​ແມ່ນ​ເປັນ​ທີ່​ຮູ້​ດີ. ນັ້ນຄື​ອາ​ຊະ​ຍາ​ກຳ​ສົງຄາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG