ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດຖະບານຣັດເຊຍ ຢູ່ເບື້ອງຫຼັງ ການເຈາະຂໍ້ມູນ ຂອງບໍລິສັດ ພະລັງງານ, ນິວເຄລຍ ສະຫະລັດ


ລັດຖະມົນຕີກະຊວງພະລັງງານ ທ່ານ Rick Perry ກ່າວຄຳປາ
ໄສທີ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 27 ມິຖຸນາ, 2017.
ລັດຖະມົນຕີກະຊວງພະລັງງານ ທ່ານ Rick Perry ກ່າວຄຳປາ ໄສທີ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 27 ມິຖຸນາ, 2017.

ອີງຕາມລາຍງານໃນໜັງສືພິມ ທີ່ມີຊື່ສຽງສະບັບນຶ່ງແລ້ວແມ່ນວ່າ ພວກລັກເຈາະຂໍ້ມູນ
ທາງຄອມພິວເຕີ້ ທີ່ໄດ້ແຊກຊືມເຂົ້າໄປໃນຕາໜ່າງທຸລະກິດຂອງບໍລິສັດພະລັງງານ
ແລະ ນິວເຄຼຍຂອງ ສະຫະລັດ ໃນສັບປະດາຜ່ານມານີ້ ແມ່ນເຮັດວຽກໃຫ້ລັດຖະບານ
ຣັດເຊຍ.

ໜັງສືພິມ Washington Post ໄດ້ລາຍງານໃນຕອນບ່າຍວັນເສົາວານນີ້ວ່າ ພວກເຈົ້າ
ໜ້າທີ່ຂອງລັດຖະບານ ສະຫະລັດ ທີ່ບໍ່ໄດ້ບົ່ງຊື່ໃຫ້ຊາບ ໄດ້ເນັ້ນຢໍ້າວ່າ ພວກ ແຮັກເກີ້
ເຫຼົ່ານັ້ນ ແມ່ນເຮັດວຽກໃຫ້ລັດຖະບານ ຣັດເຊຍ.

ພວກເຈົ້າໜ້າທີ່ດັ່ງກ່າວໄດ້ບອກໜັງສືພິມ Washington Post ວ່າສາເຫດຂອງແຮງ
ຊຸກຍູ້ ໃຫ້ກະທຳສ່ິງດັ່ງກ່າວ ບໍ່ເປັນທີ່ຈະແຈ້ງ ໃນເມື່ອການປະຕິບັດວຽກງານຂອງບໍລິ
ສັດທີ່ຖືກກະທົບ ບໍ່ໄດ້ເປັນບັນຫາ.

ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ ສະຫະລັດ ທ່ານນຶ່ງ ເວົ້າວ່າທ່ານມອງເຫັນວ່າ ການລັກເຈາະ
ຂໍ້ມູນດັ່ງກ່າວເປັນ “ຄວາມພະຍາຍາມຊອກຮູ້” ຫາຈຸດເຂົ້າຫາບໍລິສັດຕ່າງໆເຫຼົ່ານັ້ນ.
ລາວເວົ້າວ່າ “ນັ້ນຄືສິ່ງທີ່ພວກລັກເຈາະຂໍ້ມູນທີ່ຊົ່ວຮ້າຍພາກັນເຮັດ.”

ການໂຈມຕີຕໍ່ລະບົບທຸລະກິດ ແລະ ການປົກຄອງຂອງບໍລິສັດດ່ັງກ່າວ ໄດ້ຖືກເວົ້າຢໍ້າ
ໃນສັບປະດາແລ້ວນີ້ ເວລາບໍລິສັດພະລັງງານຂອງ ສະຫະລັດ ໄດ້ໄປຊ່ອຍບໍລິສັດດັ່ງ
ກ່າວ ເພື່ອປ້ອງກັນການລ່ວງລໍ້າທີ່ວ່ານັ້ນ.

ກະຊວງ ຮັກສາຄວາມປອດໄພພາຍໃນຂອງ ສະຫະລັດ ແລະ ກົມຕຳຫຼວດສັນຕິບານ
ກາງ FBI ໄດ້ເຕືອນບໍລິສັດພະລັງງານໃນທ້າຍເດືອນມິຖຸນາວ່າ ພວກລັກເຈາະຂໍ້ມູນທີ່ບໍ່
ຮູ້ຊື່ ໄດ້ແນເປົ້າໝາຍໃສ່ພາກສ່ວນນິວເຄຼຍ ພະລັງງານ ແລະໂຄງລ່າງພື້ນຖານທີ່ສຳຄັນ
ຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG