ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວມຸສລິມ ໂຣຮິງຢາ ເກືອບ 7 ພັນຄົນ ໄດ້ຖືກ ສັງຫານ ໃນເດືອນທຳອິດ ຂອງການປາບປາມ


ພວກຊາວໂຣຮິງຢາ ລຽນແຖວ ເພື່ອຮັບເອົາການຊ່ວຍເຫຼືອ ບັນເທົາທຸກ ໃນສູນອົບພະຍົບ ບາລູກາລີ ຕັ້ງຢູ່ໃກ້ກັບເມືອງ ຄອກສ໌ ບາຊາຣ໌ (Cox's Bazar) ຂອງປະເທດ ບັງກລາແດັສ, ວັນທີ 26 ຕຸລາ 2017.
ພວກຊາວໂຣຮິງຢາ ລຽນແຖວ ເພື່ອຮັບເອົາການຊ່ວຍເຫຼືອ ບັນເທົາທຸກ ໃນສູນອົບພະຍົບ ບາລູກາລີ ຕັ້ງຢູ່ໃກ້ກັບເມືອງ ຄອກສ໌ ບາຊາຣ໌ (Cox's Bazar) ຂອງປະເທດ ບັງກລາແດັສ, ວັນທີ 26 ຕຸລາ 2017.

ອົງການແພດບໍ່ມີພົມແດນ ກ່າວວ່າ ມີຊາວມຸສລິມໂຣຮິງຢາ ຢ່າງໜ້ອຍ 6,700 ຄົນ
ໄດ້ເສຍຊີວິດ ໃນເດືອນທຳອິດ ຂອງການປາບປາມ ພວກກະບົດໂຣຮິງຢາ ຢ່າງໂຫດ
ຮ້າຍ ໂດຍພວກທະຫານມຽນມາ.

ອົງການໃຫ້ຄວາມຊ່ອຍເຫຼືອສາກົນ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນເຈນີວາ ຊຶ່ງ
ຮູ້ກັນໃນຊື່ຫຍໍ້ວ່າ MSF ກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ກະປະມານ ກ່ຽວກັບໂຕເລກ
ດັ່ງກ່າວ ລຸນຫລັງທີ່ໄດ້ມີການສຳຫຼວດເບິ່ງ ພວກອົບພະຍົບ ໃນສູນຫລາຍແຫ່ງ ຢູ່
ບັງກລາແດັສ. ອົງການແພດບໍ່ມີພົມແດນ ກ່າວວ່າ ການກະປະມານ ກ່ຽວກັບຈຳນວນ
ຜູ້ເສຍຊີວິດຂອງຕົນ ແມ່ນຮວມທັງ ພວກເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ບໍ່ຫລຸດ 730 ຄົນ.

ມີການກ່າວຫາວ່າ ກອງທັບມຽນມາ ໄດ້ທຳການກວດລ້າງ ແບບໄຮ້ຄວາມປານີ ຕໍ່ ໝູ່ບ້ານຂອງຊາວບ້ານໂຣຮິງຢາໃນລັດຣາໄຄນ໌ທາງພາກຕາເວັນຕົກສຽງເໜືອຂອງ
ປະເທດ ໃນເດືອນສິງຫາ ເພື່ອເປັນການຕອບໂຕ້ ຕໍ່ການໂຈມຕີປ້ອມຕຳຫຼວດຫຼາຍໆ
ແຫ່ງ. ການກວດລ້າງດັ່ງກ່າວ ໄດ້ເຮັດໃຫ້ຊາວໂຣຮິງຢາຫຼາຍກວ່າ 600,000 ຄົນ
ຕ້ອງໄດ້ຫລົບໜີເຂົ້າໄປໃນ ບັງກລາແດັສຊຶ່ງພວກເຂົາເຈົ້າໄດ້ເລົ່າໃຫ້ກຸ່ມປົກປ້ອງ ສິດທິມະນຸດຟັງ ກ່ຽວກັບການກໍ່ໂທດກຳຕ່າງໆ ໂດຍກຳລັງຮັກສາຄວາມປອດໄພ
ຂອງລັດຖະບານ ຮວມທັງ ການຍິງສັງຫານ ແບບບໍ່ເລືອກໜ້າ ການຂົມຂືນ ສຳເລົາ
ແລະການຈູດຢ້າວເຜົາເຮືອນ ແລະຈູດເຜົາບ້ານຕ່າງໆທັງໝົດ.

ຜູ້ອຳນວຍການອົງການແພດບໍ່ມີພົມແດນ ທ່ານຊິດນີ ວອງ (Sidney Wong) ກ່າວ
ວ່າ ການຄົ້ນພົບຂອງຕົນ ແມ່ນເປັນທີ່ໜ້າຕື່ນຕົກໃຈ ທັງໃນດ້ານຈຳນວນຂອງຜູ້ທີ່ໄດ້
ລາຍງານ ກ່ຽວກັບສະມາຊິກໃນຄອບຄົວ ເສຍຊີວິດ ອັນເປັນຜົນເນື່ອງມາຈາກຄວາມ
ຮຸນແຮງ ແລະວິທີທີ່ໜ້າຢ້ານກົວ ການເສຍຊີວິດຂອງ ພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG