ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສື​ບ​ສວນຂອງ​ອົງ​ການ ເອັຟ​ບີ​ໄອ ເປີດ​ເຜີຍ ໃຫ້ເຫັນ ​ຄວາມ​ແຕກ​ແຍກ​ກັນ ຢູ່​ໃນ​ລັດ​ຖະ​ບານ​ຂອງ ທ່ານທ​ຣຳ


ຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່​ຂອງກະ​ຊວງ​ຍຸ​​ຕິ​ທຳ​ສະ​ຫະ​ລັດ, ທ່ານໄມ​ເກີ​ ຮໍ​ໂຣ​ວິ​ດ​ສ໌ ໄປ​ໃຫ້​ການ​ຢູ່​ໃນ​​ສະ​ພາ​ສູງ ກ່ຽວ​ກັບບົດ​ລາຍ​ງານ​ດ້ານການ​ເປີດ​ການສື​ບ​ສວນ ຂອງ​ອົງ​ການ FBI ຕໍ່​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​​ເລືອກ​ຕັ້ງ​ຂອງ​ທ່ານທ​ຣຳ ໃນ​ປີ 2016 (ວັນ​ທີ 11 ທັນ​ວາ, 2019)
ຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່​ຂອງກະ​ຊວງ​ຍຸ​​ຕິ​ທຳ​ສະ​ຫະ​ລັດ, ທ່ານໄມ​ເກີ​ ຮໍ​ໂຣ​ວິ​ດ​ສ໌ ໄປ​ໃຫ້​ການ​ຢູ່​ໃນ​​ສະ​ພາ​ສູງ ກ່ຽວ​ກັບບົດ​ລາຍ​ງານ​ດ້ານການ​ເປີດ​ການສື​ບ​ສວນ ຂອງ​ອົງ​ການ FBI ຕໍ່​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​​ເລືອກ​ຕັ້ງ​ຂອງ​ທ່ານທ​ຣຳ ໃນ​ປີ 2016 (ວັນ​ທີ 11 ທັນ​ວາ, 2019)

ການ​ເປີດ​ເຜີຍບົດ​ລາຍ​ງານ ​ກ່ຽວ​ກັບການ​ເປີດ​ການສື​ບ​ສວນ ຂອງ​ອົງ​ການສັນ​ຕິ​ບານ​ກາງ ຫລື FBI ຕໍ່​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງເລືອກ​ຕັ້ງ​ຂອງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ ໃນ​ປີ 2016 ທີ່​ໄດ້​ລໍ​ຖ້າມາ​ເປັນ​ເວ​ລາ​ດົນ​ນານນັ້ນ ໄດ້​ເຮັດ​ໃຫ້ເຫັນ​ວ່າ ​ມີຄວາມ​ແຕກ​ແຍກກັນຢູ່​ພາຍ​ໃນ​ຄະ​ນະ​ລັດ​ຖະ​ບານ​ກ່ຽວ​ກັບຕົ້ນ​ເຫດ​ທີ່​ພາ​ໃຫ້​ເກີດ​ມີ​ການ​ສືບ​ສວນ​ດັ່ງ​ກ່າວ ຊຶ່ງ​ເປັນ​ຄວາມ​ແຕກ​ແຍກ​ກັນລະ​ຫວ່າງ ທ່ານທ​ຣຳ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ ວິ​ລ​ລຽມ ບາ ກັບຫົວ​ໜ້າ​ອົງ​ການ FBI, ທ່ານ ຄ​ຣິ​ສ​ໂຕ​ຟ​ເຟີ ເວ​ຣ (Christopher Wray) ແລະອົງ​ການກວດ​ກາ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ.

ບົດ​ລາຍ​ງານທີ່​ມີ 417 ໜ້າ ຈາກຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່​ຂອງກະ​ຊວງ​ຍຸຕິ​ທຳ​ສະ​ຫະ​ລັດ, ທ່ານໄມ​ເກີ​ ຮໍ​ໂຣ​ວິ​ດ​ສ໌ (Michael Horowitz) ສະ​ຫລຸບ​ວ່າ ເຖິງ​ແມ່ນ​ວ່າ ​ອົງ​ການ FBI ໄດ້​ເປີດ​ການສື​ບ​ສວນ ຢ່າງ​ຖືກ​ຕ້ອງຊອບທຳ ຕໍ່​ເລື້ອງທີ່​ສົງ​ໄສວ່າ ​ມີ​ການພົວ​ພັນ​ກັນລະ​ຫວ່າງຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງທ່ານ ທ​ຣຳ ແລະ​ຣັດ​ເຊຍຈະ​ພົບ​ວ່າ ບໍ່​ໄດ້​ມີຈຸດ​ປະ​ສົງເປັນ​ປໍ​ລະ​ປັກ​ທາງ​ການ​ເມືອງຕໍ່​ທ່ານ ທ​ຣຳ ​ກໍ​ຕາມ, ແຕ່​ວ່າ​ບັນ​ດາ​ນັກ​ສືບ​ສວນ ​ໃນ​ຂັ້ນ​ທີ່​ຕ່ຳ​ກວ່າ ໄດ້​ເຮັດຜິດ​ພາດ​ຫລາຍ​ຢ່າງ ​ໃນ​ລະ​ຫວ່າງທີ່​ທຳ​ການ​ຕິດ​ຕາມສອດເບິ່ງ​ອະ​ດີດ​ທີ່​ປຶກ​ສາ​ດ້ານ​ການ​ຫາ​ສຽງຄົນ​ນຶ່ງຢູ່​ນັ້ນ.

ເຖິງ​ແມ່ນ​ວ່າ ມີ​ຈຸດ​ປະ​ສົງແນ​ໃສ່​ຈະ​ຂຸດລົງ​ເລິກ​ເຖິງ​ພື້ນ​ຂອງ​ການ​ສືບ​ສວນ​ທີ່​ເຮັດ​ໃຫ້​ມີ​ການ​ແຕກ​ແຍກ​ກັນ​ໃນທາງ​ການ​ເມືອງ ທີ່​ກວາມ​ເອົາເວ​ລາ​ແຫ່ງການ​ເປັນປະ​ທາ​ນາ​ທິ​ບໍ​ດີຂອງ​ທ່ານ ທ​ຣຳ ​ຢ່າງ​ຫລວງ​ຫລາຍນັ້ນກໍ​ຕາມ ແຕ່​ວ່າ ຜົນ​ການ​ສືບ​ສວນ​ຂອງຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່ ກໍ​ສາ​ມາດ​ຊ່ວຍ​ໄດ້​ພຽງເລັກ​ໜ້ອຍທີ່​ຈະ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ຕໍ່​ຄວາມ​ຄິດ​ຂອງ​ທ່ານ ທ​ຣຳທີ່​ມີ​ມາ​ແຕ່​ດົນ​ນານວ່າ ອົງ​ການ FBI ໄປ​ຊອກ​ຫາ​ທາງ​ເອົາ​ທ່ານ​ລົງ​ຈາກ​ຕຳ​ແໜ່ງ.

ໂດຍ​ທີ່​ມີ​ທ່ານ ທ​ຣຳ ແລະ​ທ່ານ ບາ ໂຈມ​ຕີ ອົງ​ການ FBI ຢູ່ນັ້ນກະ​ຊວງ​ຍຸຕິ​ທຳ​ ແມ່ນ​ມີ​ສົງ​ຄາມ​ຢູ່​ພາຍ​ໃນກະ​ຊວງ​ເອງ, ຊຶ່ງ​ເປັນ​ສະ​ພາບການທີ່​ບັນ​ດາ ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ອາດ​ຈະ​ເປັນ​ການ​ທຳ​ລາຍຂວັນ​ກຳ​ລັງ​ໃຈ​ຂອງ​ຄົນ ແລະ​ເຮັດ​ໃຫ້​ຄົນ​ບໍ່ຢາກ​ໄປເຮັດ​ວຽກ​ຢູ່​ໃນ​ອົງ​ການ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຂັ້ນ​ຍອດຂອງ​ຊາດ ນັ້ນ​ເລີຍ.

ຄວາມບໍ່​ພໍ​ໃຈ​ຂອງ​ທ່ານ​ທ​ຣຳ ຕໍ່​ອົງ​ການ FBI ແມ່ນມີ​ມາ​ແຕ່​ຕອນ​ທີ່​ທ່ານ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃໝ່ໆ ໃນ​ຕອນ​ທີ່​ມີ​ຂ່າວ​ປາ​ກົດ​ຂຶ້ນ​ມາ​ວ່າ ອົງ​ການ​ດັ່ງ​ກ່າວ​ກຳ​ລັງ ທຳ​ການ​ສືບ​ສວນ​ວ່າ ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງທ່ານ ມີ​ການ​ຮ່ວມ​ມື​ກັນ​ກັບຣັດ​ເຊຍ​ຫລືບໍ່ ເພື່ອ​ບ່ອນ​ທຳ​ລາຍການໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ ຂອງ ທ່ານນາງ ຮີ​ລ​ລາຣີ ຄ​ລິນ​ຕັນທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ນັ້ນ.

ນັບ​ແຕ່ນັ້ນ​ມາ ທ່ານປະ​ທາ​ນາ​ທິ​ບໍ​ດີກໍ​ໄດ້​ໂຈມ​ຕີ​ການ​ສືບ​ສວນ​ດັ່ງ​ກ່າວ ຢູ່​ເລື້ອຍ​ມາ​ວ່າ ມັນ​ເປັນ "ການ​ຫາ​ຈັບ​ຜິດ," ໂດຍ​ກ່າວ​ຫາ​ອົງ​ການ FBI ວ່າ​ເອົາ​ສາຍ​ລັກ​ດັກ​ຟັງໃສ່​ໃນຕຶກ​ຂອງ​ທ​ຣຳ ຫລື Trump Tower ຢູ່​ໃນ​ນະ​ຄອນ​ນິວຢອກ ແລະ​ໄດ້​ເອົາ​ນັກ​ສືບ​ຄົນ​ນຶ່ງ​ເຂົ້າ​ໄປ​ແອບ​ແຜງ​ຢູ່​ໃນໂຄ​ສະ​ນາ​ຫາ​ສຽງ​ຂອງທ່ານ ໂດຍ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ສົມ​ຮູ້​ຮ່ວມ​ຄິດ​ກັນເພື່ອຈະ​ເອົາທ່ານ​ລົງ​ຈາກ​ຕຳ​ແໜ່ງ.

ໃນເດືອນ​ແລ້ວນີ້, ທ່ານ​ກ່າວ​ຢູ່​ໃນ​ເວ​ລາ​ທີ່​ທ່ານ​ໄປ​ປາ​ກົດ​ໂຕ ຢູ່​ໃນ​ລາຍ​ການ​ໂທ​ລະ​ພາບ "Fox & Friends" ຂອງ​ອົງ​ການ​ຂ່າວ Fox ວ່າ ບົດ​ລາຍ​ງານ​ຂອງ ຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່ ຈະ​ເປີດ​ເຜີຍ​ "ຂ່າວນອງ​ນັນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ເຮົາ" ຊຶ່ງ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ພະ​ຍາ​ຍາມ​ທີ່ມີ​ເຈດ​ຕະ​ນາກີດ​ກັນ​ບໍ່​ໃຫ້​ທ່ານ​ຊະ​ນະ​ການ​ເລືອກ​ຕັ້ງ​ປີ 2016 ໄດ້​ໄປ​ເຖິງ​ຂັ້ນ​ສູງ​ສຸດ​ຂອງ​ລັດ​ຖະ​ບານ​ທ່ານ​ໂອ​ບາ​ມາ.

ຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່ ບໍ່​ໄດ້​ພົບ​ຫລັກ​ຖານ​ຂອງສິ່ງ​ທີ່​ເປັນການ​ສົມ​ຮູ້​ຮ່ວມ​ຄິດ "ຂອງ​ພວກ​ກຽດ​ຊັງ​ທ່ານ ຫລື deep state" ເຊັ່ນ​ນັ້ນ. ແຕ່​ວ່າ ທ່ານ ຮໍ​ໂຣ​ວິດ​ສ໌ ກໍ​ໄດ້​ລະ​ບຸ​ວ່າ ມີ "ຄວາມບໍ່​ຖືກ​ຕ້ອງ​ຊັດ​ເຈນ ແລະ​ຂາດ​ໄປ" ຢູ່ 17 ຢ່າງ ຢູ່​ໃນ​ການ​ຂໍ​ອະ​ນຸ​ຍາດ​ຈາກ​ສານ​ຂອງ FBI 4 ສະ​ບັບ ເພື່ອ​ທຳ​ການ​ຕິດ​ຕາມ​ສອດ​ແນມ​ເບິ່ງທ່ານ ຄາ​ເທີ ເພດ​ຈ໌ (Carter Page), ອະ​ດີດທີ່​ປຶກ​ສາ​ຂອງ​ທ່ານທ​ຣຳ ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG