ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາຂອງເດັກທາຣົກ ເກີດກ່ອນກໍານົດຢູ່ໃນ ທົ່ວໂລກ


ເຮົາ​ຂໍ​ສະ​ເໜີສາລະຄະດີການແພດຂອງພະ​ແນ​ກພາສາ​ອັງກິດ​ພິ​ເສດ ຫລື Special English ຂອງວີໂອເອ ກ່ຽວກັບບັນຫາຂອງເດັກທາຣົກເກີດກ່ອນກໍານົດ ຢູ່ໃນທົ່ວໂລກ. ຄຣິສຕົບເຟີ Cruise ຜູ້ສື່ຂ່າວວີໂອເອ ມີ​ລາຍງານ​ກ່ຽວກັບ​ການຄົ້ນຄວ້າເລື້ອງນີ້ ຊຶ່ງບົວ ສະຫວັນ ຈະນໍາມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ເບິ່ງວີດິໂອ ແລະຮຽນພາສາອັງກິດໄປພ້ອມ

​ນິຍາມຂອງການເກີດໄວເກີນໄປ ຫລືເກີດກ່ອນກໍານົດກໍຄື ການທີ່ເດັກ ເກີດມາຍັງມີຊີວິດຢູ່ ໂດຍທີ່ຜູ້ເປັນແມ່ຖືພາບໍ່ຄົບ 37 ອາທິດ. ການສຶກສາຄົ້ນຄວ້າໃໝ່ໄດ້ພົບວ່າ ເດັກທາຣົກປະ
ມານ 15 ລ້ານຄົນ ຢູ່ທົ່ວໂລກ ແມ່ນເກີດກ່ອນກໍານົດໃນປີ 2010. ການສຶກສາຄົ້ນຄວ້ານີ້ ຖືວ່າເປັນການສຶກສາຄົ້ນຄວ້າເທື່ອທໍາອິດກ່ຽວກັບເລື້ອງນີ້ແລະສະແດງ ໃຫ້ເຫັນວ່າ ບັນຫາ ນີ້ແມ່ນມີຢູ່ທັງໃນປະເທດທີ່ທຸກຍາກ ແລະຮັ່ງມີ.

ເຄື່ອງໝາຍອົງການຊ່ວຍ​ເຫຼືອ ເດັກນ້ອຍຫລື Save the Children
ເຄື່ອງໝາຍອົງການຊ່ວຍ​ເຫຼືອ ເດັກນ້ອຍຫລື Save the Children

ພວກນັກຄົ້ນຄວ້າຈາກອົງການຊ່ວຍ​ເຫຼືອເດັກນ້ອຍຫລື
Save the Children ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດ
ຖະບານ ຫລື NGO ໄດ້ພົບວ່າ 1 ໃນເດັກທາຣົກ 10
ຄົນ​ໃດ ແມ່ນເກີດໄວ​ເກີນ​ໄປ​.

ທີມງານຂອງນັກຄົ້ນຄວ້າ ໄດ້ພົບວ່າ ຢູ່ໃນ15 ປະເທດ ຊຶ່ງລວມທັງສະຫະລັດ ແລະບຣາຊິນ
ແມ່ນກວາມເອົາ 2 ສ່ວນ 3 ຂອງຈໍານວນ ເດັກທາຣົກທີ່ເກີດກ່ອນກໍານົດທັງໝົດຂອງໂລກ.
60% ຂອງເດັກ ທາຣົກທີ່ຄອດກ່ອນກໍານົດ ແມ່ນເກີດຂຶ້ນຢູ່ໃນເຂດເອເຊຍໃຕ້ ແລະ ເຂດໃຕ້ ທະເລຊາຍຊາຮາຣາ. ບັນຫາທີ່ກ່ຽວພັນກັບການເກີດກ່ອນກໍານົດ ເປັນສາເຫດໃຫຍ່ອັນດັບສອງ ທີ່ພາໃຫ້ເດັກນ້ອຍ ເສຍຊີວິດກ່ອນອາຍຸຮອດ 5 ຂວບ ທີ່ລອງມາຈາກໂຣກປອດບວມ. ການສຶກ
ສາຄົ້ນຄວ້າໄດ້ພົບວ່າ ອາການສັບສົນເຫລົ່ານີ້ຂອງການເກີດກ່ອນກໍານົດ ເຮັດໃຫ້ເດັກນ້ອຍຢູ່ໃນ ໂລກເສຍຊີວິດຫລາຍກວ່ານຶ່ງລ້ານຄົນ ໃນແຕ່ລະປີ.

ເດັກທາຣົກທີ່ເກີດກ່ອນກໍານົດ ມັກຈະມີຄວາມພິການທາງດ້ານການຮຽນຮູ້ ແລະມີບັນຫາທາງ
ດ້ານສາຍຕາ ແລະການໄດ້ຍິນສຽງ. ພວກເຂົາຍັງອາດຈະຕ້ອງໄດ້ຮັບຄວາມທໍລະມານຕໍ່ການ
ເປັນອໍາມະພາດທາງສະໝອງ, ບັນຫາທາງສະພາບຂອງປະສາດ ແລະ ໂຣກປອດຊໍາເຮື້ອຕະ
ຫລອດຊີວິດ. ຄວາມສ່ຽງຕໍ່ການເສຍຊີວິດ ຂອງເດັກທາຣົກເກີດໃໝ່ ກໍຍັງເພີ້ມທະວີຂຶ້ນຢ່າງສູງ
ຖ້າຫາກເດັກ ເກີດພາຍຫລັງທີ່ມີການຖືພາໜ້ອຍກວ່າ 32 ອາທິດ. ແຕ່ວ່າເດັກ 8 ຄົນໃນທຸກ
10 ຄົນໃດ ແມ່ນເກີດໃນລະຫວ່າງການຖືພາໄດ້ 32 ຫາ 37 ອາທິດ. ທ່ານນາງ Joy Lawn
ຈາກອົງການຊ່ວຍ​ເຫຼືອ​ເດັກນ້ອຍ ໃນອາຟຣິກກາໃຕ້ ຊຶ່ງເປັນຜູ້ນໍາພາກທີມງານທີ່ຂຽນລາຍງານ
ໃຫ້ແກ່ອົງການອະນາໄມໂລກ ເວົ້າວ່າ ຖ້າຫາກມີການດູແລ ທາງການແພດທີ່ຖືກຕ້ອງ ແລະການ
ເອົາໃຈໃສ່ເບິ່ງແຍງດ້ວຍ ຄວາມຮັກຖະນຸຖະໜອມເດັກເກີດໃໝ່ເຫລົ່ານີ້ ມີໂອກາດດີ ທີ່ຈະມີຊີ
ວິດລອດ. ທ່ານນາງກ່າວດັ່ງນີ້:

ພວກເຂົາຈະມີຊີວິດລອດໄດ້
ໂດຍການດູແລະຮັກສາແບບພື້ນ
ຖານແທ້ໆ ຊຶ່ງນັ້ນກໍຄືການໄດ້
ກິນນົມແມ່
, ໄດ້ເຮັດໃຫ້ອຸ່ນຢູ່ຕະ
ຫລອດ
. ແລະພວກເຂົາກໍມີຄວາມ
ສ່ຽງສູງຕໍ່ການຕິດເຊື້ອຫລາຍ
ກວ່າ
ເດັກພວກອື່ນຫລາຍ ສະນັ້ນ
ໃຫ້ປົວພວກເຂົາດ້ວຍຢາຕ້ານເຊື້ອ.”

ທ່ານນາງກ່າວອີກວ່າ ມີແຕ່ 5% ເທົ່ານັ້ນ ຂອງຈໍານວນເດັກທາຣົກ ທີ່ເກີດກ່ອນກໍານົດ ຫຼັງຈາກ
​ແມ່​ຖືພາໄດ້ພຽງ​ແຕ່​ 28 ອາທິດ ຫລືໜ້ອຍກວ່ານັ້ນ ຊຶ່ງທາຣົກເຫລົ່ານີ້ ແມ່ນຕ້ອງມີການດູແລຢູ່
ໃນ ໂຮງໝໍດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ.

ມີແຕ່ 3 ປະເທດເທົ່ານັ້ນ ປະກອບ​ດ້ວຍ ໂຄຣເອເຊຍ, ເອກົວດໍ ແລະ ແອສໂຕເນຍ ໄດ້ລາຍ
ງານວ່າ ມີອັດຕາການເກີດກ່ອນກໍານົດ ໃນປະເທດເຂົາເຈົ້າໄດ້້ຫລຸດລົງ ຢູ່ໃນໄລຍະປີ
1990 ຫາປີ 2010. ທ່ານນາງ Joy Lawn ກ່າວເພີ້ມດັ່ງນີ້:

ທີ່ຈິງແທ້ ພວກເຮົາບໍ່ສາມາດທີ່ຈະຊີ້ໃສ່ການແກ້ບັນຫາ​ໃດນຶ່ງ ແລ້ວເວົ້າວ່າ ນີ້ຄືສາເຫດ
ທີ່ພາໃຫ້ເກີດມີການຄອດກ່ອນກໍານົດ
. ເຊັ່ນດຽວກັນ ພວກເຮົາກໍບໍ່ສາມາດພຽງແຕ່ຊີ້
ໃສ່ບາງສິ່ງບາງຢ່າງ
ຢູ່ໃນສະຫະລັດ ແລະເວົ້າວ່າ ນີ້ຄືສາເຫດພາໃຫ້ມີອັດຕາເດັກເກີດ
ໄວກ່ອນກໍານົດ
ສູງຫລາຍ.

ຢູ່ໃນສະຫະລັດ 12% ຂອງເດັກທີ່ມີຊີວິດໃນຕອນເກີດ ໃນປີ 2010 ແມ່ນເກີດກ່ອນກໍານົດ.

ທ່ານສາມາດຊອກຫາ link ທີ່ເຊື່ອມໂຍງໄປຫາ ບົດລາຍງານທີ່ ເຕັມພ້ອມທັງວີດິໂອກ່ຽວ ກັບການເກີດກ່ອນກໍານົດໄດ້ ໂດຍເຂົ້າ ໄປໃນເວັບໄຊ໌ທ ທີ່ voaspecialenglish.com

ການສຶກສາຄົ້ນຄວ້ານີ້ ໄດ້ຮັບຄວາມສົນໃຈຈາກ Mary Ellen Avery ທີ່ເຄີຍເປັນນັກຄົ້ນຄວ້າ
ດ້ານການແພດ ທີ່ໄດ້ມີການຄົ້ນ ພົບສິ່ງທີ່ພາໃຫ້ສາມາດຊ່ວຍຊີວິດຂອງເດັກທາຣົກ ທີ່ເກີດ
ກ່ອນກໍານົດຫລາຍຄົນ. ອາທິດໜ້າ ພວກເຮົາມາພາກັນຮຽນກ່ຽວກັບ ດຣ. Avery ແລະ
ການຄົ້ນພົບຂອງທ່ານນາງ ທີ່ມີຂຶ້ນໃນເວລາຫລາຍ ກວ່າ 50 ປີກ່ອນ.

ແລະນັ້ນກໍຄືລາຍງານ Special English Education ຂອງວີໂອເອ

XS
SM
MD
LG