ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ. ພອມພຽວ ມີແຜນຈະ ພົບກັບ ຄູ່ຕໍາແໜ່ງ ໃນເກົາຫຼີ ເໜືອ ໃນອາທິດໜ້ານີ້


ທ່ານ ໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດ ຖືກຕ້ອນຮັບໂດຍ ທ່ານ ກິມ ຢົງ ໂຈລ, ຮອງ
ປະທານ ກໍາມະການສູນກາງພັກກໍາມະກອນ ທີ່ປົກຄອງປະເທດ ຂອງເກົາຫຼີເໜືອ ໃນເວລາທີ່ທ່ານໄປເຖິງ ສະໜາມບິນສາກົນ ສູນານ ທີ່ນະຄອນຫລວງ ພຽງຢາງ ຂອງເກົາຫລີເໜືອ ໃນວັນທີ 6 ກໍລະກົດ, 2018
ທ່ານ ໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ຖືກຕ້ອນຮັບໂດຍ ທ່ານ ກິມ ຢົງ ໂຈລ, ຮອງ ປະທານ ກໍາມະການສູນກາງພັກກໍາມະກອນ ທີ່ປົກຄອງປະເທດ ຂອງເກົາຫຼີເໜືອ ໃນເວລາທີ່ທ່ານໄປເຖິງ ສະໜາມບິນສາກົນ ສູນານ ທີ່ນະຄອນຫລວງ ພຽງຢາງ ຂອງເກົາຫລີເໜືອ ໃນວັນທີ 6 ກໍລະກົດ, 2018

ອົງການຂ່າວຢອນຮັບຂອງເກົາຫຼີ​ໃຕ້ເວົ້າວ່າ ລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດ ທ່ານ ໄມຄ໌ ພອມພຽວ ອາດຈະພົບກັບຄູ່ຕໍາແໜ່ງຂອງທ່ານໃນເກົາຫຼີເໜືອ
ຢູ່ສະຫະລັດ ໃນອາທິດໜ້ານີ້.

ອົງການຂ່າວດັ່ງກ່າວລາຍງານວ່າ ທັງສອງຝ່າຍກໍາລັງພະຍາຍາມທີ່ຈະຈັດໃຫ້ມີການ
ພົບປະດັ່ງກ່າວໃນເວລາບໍ່ດົນພໍເທົ່າໃດ ຫລັງຈາກການເລືອກຕັ້ງກາງສະ ໄໝ ທີ່ຈະມີ
ຂຶ້ນໃນວັນທີ 6 ພະຈິກນີ້ ສິ້ນສຸດລົງ.

ທ່ານ ພອມພຽວ ກ່າວຕໍ່ນາງເກຣດຕາ ແວນ ຊັສເຕເຣັນ (Greta Van Susteren) ຜູ້
ສື່ຂ່າວຂອງວີໂອເອ ຢູ່ໃນການໃຫ້ສໍາພາດໃນວັນທີ 19 ຕຸລານັ້ນວ່າ ທ່ານຫວັງວ່າຈະມີ
ກອງປະຊຸມຈັດຂຶ້ນ "ພາຍໃນອາທິດເຄິ່ງຕໍ່ໜ້ານີ້ ຫລືໃນເວລາປະມານນັ້ນຫລະ."ອົງການ
ຂ່າວຢອນຮັບ ຍັງໄດ້ລາຍງານ ໃນວັນຈັນວານນີ້ວ່າ ແຫລ່ງຂໍ້ມູນທາງ ການທູດຂອງເກົາ
ຫຼີໃຕ້ ທີ່ມີຄວາມຮູ້ກ່ຽວກັບການເຈລະຈາລະຫວ່າງສະຫະລັດ ກັບ ເກົາຫຼີເໜືອເວົ້າວ່າ "ຢູ່ໃນຄໍາປາໄສຂອງທ່ານພອມເພວນັ້ນ (ກອງປະຊຸມ ດັ່ງກ່າວ) ມີແຜນວ່າຈະຈັດຂຶ້ນໃນ
ທ້າຍເດືອນຕຸລານີ້ ແຕ່ຂ້າພະເຈົ້າຄິດວ່າ ມັນ ຊັກຊ້າໄປອີກສອງສາມມື້ ຍ້ອນສະພາບ
ການທີ່ເກີດຂຶ້ນຢູ່ທາງຝ່າຍສະຫະລັດ."

ພາບປະທານາທິບໍດີ ສະຫະລັດ, ທ່ານດໍໂນລ ທຣໍາ, ຈັບມືກັບ ຜູ້ນໍາເກົາຫຼີເໜືອ, ທ່ານ ກິມ ຈົງ ອຶນ ຕິດຢູ່ຫ້ອງການຂອງພັກກໍາມະກອນຂອງເກົາຫລີເໜືອ ເພື່ອຄັດຄ້ານການຊ້ອມລົບຂອງສະຫະລັດ ກັບເກົາຫລີໃຕ້ ຢູ່ໃກ້ສະຖານເອກອັກຄະລັດຖະທູດສະຫະລັດ ທີ່ນະຄອນໂຊລ ຂອງເກົາຫລີໃຕ້ ໃນວັນທີ 19 ມິຖຸນາ, 2018
ພາບປະທານາທິບໍດີ ສະຫະລັດ, ທ່ານດໍໂນລ ທຣໍາ, ຈັບມືກັບ ຜູ້ນໍາເກົາຫຼີເໜືອ, ທ່ານ ກິມ ຈົງ ອຶນ ຕິດຢູ່ຫ້ອງການຂອງພັກກໍາມະກອນຂອງເກົາຫລີເໜືອ ເພື່ອຄັດຄ້ານການຊ້ອມລົບຂອງສະຫະລັດ ກັບເກົາຫລີໃຕ້ ຢູ່ໃກ້ສະຖານເອກອັກຄະລັດຖະທູດສະຫະລັດ ທີ່ນະຄອນໂຊລ ຂອງເກົາຫລີໃຕ້ ໃນວັນທີ 19 ມິຖຸນາ, 2018

"ສະຖານທີ່ປະຊຸມກັນນັ້ນ ອາດຈະຢູ່ພາກຕາເວັນອອກຂອງສະຫະລັດ,” ອີງ ຕາມ
ແຫລ່ງຂໍ້ມູນນັ້ນ.

ຢູ່ໃນການພົບປະໃນຄັ້ງກ່ອນນັ້ນ ທ່ານພອມເພວໄດ້ພົບກັບທ່ານ ກິມ ຢົງ ໂຈລ, ຮອງ
ປະທານ ກໍາມະການສູນກາງພັກກໍາມະກອນ ທີ່ປົກຄອງປະເທດຂອງເກົາຫຼີເໜືອຢູ່ນັ້ນ.
ແຕ່ວ່າ ວາລະສານ Nikkei Asian Review ລາຍງານວ່າ ນ້ອງສາວຂອງທ່ານ ກິມ
ຈົງ ອຶນ, ຜູ້ນໍາເກົາຫຼີເໜືອ, ຄືທ່ານນາງ ກິມ ໂຢ ຈົງ ອາດຈະເຂົ້າຮ່ວມການພົບປະຄັ້ງນີ້
ນໍາ. ມີການເວົ້າກັນວ່າ ທ່ານນາງ ກິມ ໂຢ ຈົງ ມີຄວາມໃກ້ຊິດກັບອ້າຍຂອງຕົນເອງຫລາຍ.

ກອງປະຊຸມລະຫວ່າງທ່ານ ພອມພຽວ ກັບຄະນະຜູ້ແທນຂອງເກົາຫຼີເໜືອຄາດວ່າຈະ
ເພັ່ງເລັງໃສ່ສືບຕໍ່ສົນທະນາກັນກ່ຽວກັບການປົດອາວຸດນີວເຄລຍຂອງເກົາຫຼີເໜືອ
ພ້ອມກັບຄວາມເປັນໄປໄດ້ທີ່ຈະຈັດກອງປະຊຸມສຸດຍອດລະຫວ່າງປະທານາທິບໍດີ
ສະຫະລັດ, ທ່ານດໍໂນລ ທຣໍາ ແລະຜູ້ນໍາເກົາຫຼີເໜືອ, ທ່ານ ກິມ ຈົງ ອຶນ ອີກເທື່ອນຶ່ງ.

ທ່ານ ພອມພຽວ ກ່າວຕໍ່ວີໂອເອໃນເດືອນນີ້ວ່າ ວັນທີທີ່ຈະຈັດກອງປະຊຸມສຸດຍອດນັ້ນ
ຍັງບໍ່ທັນໄດ້ກໍານົດເທື່ອ ແຕ່ວ່າ ປະທານາທິບໍດີ ທຣໍາ ແມ່ນມີຄວາມ ມຸ້ງໝັ້ນທີ່ຈະຈັດ
ໃຫ້ມີກອງປະຊຸມນັ້ນ. ທ່ານເວົ້າອີກວ່າ "ພວກເຮົາກໍາລັງພາກັນ ພິຈາລະນາຫາມື້
ແລະເວລາ, ແລະສະຖານທີ່ ທີ່ຈະເໝາະສົມສໍາລັບຜູ້ນໍາທັງ ສອງທ່ານນີ້.”

ໃນຕອນຕົ້ນໆເດືອນນີ້ ສະຫະລັດ ແລະເກົາຫຼີໃຕ້ ໄດ້ງົດການຊ້ອມລົບຄັ້ງໃຫຍ່ໄວ້
ອີກເທື່ອນຶ່ງ ໃນຂະນະທີ່ສືບຕໍ່ພັກດັນໃຫ້ມີການແກ້ໄຂທາງການທູດຢູ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG