ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ກຳລັງຈະກາຍເປັນ ມະຫາອຳນາດ ນິວເຄລຍ ລະດັບສາມ ຂອງໂລກ


ທະຫານບ້ານຢືນຍາມ ໃນຂະນະທີ່ລົດບັນທຸກ ກຳລັງຂ້າມຊາຍແດນ ເຂົ້າໄປສູ່ປາກິສຖານ ຈາກ ອິນເດຍ.
ທະຫານບ້ານຢືນຍາມ ໃນຂະນະທີ່ລົດບັນທຸກ ກຳລັງຂ້າມຊາຍແດນ ເຂົ້າໄປສູ່ປາກິສຖານ ຈາກ ອິນເດຍ.

ປາ​ກິ​ສຖານ ກຳລັງ​ສ້າງລະເບີດນິວ​ເຄລຍ 20 ລູກຕໍ່​ປີ ​ແລະ
​ອາດ​ຈະ​ເປັນ ມະຫາ​ອຳນາດນິວ​ເຄລຍໃຫຍ່ສຸດອັນດັບ​ສາມ
​ຂອງ​ໂລກພາຍ​ໃນ​ນຶ່ງ​ທົດ​ສະ​ວັດ ​ອີງ​ຕາ​ມລາຍ​ງານ​ສະບັບໃໝ່.

ກອງທຶນເພື່ອສັນຕິພາບນາໆຊາດ Carnegie ​ແລະ​ສູນ​ກາງ
Stimson ກ່າວ​ວ່າ ປາ​ກິ​ສຖານ ອາດ​ຈະ​ມີຫົວລະເບີດນິວ
ເຄລຍ ຢູ່ໃນຄວາມຄອບຄອງແລ້ວ​ ຢ່າງ​ໜ້ອຍ 350 ລູກ. ມີ
​ແຕ່​ສະຫະລັດແລະຣັດ​ເຊຍເທົ່ານັ້ນ ທີ່ອາດຈະ​ມີ​ຫົວລະເບີດ
ດັ່ງກ່າວຫລາຍ​ກວ່ານີ້.

ລາຍ​ງານ​ໄດ້​ອ້າງ​ວ່າ ປາ​ກິ​ສຖານເບິ່ງຄື​ວ່າ​ມີ​ຄວາມ​ຕ້ອງການ
​ເພື່ອ​ຮັກສາ​ບາດກ້າວ ​ໃຫ້ທັນ​ກັບ​ອິນ​ເດຍທີ່ເປັນຄູ່ແຂ່ງ.

​ລາຍ​ງານ​ກ່າວວ່າ “ຖ້າ​ຫາກ​ການ​ຢັບ​ຢັ້ງ ບໍ່ປະສົບຜົນສຳເລັດເປັນທີ່ປາ​ກົດ​ວ່າປາກິ​ສຖານ
ບໍ່​ມີ​ຄວາມ​ຕັ້ງ​ໃຈທີ່​ຈະ​ເສຍໄຊ ສົງຄາມນິວ​ເຄລຍໃຫ້ແກ່ອິນ​ເດຍ”.

​ແຕ່ລາຍງານກ່າວ​ວ່າ ປາ​ກິ​ສຖານ ຈະຕ້ອງໃຊ້​ຈ່າຍເປັນເງິນຈຳນວນຫຼວງຫຼາຍ ໃນການ ເສີມສ້າງຄັງລະເບີດນິວ​ເຄລຍຂອງຕົນ. ລາຍງານກ່າວຕື່ມວ່າ “​ໃນ​ຂະນະ​ທີ່​ພົນລະ​ເມື​ອງ ກຳລັງ​ເພີ້ມ​ຂື້ນ ຄວາ​ມຕ້ອງການ ອັນສຳຄັນຂອງ​ສັງຄົມ​ແລະ​ການ​ສຶກສາ ການຂາດ​ພະລັງ ງານ​ທີ່​ຮ້າຍ​ແຮງ ພ້ອມ ​ທັງ​ຄວາມ​ຕ້ອງການທີ່​ຈະ​ຊຸກຍູ້ການ​ໃຊ້​ກົດໝາຍ​ແລະລະບົບ​ຍຸດຕິ
​ທຳ ອິສລາມາ ​ບັດ ບໍ່ສາມາດທີ່ຈະໃຊ້​ຈ່າຍໃນດ້ານນິວ​ເຄລຍທີ່​ຈະເປັນ​ໜີ້​ສິນ​ເພີ້ມຂຶ້ນໃນ​
ຫຼາຍໆ ທົດສະວັດຂ້າງ​ໜ້ານີ້”.

ປາ​ກິ​ສຖານ ຍັງ​ບໍ່​ທັນໄດ້ຕອບໂຕ້ໃດໆຕໍ່​ລາຍ​ງານນີ້.

​ໂຄສົກ ກະຊວງ​ຕ່າງປະ​ເທດ ສະຫະລັດ ຄົນ​ໝຶ່ງ ກ່າວ​ວ່າ ​ໃນ​ຂະນະ​ທີ່ ບັນດາ​ເຈົ້າ​ໜ້າ​ທີ່
ສະຫະລັດ ຍັງ​ສຶກສາເບິ່ງ​ລາຍ​ງານນີ້ຢູ່ ​ເຂົາ​ເຈົ້າຂໍຮຽກຮ້ອງ​ໃຫ້ປາ​ກິ​ສຖານ ​ແລະ​ປະ​ເທດ
​ທີ່​ມີລະເບີດ​ນິວ​ເຄລຍທັງ​ໝົດ ຈົ່ງໃຊ້ຄວາມ​ຢັບ​ຢັ້ງ​.

ອິນ​ເດຍ ​ແລະ​ປາກິສຖານ ທີ່​ໄດ້​ສູ້​ລົບ​ກັນ​ມາ​ສາມ​ຄັ້ງແລ້ວ ຕ່າງກໍ​ໄດ້​ປະ​ກາດ​ຕົນ​ເອງ​ວ່າ
ເປັນມະຫາ​ອຳນາດ​ນິວ​ເຄລຍ​ ໃນ​ປີ 1998 ​ແລະ​ສາຍສຳພັນ ລະ ຫວ່າງ​ສອງ​ປະ​ເທດ ຍັງ
​ຄົງ​ມີຄວາ​ມເຄັ່ງ​ຕຶງ.

ອິນ​ເດຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ບໍ່ເປັນ​ຜູ້​ທຳ​ອິດ​ເລີ້ມ​ໂຈມ​ຕີດ້ວຍອາວຸດນິວ​ເຄລຍ ​
ແຕ່ ​ປາ​ກິ​ສຖານ ​ມາຮອດປັດຈຸບັນນີ້ ຍັງບໍ່ຍອມໃຫ້ສັນຍາແບບອິນເດຍ.

Pakistan Nuclear
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG