ຄື້ນຟອງໃນການກໍ່ອາຊະຍາກຳຢູ່ໃນປາກິສຖານ ຮວມທັງການຂູ່ເຂັນ ການລັກລອບ
ແລະການລັກພາໂຕ ເພື່ອຮຽກຄ່າໄຖ່ ເປັນແຫລ່ງທີ່ມາດ້ານການເງິນອັນສຳຄັນທີ່ໃຊ້
ກໍ່ການຮ້າຍ ຂອງບັນດາກຸ່ມຫົວຮຸນແຮງຢູ່ໃນປະເທດ ອີງຕາມລາຍງານສະບັບໃໝ່
ຂອງລັດຖະບານ ທີ່ສື່ມວນຊົນປາກິສຖານໄດ້ຮັບມາ.
ລາຍງານໂດຍໜ່ວຍສັງເກດດ້ານການເງິນ ຫຼື FMU ໃນປາກິສຖານ ທີ່ມີຊື່ວ່າ “ການ
ຊັ່ງຊາຄວາມສ່ຽງຂອງປະເທດ ກ່ຽວກັບການຟອກເງິນ ແລະການເງິນກໍ່ການຮ້າຍປີ
2017” ໄດ້ລາຍງານເຖິງລາຍລະອຽດ ກ່ຽວກັບວ່າກຸ່ມກໍ່ການຮ້າຍໄດ້ຮັບເງິນຈາກກິດ
ຈະການທີ່ຜິດກົດໝາຍຕ່າງໆ ນັ້ນຄືລາຍງານຂ່າວຂອງໜັງ ສືພິມປາກິສຖານ ໃນວັນ
ພະຫັດວານນີ້.
ອີງຕາມລາຍງານລັບ ທີ່ຍາວ 45 ໜ້າ ໂດຍອົງການ FMU ຊຶ່ງເປັນໜ່ວຍສືບລັບໃນ
ກະຊວງການເງິນ ແຈ້ງວ່າ “ແຫລ່ງລາຍໄດ້ ທີ່ສຳຄັນຂອງພວກກໍ່ການຮ້າຍຢູ່ໃນປາ
ກິສຖານ ແມ່ນຮວມທັງເງິນທຶນຈາກຕ່າງປະເທດ ການລັກລອບຄ້າຢາເສບຕິດ ການ
ລັກພາໂຕເພື່ອຮຽກຄ່າໄຖ່ ການຂົ່ມຂູ່ເອົາເງິນຈາກທຸລະກິດ ແລະລັກຂະໂມຍລົດ.”
ລາຍງານ ທີ່ຍັງບໍ່ໄດ້ເປີດເຜີຍໃຫ້ປະຊາຊົນຮູ້ເທື່ອນັ້ນ ກ່າວວ່າ ຫລາຍກວ່າ 200 ອົງ
ການກໍ່ການຮ້າຍທ້ອງຖິ່ນ ແລະສາກົນ ໃຊ້ເງິນຫລາຍພັນລ້ານຣູປີຂອງປາກິສຖານ
ເພື່ອເປັນທືນສະໜັບສະໜູນກິດຈະການຂອງເຂົາເຈົ້າ.
ລາຍງານກ່າວວ່າ ອີງຕາມ The News website ທີ່ໄດ້ເຜີຍແຜ່ບາງຕອນຂອງລາຍ
ງານແຈ້ງວ່າ “ງົບໃນການປະຕິບັດງານປະຈຳປີ ຂອງບັນດາອົງການກໍ່ການຮ້າຍແມ່ນ
5 ລ້ານຣູປີ ປະມານ 48,000 ໂດລາ ຫາ 25 ລ້ານຣູປີ ປະມານ 240,000 ໂດລາ.”
ອີງຕາມລາຍງານແລ້ວ ບັນດາກຸ່ມກໍ່ການຮ້າຍຍັງໄດ້ຮັບເງິນ ຜ່ານທາງລະບົບ hawala
|ທີ່ເປັນທາງເລືອກ ຫລືເປັນລະບົບບໍ່ຜ່ານທະນາຄານ ແລະຊ່ອງທາງການເງິນດັ້ງເດີມ
ຕາມປະເພນີ. ຊຶ່ງລະບົບດັ່ງກ່າວນີ້ໄດ້ໃຊ້ກັນຢ່າງກວ້າງຂວາງໃນການຟອກເງິນ.
ພວກກໍ່ການຮ້າຍຈຳນວນນຶ່ງພາກັນຮັ່ງມີຈາກການຂາຍອຸບປະກອນທາງທະຫານ ທີ່ລັກ
ມາຈາກສາງອົງການ NATO ທີ່ໄດ້ລຳລຽງຜ່ານດິນແດນຂອງປາກິສຖານ ກ່ອນເຂົ້າໄປເຖິງອັຟການິສຖານ ທີ່ເປັນເພື່ອນບ້ານ ອີງຕາມລາຍງານ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ