ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳສູງສຸດ ອີຣ່ານ ແລກປ່ຽນ ຈົດໝາຍ ກັບ ປ. ໂອບາມາ


ຮູບພາບເຜີຍແຜ່ໂດຍ ຫ້ອງການຜູ້ນຳສູງສຸດ ອີຣ່ານ Ayatollah Ali Khomenei.
ຮູບພາບເຜີຍແຜ່ໂດຍ ຫ້ອງການຜູ້ນຳສູງສຸດ ອີຣ່ານ Ayatollah Ali Khomenei.

ຜູ້ນຳ​ສູງ​ສຸດ​ຂອງ ອີ​ຣ່ານ ​ແລະ ປະທານາທິບໍດີ ສະຫະລັດ ​
ໄດ້​ແລກປ່ຽນ​ຈົດໝາຍ​ກັນ​ໃນ​ຂະນະ​ທີ່ທັງສອງ​ຝ່າຍ​ພະຍາ
ຍາມ​ບັນລຸຂໍ້​ຕົກລົງ​ນິວ​ເຄລຍ ​ອີງ​ຕາມລາຍ​ງານຂອງ​ໜັງສື
ພິມThe Wall Street Journal.

ຢູ່​ໃນ​ລາຍ​ງານ ​ທີ່ພິມເຜີຍແຜ່ທາງອິນ​ເຕີແນັດ ​ໃນ​ວັນ​ສຸກ​
ວານ​ນີ້ The Journal ກ່າວ​ວ່າ Ayatollah Ali Khame-
nei “​ໄດ້ຕອບ​ຈົດໝາຍ” ຂອງປະທານາທິບໍ ດີສະຫະລັດ
ທ່ານ Barack Obama.

ລາຍງານກ່າວວ່າ ທ່ານ Khamenei ​ໄດ້​ຂຽນຫາ​ຜູ້ນຳສະ
ຫະລັດ “ຫວ່າງ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ​ນີ້” ​ເພື່ອຕອບຈົດ​ໝາຍ ​ຂອງປະທານາທິບໍດີ
Obama​ ​ໃນ​ເດືອນ​ຕຸລາຜ່ານມາ “ທີ່​ໄດ້​ກ່າວເຖິງຄວາມເປັນໄປໄດ້ ໃນການຮ່ວມມືລະ
ຫວ່າງ ສະຫະລັດ ກັບອີຣ່ານ ​ເພື່ອຕໍ່ສູ້​ກັບກຸ່ມລັດ​ອິສລາມ” ຖ້າ​ຂໍ້ຕົກລົງເລື້ອງນິວ​ເຄລຍ
ຫາກບັນລຸກັນ.

ນັກການ​ທູດ ອີຣ່ານ ຄົນ​ນຶ່ງ​ທີ່​ບໍ່​ບອກ​ຊື່ ​ໄດ້​ກ່າວ​ຕໍ່ The Wall Street Journal ວ່າ
ການ​ຕອບ​ຈົດໝາຍທ່ານ Obama ຂອງຜູ້ນຳ​ສູງ​ສຸດອີຣ່ານແມ່ນເປັນໄປດ້ວຍຄວາມ
"​ເຄົາລົບ.” ແຕ່​ບໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາໃດໆ.

ຂ່າວ​ກ່ຽວ​ກັບຈົດໝາຍ​ກ່ອນໜ້ານີ້ຈາກ ທ່ານ Khamenei ຫາທ່ານ Obama ​ກໍໄດ້ມີ
​ຂື້ນເຊັ່ນດຽວກັນ ​ອີງ​ຕາມໜັງສືພິມ The Journal​. ໜັງ ​ສື​ພິມສະບັບນີ້​ກ່າວ​ວ່າ ຈົດ
ໝາຍກ່ອນໜ້າ​ນີ້ “​ໄດ້​ກ່າວເຖິງການລ່ວງລະເມີດຕ່າງໆ” ທີ່​ຜູ້ນຳ​ສູງ​ສຸດຂອງອີຣ່ານ​ຮູ້
ສຶກ​ວ່າ​ໄດ້​ກໍ່ຂຶ້ນຕໍ່ອີຣ່ານ ​ໃນໄລຍະ 60 ປີ​ທີ່​ຜ່ານ​ມາ. ​ເຈົ້າ​ໜ້າ​ທີ່ທຳນຽບຂາວ ຄົນ​ນຶ່ງ​ທີ່​
ບໍ່​ບອກ​ຊື່ຄົນນຶ່ງ ​ໄດ້ໃຫ້ການ​ຢືນຢັນ ກ່ຽວກັບຈົດໝາຍ ສະບັບປີ 2009 ຈາກ​ຜູ້ນຳຂອງ
​ອີຣ່ານ.

ໜັງສືພິມສະບັບນີ້ເວົ້າວ່າ ທັງ​ທຳນຽບຂາວ ແລະລັດຖະບານ​ອີຣ່ານ ກໍບໍ່​ໄດ້ໃຫ້ການ
​ຢືນຢັນຢ່າງເປັນ​ທາງ​ການ ກ່ຽວ​ກັບ​ການຂຽນຈົດໝາຍ​ຕິດຕໍ່ລະ​ຫວ່າງຜູ້ນຳ​ທັງ​ສອງ
ແຕ່ຢ່າງໃດເລີຍ.

ເບິ່ງວີດີໂອກ່ຽວຂ້ອງ:

Hardline Stance on Iran Nuclear Deadline Could Be Pressure Tactic
please wait

No media source currently available

0:00 0:02:48 0:00

XS
SM
MD
LG