ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ລົ້ມແຫຼວ ໃນການ ທົດລອງຍິງ ລູກສອນໄຟ


ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong-un, ຊ້າຍ, ໃຫ້ການຊີ້ນຳທີ່ໂຮງງານຜະລິດເກີບ Wonsan. ໃນຮູບທີ່ບໍ່ໄດ້ລະບຸມື້ນີ້ ໄດ້ຖືກເປິດເຜີຍໂດຍ ອົງການສູນກາງຂ່າວ ຂອງ ເກົາຫຼີເໜືອ (KCNA) ໃນນະຄອນຫຼວງ ພຽງຢາງ. 27 ພະຈິກ, 2015.
ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong-un, ຊ້າຍ, ໃຫ້ການຊີ້ນຳທີ່ໂຮງງານຜະລິດເກີບ Wonsan. ໃນຮູບທີ່ບໍ່ໄດ້ລະບຸມື້ນີ້ ໄດ້ຖືກເປິດເຜີຍໂດຍ ອົງການສູນກາງຂ່າວ ຂອງ ເກົາຫຼີເໜືອ (KCNA) ໃນນະຄອນຫຼວງ ພຽງຢາງ. 27 ພະຈິກ, 2015.

ອົງການຂ່າວ ເກົາຫຼີໃຕ້ ໄດ້ລາຍງານວ່າ ເກົາຫຼີເໜືອ ໄດ້ລົ້ມແຫຼວ ໃນຄວາມພະຍາຍາມຂອງຕົນ ທີ່ຈະທົດລອງຍິງລູກສອນໄຟຂີປະ ນາວຸດຈາກ ເຮືອດຳນ້ຳໃນທະເລ ຍີ່ປຸ່ນ.

ອົງການຂ່າວ Yonhap ໄດ້ອ້າງການກ່າວຂອງເຈົ້າໜ້າທີ່ ເກົາຫຼີໃຕ້ ວ່າ ເກົາຫຼີເໜືອ ໄດ້ຍິງລູກສອນໄຟໃນລະຫວ່າງ 14:20 ແລະ 14:40 ຕາມເວລາໃນທ້ອງຖິ່ນເມື່ອວັນເສົາວານນີ້, ແຕ່ການຍິງ ແມ່ນບໍ່ໄດ້ ປະສົບຜົນສຳເລັດ. ລາວກ່າວວ່າ ເສດຫັກພັງຈາກລູກ ສອນໄຟ ແມ່ນໄດ້ຖືກພົບເຫັນຢູ່ໜ້ານ້ຳເຂດທະເລດັ່ງກ່າວ.

ກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້ ໄດ້ປະຕິເສດທີ່ຈະຢືນຢັນ ຕໍ່ການລາຍ ງານນີ້.

ສື່ຂ່າວ ເກົາຫຼີເໜືອ ໄດ້ລາຍງານເມື່ອເດືອນພຶດສະພາທີ່ຜ່ານມາວ່າ ປະເທດ ຂອງຕົນໄດ້ປະ ສົບຜົນສຳເລັດໃນການທົດລອງຍິງລູກສອນໄຟຂີປະນາວຸດ ຈາກເຮືອດຳນ້ຳ, ເຊິ່ງອາດເປັນ ສິ່ງທີ່ຊີ້ບອກເຖິງຄວາມກ້າວໜ້າທາງດ້ານ ເທັກໂນໂລຈີທາງທະຫານຂອງປະເທດ. ອົງການ ຂ່າວທາງການ KCNA ໄດ້ກ່າວວ່າ ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ໄດ້ເຂົ້າຮ່ວມໃນ ການ ທົດລອງຄັ້ງນັ້ນແລະກ່າວວ່າ ການຍິງຂີປະນາວຸດແມ່ນ “ຄວາມສຳເລັດຈົນເຮັດໃຫ້ ຕາຕີ່”

ເກົາຫຼີເໜືອ ແມ່ນຢູ່ພາຍໃຕ້ມາດຕະການລົງໂທດຂອງອົງການ ສະຫະປະຊາຊາດ ຫ້າມບໍ່ໃຫ້ ພວກເຂົາເຈົ້າພັດທະນາ ຫຼື ໃຊ້ເທັກໂນໂລຈີລູກສອນໄຟຂີປະນາວຸດ.

XS
SM
MD
LG