ອົງການຄົ້ນຄວ້າແຫ່ງນຶ່ງ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງ
ວໍຊິງຕັນ ກ່າວວ່າ ເກົາຫຼີເໜືອໄດ້ເສັດສິ້ນການປັບປຸງຖານຍິງ
ຈະຫລວດທີ່ສຳຄັນ ແຫ່ງນຶ່ງຂອງຕົນ ໃຫ້ທັນສະໄໝນັ້ນແລ້ວ.
ສະຖາບັນສະຫະລັດ-ເກົາຫຼີ ກ່າວວ່າ ການປັບປຸງສະຖານີສົ່ງ
ດາວທຽມ Sohae ໃຫ້ທັນສະໄໝຮອບດ້ານນັ້ນ ເບິ່ງຄືວ່າ ຈະ
ອຳນວຍໃຫ້ເກົາຫຼີເໜືອ ສາມາດສົ່ງ ພວກຈະຫລວດ ທີ່ໃຫຍ່
ຂຶ້ນກວ່າເກົ່າໄດ້.
ການພົບເຫັນທີ່ວ່ານີ້ ແມ່ນອີງຕາມຮູບພາບດາວທຽມເພື່ອ
ການຄ້າ ແລະພິມເຜີຍແຜ່ໂດຍເວັບໄຊ 38 ເກົາຫຼີເໜືອ ທີ່ຜູ້ຄົນນິຍົມຂອງສະຖາບັນ.
ລາຍງານເວົ້າວ່າ ບໍ່ມີຫລັກຖານໃດໆທີ່ສະແດງໃຫ້ເຫັນວ່າ ຈະມີການຍິງຈະຫລວດ ຈາກບ່ອນສົ່ງດັ່ງກ່າວໃນໄວໆນີ້ແຕ່ຢ່າງໃດເລີຍ ແຕ່ກໍເຕືອນວ່າ ການຍິງຈະຫລວດ ສາມາດເກີດຂຶ້ນໄດ້ ພາຍໃນທ້າຍປີນີ້ກໍເປັນໄດ້.
ພຽງຢ້າງ ຖືກນາໆຊາດປະນາມ ໃນປີ 2012 ຫຼັງຈາກໄດ້ສົ່ງດາວທຽມດວງນຶ່ງ ຂຶ້ນສູ່ວົງໂຄຈອນໂດຍໃຊ້ຈະຫຼວດ Unha-3 ນັ້ນ.
ສະຖານບັນດັ່ງກ່າວ ເວົ້າວ່າ ເຊື່ອກັນວ່າ ເກົາຫຼີເໜືອ ກຳລັງພັດທະນາຈະຫຼວດທີ່ໃຫຍ່ກວ່າເກົາຫຼາຍ ແຕ່ອາດຈະໃຊ້ເວລາຕື່ມອີກຫຼາຍປີຈຶ່ງຈະສຳເລັດ.