ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ຂອງເກົາຫຼີເໜືອ ເດີນທາງໄປ ເຖິງ ນະຄອນຫຼວງ ປັກກິ່ງ ແລ້ວ


ລັດຖະມົນຕີຕ່າງປະເທດ ສຫລ ທ່ານ ໄມຄ໌ ພອມພຽວ ທີສອງ
ຈາກຊ້າຍ ຖືກຕ້ອນຮັບໂດຍທ່ານ ກິມ ຢົງ ໂຊລ ຜູ້ອຳນວຍ
ການ ຂອງກົມແນວ​ໂຮມ ຜູ້ຢູ່ກາງ ແລະ ທ່ານ ຣີ ຢົງໂຮ ລມຕ ກະຊວງຕ່າງປະເທດເກົາຫຼິເໜືອ ຄົນທີສອງ ຈາກກໍ້າຂວາ ເວລາເພິ່ນໄປເຖິງ ພຽງຢາງ ວັນທີ 6 ກໍລະກົດ 2018.
ລັດຖະມົນຕີຕ່າງປະເທດ ສຫລ ທ່ານ ໄມຄ໌ ພອມພຽວ ທີສອງ ຈາກຊ້າຍ ຖືກຕ້ອນຮັບໂດຍທ່ານ ກິມ ຢົງ ໂຊລ ຜູ້ອຳນວຍ ການ ຂອງກົມແນວ​ໂຮມ ຜູ້ຢູ່ກາງ ແລະ ທ່ານ ຣີ ຢົງໂຮ ລມຕ ກະຊວງຕ່າງປະເທດເກົາຫຼິເໜືອ ຄົນທີສອງ ຈາກກໍ້າຂວາ ເວລາເພິ່ນໄປເຖິງ ພຽງຢາງ ວັນທີ 6 ກໍລະກົດ 2018.

ອົງ​ການ​ຂ່າວຢອນ​ຮັບ​ຂອງ​ເກົາ​ຫຼີ​ໃຕ້ ລາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ເກົາ​ຫຼີເໜືອ
ໄດ້​ເດີນ​ທາງ​ໄປ​ເຖິງ​ປັກ​ກິ່ງ ໃນ​ວັນ​ພະ​ຫັດ​ມື້ີ້ນີ້ ເພື່ອ​ເດີນ​ທາງ​ຕໍ່ ມາ​ຍັງ​ນະຄອນ​ຫຼວງ
ວໍ​ຊິງ​ຕັນ ເພື່ອ​ວາງ​ພື້ນ​ຖານ​ໃນ​ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ​ຜູ້​ນຳເກົາ​ຫຼີ​ເໜືອທ່ານ
​ກິມ ຈົງ ອຶນ ແລະ ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ.

ທ່ານ​ກິມ ຢົງ ໂຊ​ລ ​ຈະ​ເດີນ​ທາງ​ມາ​ຮອດ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໃນ​ຕອນ​ແລງວັນ​ພະ
​ຫັດມື້ນີ້ ໂດຍ​ສາຍ​ການ​ບິນ​ຈີນ. ທ່ານ​ຈະ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ສະ
​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໃນ​ວັນ​ສຸກມື້​ອື່ນ ກ່ອນ​ຈະ​ໄປ​ຢ້ຽມ​ຄຳ​ນັບ​ປະ​ທາ​ນາ​ທິ​ບໍ​ດີ
​ທ​ຣຳທີ່​ທຳ​ນຽບ​ຂາວ. ​ອົງ​ການ​ຂ່າວຢອນ​ຮັບ​ລາຍ​ງານ​ວ່າ​ທ່ານຈະ​ນຳ​ເອົາ​ຈົດ​ໝາຍສະ
​ບັບນຶ່ງ ຂອງ​ທ່ານ​ກິມ ຈົງ ອຶນ ມາ​ມອບ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃນ​ລະ​ຫວ່າງການ​ຢ້ຽມ
​ຢາມ​ຂອງ​ທ່ານ.

ມີ​ການ​ຄາດ​ຄະ​ເນ​ກັນ​ຫຼາຍ​ຂຶ້ນ​ວ່າ ຜູ້​ນຳ​ທັງ​ສອງ​ຈະ​ພົບ​ປະ​ກັນ​ຄັ້ງ​ທີ 2 ໃນ​ໄວໆ​ນີ້ ຫຼັງ​
ຈາກ​ໄດ້​ພົບ​ປະ​ຄັ້ງ​ປະ​ຫວັດ​ສາດ ເມື່ອ​ເດືອນ​ມິ​ຖຸ​ນາ​ທີ່​ສິງ​ກະ​ໂປ ຊຶ່ງ​ເປັນການ​ພົບປະ
​ເທື່ອ​ທຳ​ອິດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຍັງ​ກຳ​ຕຳ​ແໜ່ງ​ຂອງ​ສະ​ຫະ​ລັດກັບ​ຜູ້​ນຳ​ຂອງ​ເກົາ
​ຫຼີ​ເໜືອ. ທ່ານ​ກິມ ຈົງ ອຶນ ໄດ້​ເດີນ​ທາງ​ໄປ​ປັກ​ກິ່ງ​ໃນ​ເດືອນແລ້ວນີ້ ເພື່ອ​ເຈ​ລະ​ຈາ​ຫາ​
ລື​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຊຶ່ງ​ພາ​ໃຫ້ມີ​ການ​ຄາດ​ຄະ​ເນ​ກັນ​ເພີ້ມ​ຂຶ້ນ​ວ່າ
ທ່ານ​ກິມ ພວມ​ປະ​ສານ​ງານ​ກັບ​ຈີນ ກ່ອນ​ໜ້າການ​ພົບ​ປະ​ສຸດຍອດຄັ້ງ​ທີ 2 ທີ່​ອາດມີ
​ຂຶ້ນນັ້ນ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG