ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຊລ ກ່າວວ່າ ເກົາຫຼີເໜືອ ຍິງທົດລອງ ຈະຫຼວດລັດສະໝີສັ້ນ ຫຼາຍລູກ ຢູ່ກ້ຳຕາເວັນອອກ ຂອງປະເທດ


ຈໍໂທລະພາບໃຫຍ່ ໃນນະຄອນຫຼວງ ໂຕກຽວ ສະແດງໃຫ້ເຫັນ ລາຍການຂ່າວ ກຳລັງລາຍງານ ກ່ຽວກັບການຍູງລູກສອນໄຟ ຂອງເກົາຫຼີເໜືອ ຈາກເມືອງວວນຊານ, ກາງ, ວັນທີ 8 ມິຖຸນາ 2017.
ຈໍໂທລະພາບໃຫຍ່ ໃນນະຄອນຫຼວງ ໂຕກຽວ ສະແດງໃຫ້ເຫັນ ລາຍການຂ່າວ ກຳລັງລາຍງານ ກ່ຽວກັບການຍູງລູກສອນໄຟ ຂອງເກົາຫຼີເໜືອ ຈາກເມືອງວວນຊານ, ກາງ, ວັນທີ 8 ມິຖຸນາ 2017.

ເກົາຫຼີເໜືອ ໄດ້ຍິງທົດລອງຈະຫຼວດລັດສະໝີສັ້ນຈຳນວນນຶ່ງ ຕາມທີ່ເກົາຫຼີໃຕ້ໄດ້ກ່າວ
ໄປໃນວັນເສົາມື້ນີ້ ໃນສິ່ງທີ່ປາກົດວ່າ ເປັນການຫາເລື້ອງເກາະຜິດຂອງພຽງຢາງ ຄັ້ງ
ຫຼ້າສຸດ ພາຍຫຼັງຈາກການເຈລະຈາກ່ຽວກັບນິວເຄລຍໄດ້ລົ້ມແຫຼວ.

ເກົາຫຼີເໜືອ ໄດ້ລະດົມຍິງຈະຫຼວດ ຈາກເມືອງວວນຊານ ຢູ່ແຄມຝັ່ງທາງພາກຕາເວັນ
ອອກຂອງປະເທດ ເຂົ້າໄປໃນທະເລເກົາຫຼີ ກ້ຳຕາເວັນອອກ ເມື່ອຕອນເວລາ 9 ໂມງ
ເຊົ້າ ຕາມເວລາໃນທ້ອງຖິ່ນ ອີງຕາມຖະແຫລງການສະບັບນຶ່ງ ຂອງຫົວໜ້າເສນາທິ
ການເກົາຫຼີໃຕ້ ທີ່ໄດ້ກ່າວໄປນັ້ນ.

ເມື່ອຕອນເຊົ້າມື້ດຽວກັນ ບັນດາເຈົ້າໜ້າທີ່ຂອງເກົາຫຼີໃຕ້ ບັນຍາຍເຖິງລູກຈະຫຼວດນັ້ນ
ວ່າ ເປັນລູກສອນໄຟ. ບໍ່ມີລາຍລະອຽດໃດໆຕື່ມອີກກ່ຽວກັບອາວຸດດັ່ງກ່າວເທື່ອ ແຕ່
ການທົດລອງລູກສອນໄຟລັດສະໝີສັ້ນ ກໍຈະບໍ່ເປັນການລະເມີດມາດຕະການລົງໂທດ
ຂອງນາໆຊາດ ຕໍ່ໂຄງການລູກສອນໄຟຂອງເກົາຫຼີເໜືອ.

ປະຊາຊົນພາກັນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ພາບການຍິງທົດລອງ ລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງ ລາຍການຂ່າວໃນສະຖານີລົດໄຟຂອງນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 4 ພຶດສະພາ 2019.
ປະຊາຊົນພາກັນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ພາບການຍິງທົດລອງ ລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງ ລາຍການຂ່າວໃນສະຖານີລົດໄຟຂອງນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 4 ພຶດສະພາ 2019.

ເກົາຫຼີເໜືອ ບໍ່ໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບການທົດລອງດັ່ງກ່າວນັ້ນ.

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ປະຕິບັດຕາມ ການຢຸດຍິງທົດລອງລູກສອນໄຟ
ໄວ້ຊົ່ວຄາວ ຊຶ່ງຕົນເອງໄດ້ບັງຄັບໃຊ້ ນັບຕັ້ງແຕ່ເດືອນພະຈິກ 2017 ເປັນຕົ້ນມາ.

ທ່ານ ວີປິນ ນາຣັງ ນັກຊ່ຽວຊານດ້ານນິວເຄລຍ ແລະເປັນອາຈານຢູ່ທີ່ສະຖາບັນເທັກ
ໂນໂລຈີ ຂອງລັດແມດສະຈູຊັດ ກ່າວວ່າ ການທົດລອກລູກສອນໄຟຂີປະນາວຸດ
ລັດສະໝີສັ້ນ “ອາດເປັນການຫລີກເວັ້ນເສັ້ນຂີດຈຳກັດ” ຂອງການຢຸດຍິງທົດລອງ
ໄວ້ຊົ່ວຄ່າວດັ່ງກ່າວນັ້ນ.

ທ່ານນາຣັງ ເວົ້າວ່າ “ທ່ານກິມ ໄດ້ຖະແຫລງວ່າ ການຢຸດຍິງທົດລອງໄວ້ຊົ່ວຄາວ
ພຽງໃຊ້ໄດ້ກັບ ລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ເທົ່ານັ້ນ ໃນຂະນະ
ດຽວກັນ ສະຫະລັດ ເຊື່ອວ່າ ມັນໃຊ້ໄດ້ໃນຫຼາຍກໍລະນີຢ່າງກວ້າງຂວາງ.”
ທ່ານກ່າວ
ອີກວ່າ “ມັນກໍພຽງພໍ ໃນການສົ່ງສັນຍານໃຫ້ມີຄວາມເປັນຫ່ວງແດ່ຈັກໜ້ອຍ ແຕ່ກໍຈະ
ເປັນຂໍ້ອ້າງໃຫ້ສະຫະລັດ ຖ້າຕົນບໍ່ຢາກຈະຫົວຊາ ກໍຈະເວົ້າໄດ້ວ່າ ມັນບໍ່ເປັນການ
ລະເມີດ ຕໍ່ການຫ້າມກິດຈະການໃດນຶ່ງໄວ້ຊົ່ວຄາວນັ້ນ.”

ພາຍຫຼັງຈາກການຍິງທົດລອງ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຮັບ
“ການແຈ້ງໃຫ້ຊາບຢ່າງຄົບຖ້ວນ” ໂດຍທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມ
ໝັ້ນຄົງແຫ່ງຊາດ ອີງຕາມເຈົ້າໜ້າທີ່ອາວຸໂສຂອງຄະນະລັດຖະບານ.

ໂຄສົກທຳນຽບຂາວ ທ່ານນາງ ຊາຣາ ແຊນເດີສ໌ ໄດ້ກ່າວວ່າ “ພວກເຮົາຮູ້ຈັກກ່ຽວກັບ
ການກະທຳຂອງເກົາຫຼີເໜືອ ໃນມື້ຄືນວານນີ້. ພວກເຮົາຈະສືບຕໍ່ຕິດຕາມເບິ່ງ ເທົ່າທີ່
ເຫັນວ່າມີຄວາມຈຳເປັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG