ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ຈັດກອງປະຊຸມໃຫຍ່ຂອງພັກ ກ່ອນປີໃໝ່ທີ່ຈະມາເຖິງນີ້


ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ນັ່ງຢູ່ທາງກາງ, ເຂົ້າຮ່ວມການປະຊຸມໃຫຍ່ຄົບຄະນະຄັ້ງທີ 4 ຂອງຄະນະກໍາມະສູນການພັກແຮງງານເກົາຫຼີ ຊຸດທີ 8, ໃນຮູບທີ່ຖ່າຍເມື່ອວັນທີ 27 ທັນວາ 2021, ແລະຖືກເຜີຍແຜ່ຈາກສູນກາງຂ່າງຂອງເກົາຫຼີເໜືອເມື່ອວັນທີ 28 ທັນວາ 2021. (Photo by KCNA via KNS/AFP)
ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ນັ່ງຢູ່ທາງກາງ, ເຂົ້າຮ່ວມການປະຊຸມໃຫຍ່ຄົບຄະນະຄັ້ງທີ 4 ຂອງຄະນະກໍາມະສູນການພັກແຮງງານເກົາຫຼີ ຊຸດທີ 8, ໃນຮູບທີ່ຖ່າຍເມື່ອວັນທີ 27 ທັນວາ 2021, ແລະຖືກເຜີຍແຜ່ຈາກສູນກາງຂ່າງຂອງເກົາຫຼີເໜືອເມື່ອວັນທີ 28 ທັນວາ 2021. (Photo by KCNA via KNS/AFP)

ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ (Kim Jong Un) ໄດ້ເປີດກອງປະຊຸມທີ່ສໍາຄັນຂອງພັກທີ່ປົກຄອງປະເທດ ໃນອາທິດນີ້, ອີງຕາມການລາຍງານຂອງສື່ມວນຊົນລັດຖະບານໃນວັນອັງຄານມື້ນີ້, ເຊິ່ງເປັນການປະຊຸມທີ່ທ່ານໄດ້ເຄີຍໃຊ້ໃນການປະກາດນະໂຍບາຍຂອງປີໃໝ່ທີ່ສໍາຄັນ, ອີງຕາມອົງການຂ່າວ ຣອຍເຕີ ທີ່ລາຍງານໃນວັນທີ 28 ທັນວານີ້.

ອົງການຂ່າວຂອງລັດຖະບານ KCNA ລາຍງານວ່າ ການປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກໍາມະສູນການພັກແຮງງານເກົາຫຼີ ຊຸດທີ 8 ໄດ້ຈັດຂຶ້ນໃນມື້ວັນຈັນວານນີ້.

ການລວມໂຕກັນຂອງຄະນະພັກ ແລະບັນດາເຈົ້າໜ້າທີ່ລັດຖະບານ ມີຂຶ້ນໃນຂະນະທີ່ເກົາຫຼີເໜືອຕ້ອງຕໍ່ສູ້ຊົນກັບວິກິດການທາງດ້ານເສດຖະກິດ ທີ່ມີຜົນມາຈາກການປິດປະເທດເພື່ອຕໍ່ຕ້ານການແຜ່ລະບາດຂອງເຊື້ອພະຍາດ, ການຂວໍ້າບາດຈາກນານາຊາດ ຕໍ່ໂຄງການອາວຸດນິວເຄລຍ ແລະໄພທໍາມະຊາດອື່ນໆ.

ນອກນີ້ ຍັງລວມເຖິງການທີ່ເກົາຫຼີເໜືອໄດ້ສະເຫຼີມສະຫຼອງຄົບຮອບ 10 ປີຂອງທ່ານ ກິມ ທີ່ໄດ້ຮັບຕໍາແໜ່ງຜູ້ບັນຊາການສູງສຸດຂອງກອງທັບ ຫຼັງຈາກການເສຍຊີວິດຂອງຜູ້ເປັນພໍ່ ທ່ານກິມ ຈົງ ອິລ (Kim Jong Il) ໃນປີ 2011.

ລາຍງານລະບຸວ່າ “ການປະຊຸມໃຫຍ່ນີ້ ເປັນການທົບທວນການດໍາເນີນງານຕາມນະໂຍບາຍຫຼັກຂອງພັກ ແລະລັດ ສໍາລັບປີ 2021.”

ອົງການຂ່າວຂອງລັດ KCNA ກ່າວວ່າ ໃນການປະຊຸມ, ບັນດາເຈົ້າໜ້າທີ່ຈະມີການປຶກສາຫາລື ແລະຕັດສິນໃຈກ່ຽວກັບຍຸດທະສາດ, ຍຸດທະວິທີ ແລະຂັ້ນຕອນການປະຕິບັດສໍາລັບ “ຂັ້ນຕອນຂອງການດໍາເນີນງານໃນການຊີ້ນໍາການຕໍ່ສູ້ຂອງພັກ ແລະປະຊາຊົນຂອງພວກເຮົາ ເພື່ອນໍາພາຊ່ວງເວລາໃໝ່ແຫ່ງການພັດທະນາໂຄງສ້າງສັງຄົມນິຍົມ ໄປສູ່ໄຊຊະນະໃນຂັ້ນຕໍ່ໄປ.” ທ່ານ ກິມ ມຫກມີກາດປະກາດນະໂຍບາຍທີ່ສໍາຄັນໃນຊ່ວງປີໃໝ່, ເຊິ່ງລວມເຖິງປີ 2018 ເມື່ອທ່ານໄດ້ປະກາດກ່ຽວກັບຄະນະຜູ້ແທນທີ່ເຂົ້າຮ່ວມກິລາໂອລິມປິກລະດູໜາວໃນເກົາຫຼີໃຕ້, ແລະເມື່ອປີ 2019 ທີ່ທ່ານອະທິບາຍເຖິງເຈດຈໍານົງທີ່ຈະດໍາເນີນການເຈລະຈາກັບປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG