ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ອາດ​ກະ​ກຽມ ​ຍິງ​ລູກ​ສອນ​ໄຟ ຫຼື ປ່ອຍ​ຍານ​ອະ​ວະ​ກາດ


ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ ຮູບ​ພາບ​ຈາກ​ດາວ​ທຽມ ກ່ຽວ​ກັບ ສະ​ຖານ​ທີ່​ຍິງ​ລູກ​ສອນ​ໄຟ, ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ ໂຊ​ລ, ນະ​ຄອນຫຼວງ ໂຊ​ລ, ປະ​ເທດ ເກົາຫຼີ​ໃຕ້. 24 ກໍ​ລະ​ກົດ, 2018.
ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ ຮູບ​ພາບ​ຈາກ​ດາວ​ທຽມ ກ່ຽວ​ກັບ ສະ​ຖານ​ທີ່​ຍິງ​ລູກ​ສອນ​ໄຟ, ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ ໂຊ​ລ, ນະ​ຄອນຫຼວງ ໂຊ​ລ, ປະ​ເທດ ເກົາຫຼີ​ໃຕ້. 24 ກໍ​ລະ​ກົດ, 2018.

ມັນ​ມີ​ສິ່ງ​ທີ່​ລະ​ບຸ​ໃຫ້​ເຫັນ​ວ່າ ເກົາຫຼີ​ເໜືອ ອາດ​ຈະ​ກະ​ກຽມ​ການ​ຍິງ​ລູກ​ສອນ​ໄຟ ຫຼື ການ
ປ່ອຍຍານອະວະກາດ, ອີງຕາມການລາຍງານຂອງວິທະຍຸສາທາລະນະແຫ່ງຊາດ.
ສື່ຂ່າວ ສະຫະລັດ ໄດ້ກ່າວວ່າ ນັກວິເຄາະ ກ່ຽວກັບ ຮູບພາບຂອງໂຮງງານ ຊານຳດອງ
ຕັ້ງຢູ່ໃກ້ກັບນະຄອນຫຼວງ ພຽງຢາງ ທີ່ຖ່າຍຈາກດາວທຽມ ນັ້ນໄດ້ເປີດເຜີຍການປາກົດ
ຕົວຂອງລົດບັນທຸກ, ລົດລາງ ແລະ ເຄື່ອງຍົກຕ່າງໆ.

ທ່ານ ເຈັ​ຟ​ຟ​ຣີ ລູ​ວິ​ສ (Jeffrey Lewis), ນັກ​ຄົ້ນ​ຄວ້າ​ທີ່​ສະ​ຖາ​ບັນ ມິດ​ໂດບູ​ຣີ
(Middlebury) ກ່ຽວກັບ ການສຶກສາສາກົນ ໃນເມືອງ ມອນເຕຣີ ລັດຄາລິຟໍເນຍ ໄດ້
ກ່າວວ່າ “ເມື່ອເຈົ້າເອົາທຸກຢ່າງນັ້ນມາເຂົ້າກັນ, ມັນແມ່ນສິ່ງທີ່ເບິ່ງຄືຍາມທີ່ ເກົາຫຼີເໜືອ
ຢູ່ໃນຂັ້ນຕອນການສ້າງຈະຫຼວດ.”

ທ່ານ ລູ​ວິ​ສ ໄດ້​ສຶກ​ສາ​ຮູບ​ພາບ​ຕ່າງໆ, ເຊິ່ງ​ຖືກສະ​ໜອງ​ໃຫ້​ໂດຍບໍ​ລິ​ສັດ DigitalGlobe,
ເປັນບໍລິສັດການຄ້າທີ່ສະໜອງຮູບພາບຈາກອະວະກາດ ແລະ ໂລກ ຂອງ ສະຫະລັດ.

ຄວາມ​ຄືບ​ໜ້າ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນລຸນຫຼັງ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ
ໄດ້ກ່າວວ່າ ທ່ານຈະ “ຜິດຫວັງຫຼາຍ” ຖ້າ ເກົາຫຼີເໜືອ ສືບຕໍ່ການທົດລອງລະເບີດນິວ
ເຄລຍຂອງເຂົາເຈົ້າ ຫຼັງຈາກການປະຊຸມຂອງທ່ານເມື່ອບໍ່ດົນມານີ້ກັບຜູ້ນຳ ເກົາຫຼີເໜືອ
ທ່ານ ກິມ ຈົງ ອຶນ.

ທ່ານ ທ​ຣຳ ໄດ້​ໃຫ້​ຄຳ​ເຫັນ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ທ່ານກຽ​ມ
ພ້ອມທີ່ຈະເດີນທາງໄປລັດ ອາລາບາມາ ເພື່ອເບິ່ງຮູບພາບພາຍຸທໍເນໂດ. ທ່ານໄດ້ກ່າວ
ວ່າທ່ານໄດ້ປັບປຸງສາຍພົວພັນຂອງ ສະຫະລັດ ກັບ ເກົາຫຼີເໜືອ ຢ່າງໃຫຍ່ໃນລະຫວ່າງ
ການດຳລົງຕຳແໜ່ງຂອງທ່ານ.

ທ່ານ​ໄດ້​ກ່າວ​ວ່າ “ເບິ່ງ​ແມະ, ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ມາ, ພາຍ​ໃຕ້​ລັດ​ຖະ​ບານ​ທ່ານ ໂອ​
ບາມາ ນັ້ນ, ເກົາຫຼີເໜືອ ແມ່ນຄືກັບໄພພິບັດ. ພວກທ່ານໄດ້ພາກັນເຮັດສົງຄາມ, ບໍ່ວ່າ
ທ່ານຈະຮູ້ຫຼືບໍ່. ແລະ ຂ້າພະເຈົ້າກໍສືບທອດເອົາຄວາມວຸ້ນວາຍນັ້ນຕໍ່.”

ທ່ານ​ໄດ້​ເວົ້າ​ຕໍ່​ວ່າ, ຕອນນີ້​ພວກທ່ານ​ບໍ່​ໄດ້​ທຳ​ການ​ທົດ​ລອງ, ພວກ​ທ່ານບໍ່​ໄດ້​ເຮັດ​ຫຍັງ.
ຖ້າເບິ່ງວ່າຈະເກີດຫຍັງຂຶ້ນ, ແຕ່ຂ້າພະເຈົ້າຈະຜິດຫວັງຫຼາຍ ຖ້າຂ້າພະເຈົ້າໄດ້ເຫັນ
ການທົດລອງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG