ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍງານ: ເກົາຫລີເໜືອ ຍິງລູກສອນໄຟ ໄລຍະໃກ້ 4 ລູກ


ລູກສອນໄຟຂອງເກົາຫລີເໜືອ ທີ່ນໍາມາສະແດງ ໃນການສວນສະໜາມ ຂອງກອງທັບ ໃນວັນຄົບຮອບ 60 ປີ ຂອງການເຊັນສັນຍາສະຫງົບເສິກເກົາຫລີ 1950-1953 ໃນກຸງພຽງຢາງ, ວັນທີ 27 ກໍລະກົດ 2013.
ລູກສອນໄຟຂອງເກົາຫລີເໜືອ ທີ່ນໍາມາສະແດງ ໃນການສວນສະໜາມ ຂອງກອງທັບ ໃນວັນຄົບຮອບ 60 ປີ ຂອງການເຊັນສັນຍາສະຫງົບເສິກເກົາຫລີ 1950-1953 ໃນກຸງພຽງຢາງ, ວັນທີ 27 ກໍລະກົດ 2013.
ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ ​ໄລຍະ​ສັ້ນ 4 ລູກ ​ອອກ​ໄປ​ນອກ​ຝັ່ງ​ທະ​ເລ ​ກໍ້າ ຕາ​ເວັນ​ອອກ ຂອງ​ປະ​ເທດ.

​ໂຄສົກ​ກະຊວງ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ອື່ນ​ໃດ​ຕື່ມ ກ່ຽວ​ກັບ​ການ​ຍິງ
​ລູກ​ສອນ​ໄຟ​ດັ່ງກ່າວ ທີ່​ມີ​ຂຶ້ນ​ໃນ​ແລງ​ວັນ​ພະຫັດ​ມື້​ນີ້. ແລະ​ລັດຖະ
ບານ​ພຽງ​ຢາງ​ກໍ​ບໍ່​ໄດ້​ມີ​ຄວາມ​ເຫັນ​ໃດໆ.

ການທີ່​ເກົາຫລີ​ເໜືອຍິງ​ທົດລອງ​ລູກ​ສອນ​ໄຟນັ້ນ ບໍ່ແມ່ນ​ເລື້ອງ​ຜິດ
ປົກກະຕິ. ​ເຊື່ອ​ກັນ​ວ່າ ການ​ຍິງ​ທົດ​ລອງ​ໃນ​ຄັ້ງ​ຜ່ານໆ​ມາ ​ແມ່ນ​ເພື່ອ
ສົ່ງ​ຂໍ້ຄວາມ​ທາງ​ການ​ເມືອງ​ ໄປ​ຍັງ​ເກົາຫລີ​ໃຕ້.

ວົງລັດສະໝີ ໄລຍະຍິງ ຂອງລູກສອນໄຟເກົາຫຼີເໜືອ
ວົງລັດສະໝີ ໄລຍະຍິງ ຂອງລູກສອນໄຟເກົາຫຼີເໜືອ

ການ​ຍິງ​ທົດ​ລອງ​ເທື່ອ​ຫລ້າ​ສຸດ​ນີ້ ມີ​ຂື້ນ​ໃນ​ຂະນະ​ທີ່​ ກຸງ​ໂຊ​ລກັບ​
ກຸງ​ວໍ​ຊິງ​ຕັນ ທໍາ​າການ​ຊ້ອມ​ລົບ​ຂະໜານ​ໃຫຍ່​ຮ່ວມ​ກັນ ຊຶ່ງ​ເກົາ
ຫລີ​ເໜືອຖື​ວ່າ ​ເປັນ​ການ​ເກາະ​ຜິດທີ່​ຮັບ​ເອົາ​ບໍ່ໄດ້.

ທັງສອງ​ຝ່າຍ​ຕ່າງ​ກໍ​ຢູ່​ໃນ​ທ່າ​ລະວັງ​ໂຕ​ສູງ ​ໃນ​ລະຫວ່າງ​ການ
​ຊ້ອມລົບ​ນັ້ນ. ​ລຸນຫລັງ​ການ​ຊ້ອມ​ລົບບັ້ນ​ນຶ່ງ​ຂອງ​ເກົາຫລີ​ໃຕ້
ໃນ​ປີ 2010 ​ເກາະ​ຫລີ​ເໜືອ​ໄດ້​ຍິງ​ປືນ​ໃຫຍ່ ​ໂຈມ​ຕີ​ເກາ​ະນຶ່ງ
ຂ​ອງ​ເກົາຫລີ​ໃຕ້ ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ .

​ການ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ ຍັງມີ​ຂຶ້ນ ພຽງບໍ່​ເທົ່າ​ໃດ​ມື້ ຫລັງ​ຈາກ​ທີ່​ເກົາຫລີ​ເໜືອ ກັບໃຕ້ ​
ໄດ້​ຮື້​ຟື້ນ​ການ​ເຕົ້າ​ໂຮມ​ພວກ​ຄອບຄົວ​ທີ່​ພັດ​ພາກ​ຈາກ​ກັນ ຍ້ອນ​ສົງຄາມ​ເກົາຫລີ ໃນ​ຊຸມ​ປີ
1950 ນັ້ນ ຊຶ່ງ​ເປັນ​ເທື່ອ​ທໍາອິດ ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ.
XS
SM
MD
LG