ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີລາຍງານວ່າ ເກົາຫຼີເໜືອ ເອຣິເທຣຍ ມີອັດຕາ ຂ້າທາດ ສະໄໝໃໝ່ ສູງທີ່ສຸດ

BMT baş katibi Antonio Quterreş Şotlandiya İqlim Sammitinin açılış mərasimində
BMT baş katibi Antonio Quterreş Şotlandiya İqlim Sammitinin açılış mərasimində

ເກົາຫຼີ​ເໜືອ ​ແລະ​ເອຣິ​ເທຣຍ ມີ​ກໍລະນີ​ຂ້າ​ທາດ​ສະ​ໄໝ​ໃໝ່​ສູງ​ສຸດ ອີງຕາມກາ​ນສຳ​ຫຼວດ
ຢູ່ໃນ​ທົ່ວ​ໂລກ ​ທີ່ນຳອອກ​ເຜີ​ຍ​ແຜ່ ​ໃນວັນ​ພະຫັດ​ວານ​ນີ້.

ດັດຊະນີ​ຂ້າ​ທາດ​ຢູ່ໃນ​ທົ່ວ​ໂລກ ກະປະມານ​ວ່າ ມີ 40 ລ້ານ 3 ແສນ​ຄົນ​ຢູ່ໃນ​ທົ່ວ​ໂລກ​
ໄດ້ຕົກ​ເປັນ​ຂ້າ​ທາດ​ສະ​ໄໝ​ໃໝ່ ​ໃ​ນປີ 2016. ການ​ສຳ​ຫຼວດຕີຄວາມ​ໝາຍ​ຂ້າທາດ​ສະ​
ໄໝໃໝ່​ວ່າ ​ເປັນ​ການ​ຄ້າ​ມະນຸດ ການບັງຄັບ​ໃຊ້​ແຮງ​ງານ ໜີ້​ສິນທີ່​ຕິດ​ຄ້າງ ການຖືກບັງ
ຄັບ​ໃຫ້​ແຕ່ງງານ ການ​ຂາຍ ​ແລະການສວຍໃຊ້ພວກ​ເດັກນ້ອຍ ຕະຫລອດ​ທັງ​ເປັນ​ຂ້າ​
ທາດນຳ​ດ້ວຍ.

​ລາຍ​ງານ​ກ່າວ​ວ່າ ເກົາຫຼີ​ເໜືອ​ມີ​ເປີ​ເຊັນ​ສູງສຸດ ​ໃນ​ການ​ເຮັດ​ໃຫ້​ປະຊາຊົນຂອງ​ຕົນ​ຕົກ​
ເປັນ​ຂ້າ​ທາດ ຄືນຶ່ງ​ໃນ 10 ຄົນໃດ ​ແມ່ນຕົກ​ເປັນ​ຂ້າ​ທາດ​ສະ​ໄໝ​ໃໝ່ ​ແລະ “​ສ່ວນໃຫຍ່
ແລ້ວ ໄດ້ຖືກ​ບັງຄັບໃຫ້ເຮັດວຽກ​ ໂດຍ​ລັດຖະບານ.”

ລາຍ​ງານ​ກ່າວ​ວ່າ ບັນດາປະເທດ​ພັດທະນາແລ້ວ ​ມີ​ສ່ວນ​ຮັບຜິດຊອບ​ເພາະວ່າ ​ເຂົາ​
ເຈົ້າ​ໄດ້ນຳເຂົ້າສິນຄ້າ ໃນ​ມູນ​ຄ່າ​ 350 ພັນ​ລ້ານ​ໂດ​ລາ ທີ່ໄດ້ຮັບການຜະ ລິດ​ພາຍ​ໃຕ້
​ກໍລະນີ​ທີ່​ມີ​ຄວາມສົງ​ໄສ. ລາຍ​ງານໄດ້​ກ່າວອ້າງວ່າ ​ຖ່ານ​ຫີນ ໝາກ​ກາກາວ ຝ້າຍ ​ໄມ້
​ທ່ອນ ​ແລະ​ປາແມ່ນຮວມຢູ່​ໃນ​ຜະ​ລິດ​ຕະພັນທີ່​ອາດຖືກຜະລິດ​ໂດຍຂ້າ​ທາດ​ສະ​ໄໝ​ໃໝ່.

ອິນ​ເດ​ຍ​ເປັນ​ປະເທດທີ່ມີ​ຈຳນວນ​ທັງ​ໝົດ​ຫຼາຍທີ່ສຸດ ຊຶ່ງ​ກະປະມານວ່າມີຂ້າທາດ 8
ລ້ານ​ຄົນ ຂອງຈຳນວນປະຊາກອນທັງໝົດ 1 ພັນ​ 3 ລ້ານ​ຄົນ ອີງ​ຕາມມູນ ນິທິວອກຟຣີ
ຊຶ່ງ​ໄດ້ພິມ​ເຜີຍ​ແຜ່​ດັດ​ຊະນີ​ຂ້າ​ທາດ​ຢູ່​ໃນທົ່ວ​ໂລກ​ນັບ​ແຕ່​ປີ 2013.

ການ​ແນ​ໃສ່​ຂອງ​ດັດ​ຊະນີນີ້ ​ກໍ​ເພື່ອ​ກົດ​ດັນ​ບັນດາ​ລັດຖະບານ ​ແລະ​ບໍລິສັດ​ຕ່າງໆ​ໃຫ້​ເອົາມາດຕະການ​ເພີ້​ມຂຶ້ນ ​ເພື່ອ​ຍຸຕິ​ບັນຫາ​ດັ່ງກ່າວໂດຍ​ການ​ໃຫ້​ຂໍ້​ມູນ​ກ່ຽວກັບ ​ຈຳນວນ
​ໂຕ​ເລກ ​ຂອງ​ຜູ້ຄົນ​ທີ່​ພົວພັນ ​ແລະ​ຜົນ​ກະທົບ​ທີ່​ມີ​ຢູ່ໃນ​ທົ່ວ​ໂລກ.

ຫຼັງ​ຈາກ​ເກົາ​ຫຼີ​ເໜືອ ​ແລະ​ເອຣິ​ເທຣຍແລ້ວ ປະເທດທີ່ລ່ວງລະເມີດຮ້າຍແຮງ​ສຸດກໍໄດ້

ແກ່ບູຣູນດີ ສາທາລະນະ​ລັດອາ​ຟຣິກາ​ກາງ ອັຟກາ​ນິສຖານ ​ມໍຣິ​ເຕ​ເນຍ ຊູ​ດານ​ໃຕ້
ປາ​ກິ​ສຖານ ກຳປູ​ເຈຍ ​ແລະ​ອີຣ່ານ ທີ່​ການ​ສຳ​ຫຼວດ​ໄດ້​ພົບ​ເຫັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG