ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ເໜືອ​ສົ່ງ​ໃບ​ເກັບ​ເງິນ ເພື່ອ​ຮຽກ​ເອ​ົາ 2 ລ້ານ​ໂດ​ລາ ຈາກ​ ສ​ຫ​ລ ສຳ​ລັບຄ່າ​ປິ່ນ​ປົວ ​ທ້າວ ວາມ​ບີ​ເອີ​


​ທ້າວອັ​ອດ​ໂຕ ວາມ​ບີ​ເອີ (Otto Warmbier), ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລເວີ​ຈີ​ເນຍທີ່​ຖືກ​ຄຸມ​ຂັງ​ໃນ​ເກົາ​ຫລີ​ເໜືອແຕ່​ຕົ້ນ​ເດືອນມັງ​ກອນ 2016 ໄດ້​ຖືກ​ນຳ​ໂຕ​ໄປ​ຂຶ້ນ​ສານສູງ​ສຸດ​ເກົາ​ຫລີ​ເໜືອຢູ່​ນະ​ຄອນ​ພຽງ​ຢາງໃນ​ວັນ​ທີ 16 ມີ​ນາ, 2016
​ທ້າວອັ​ອດ​ໂຕ ວາມ​ບີ​ເອີ (Otto Warmbier), ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລເວີ​ຈີ​ເນຍທີ່​ຖືກ​ຄຸມ​ຂັງ​ໃນ​ເກົາ​ຫລີ​ເໜືອແຕ່​ຕົ້ນ​ເດືອນມັງ​ກອນ 2016 ໄດ້​ຖືກ​ນຳ​ໂຕ​ໄປ​ຂຶ້ນ​ສານສູງ​ສຸດ​ເກົາ​ຫລີ​ເໜືອຢູ່​ນະ​ຄອນ​ພຽງ​ຢາງໃນ​ວັນ​ທີ 16 ມີ​ນາ, 2016

ເກົາ​ຫລີ​ເໜືອ​ສົ່ງ​ໃບ​ເກັບ​ເງິນຈຳ​ນວນ 2 ລ້ານ​ໂດ​ລາ​ໃຫ້​ສະ​ຫະ​ລັດສຳ​ລັບ​ຄ່າ​ປິ່ນ​ປົວ​ນັກ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ສະ​ຫະ​ລັດ ທີ່​ຖືກ​ພຽງ​ຢາງ​ຈັບ​ໄປ​ຂັງ​ໃນ​ປີ 2016 ແລະ​ກັບ​ຄືນ​ມາ​ຍັງ​ສະ​ຫະ​ລັດ​ໃນ​ສະ​ພາບ​ທີ່​ອ່ອນ​ເພຍແບບບໍ່​ຮູ້​ສຶກ​ຕົວເລີຍ ໃນ​ເວ​ລາ 1 ປີ ຕໍ່​ມາ, ອີງ​ຕາມລາຍ​ງານ​ຂອງໜັງ​ສື​ພິມ Washington Post.

ແຫລ່ງ​ຂ່າວບອກ​ໜັງ​ສື​ພິມ Washington Post ວ່າ ທູດ​ພິ​ເສດ​ຕົ້ນ​ຕໍ​ທີ່​ຖືກ​ສົ່ງ​ໄປ​ເອົາ​ທ້າວອັ​ອດ​ໂຕ ວາມ​ບີ​ເອີ (Otto Warmbier) ມາ​ນັ້ນ ໄດ້​ເຊັນ​ສັນ​ຍາ​ວ່າ​ຈະ​ຈ່າຍ​ເງິນຄ່​າປິ່ນ​ປົວ​ດັ່ງ​ກ່າວ ​ຕາມ​ຄຳ​ສັ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ​ທ​ຣຳ. ໃບ​ບິນ​ດັ່ງ​ກ່າວໄດ້​ຖືກ​ສົ່ງ​ໄປ​ຫາ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ແຕ່​ວ່າ ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ລັດ​ຖະບານ​ໄດ້​ຈ່າຍ​ເງິນ​ທີ່​ຂຽນ​ຢູ່ໃນ​ໃບ​ເກັບ​ເງິນນັ້ນຫລື​ບໍ່.

"ພວກ​ເຮົາ​ບໍ່​ໃຫ້​ຄຳ​ຄິດ​ເຫັນ​ແຕ່​ຢ່າງ​ໃດ​ກ່ຽວ​ກັບ​ການ​ເຈ​ລະ​ຈາຕໍ່​ລອງ​ເລື້ອງຕົວ​ປະ​ກັນ ສະ​ນັ້ນ​ຫລະ​ມັນ​ຈຶ່ງ​ເຮັດ​ໃຫ້​ພວກ​ເພິ່ນປະ​ສົບ​ຜົນ​ສຳ​ເລັດ​ຢູ່​ໃນ​ລັດ​ຖະ​ບານ​ຊຸດນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ Sarah Sanders, ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ ​ທີ່​ກ່າວ​ຢູ່​ໃນ​ຂໍ້​ຄວາມ​ຂຽນ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ.

​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ​ທ​ຣຳຂອງ ສ​ຫລ ແລະ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ​ ຈົງ​ອຶນ ພົບ​ປະ​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທີ່​ສອງ​ຢູ່​ຮາ​ໂນ້ຍ, ວັນ​ທີ 28 ກຸມ​ພາ, 2019
​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ​ທ​ຣຳຂອງ ສ​ຫລ ແລະ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ​ ຈົງ​ອຶນ ພົບ​ປະ​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທີ່​ສອງ​ຢູ່​ຮາ​ໂນ້ຍ, ວັນ​ທີ 28 ກຸມ​ພາ, 2019

ໃນ​ວັນ​ທີ 30 ກັນ​ຍາ ຊຶ່ງ​ເປັນ​ເວ​ລາ​ບໍ່​ດົນພໍ​ເທົ່າ​ໃດມານີ້ ທ່ານ​ທ​ຣຳ​ກ່າວຢືນ​ຢັນ​ວ່າ ລັດ​ຖະ​ບານບໍ່​ໄດ້​ຈ່າຍ "ເງິນ​ຈັກ​ໜ້ອຍ​ເລີຍ" ເພື່ອ​ເອົາ "ຄົນ​ທີ່​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ" ທີ່​ເປັນຊາວ​ອາ​ເມ​ຣິ​ກັນ​ທັງ​ຫລາຍ​ ອອກ​ມາ​ຈາກ​ເກົາ​ຫລີ​ເໜືອ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ​ດັ່ງ​ກ່າວ.

ທ້າວ ວາມ​ບີ​ເອີ (Warmbier) ໄດ້​ຖືກ​ຈັບ​ໄປຂັງໃນ​ເດືອນ​ມັງ​ກອນ ປີ 2016 ຍ້ອນຖືກ​ກ່າວ​ຫາ​ວ່າ ​ໄດ້​ລັກ​ເອົາ​ປ້າຍ​ອັນ​ນຶ່ງ​ຢູ່​ໃນ​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ເກົາ​ຫລີ​ເໜືອ. ລາວ​ມີ​ອາ​ຍຸ​ໄດ້ 21 ປີ​ຕອນ​ທີ່​ລາວ​ຖືກ​ຈັບ​ນັ້ນ. ພາຍ​ຫລັງ​ທີ່​ໄດ້​ໄປ​ປາ​ກົດ​ໂຕ​ຢູ່​ໃນ​ສານ ແລະ​ໄດ້​ທຳ​ການ​ຂໍ​ຂະ​ມາ​ໂທດ​ແບບ​ໂສກ​ເສົ້າ​ເສຍ​ໃຈ​ທີ່​ໄດ້​ຖືກ​ບັນ​ທຶກ​ໃນ​ວີ​ດິ​ໂອ ແລະ​ຖືກ​ຄົນ​ເອົາ​ສົ່ງ​ໃຫ້​ກັນ​ເບິ່ງ​ຢ່າງກວ້າງ​ຂວາງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ແລ້ວ, ລາວ​ກໍ​ຖືກ​ສານ​ຕັດ​ສິນ​ໃນ​ເດືອນ​ມີ​ນາ 2016 ແລະ​ຖືກ​ຕັດ​ສິນ​ໃຫ້​ຖືກ​ລົງ​ໂທດ​ດ້ວຍ​ການ​ອອກ​ແຮງ​ງານ​ເປັນ​ເວ​ລາ 15 ປີ ຢູ່​ໃນ​ຄຸກ​ຂອງ​ເກົາ​ຫລື​ເໜືອ​ແຫ່ງ​ນຶ່ງ.

ອ​່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG