ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍງານ ແຈ້ງວ່າ ຖ້ຽວບິນ MH370 ບໍ່ມີໃຜ ຄວບຄຸມ ເວລາເຮືອບິນຕົກ


ພວກເດັກນ້ອຍ ຂຽນຂໍ້ຄວາມຂອງຄວາມຫວັງ ທີ່ຈະພົບເຫັນ ພວກຜູ້ໂດຍສານ ທີ່ຫາຍສາບສູນໄປ ໃນເຮືອບິນໂດຍສານ ມາເລເຊຍ ຖ້ຽວບິນ MH370 ຢູ່ທີ່ ເດີ່ນເຮືອບິນສາກົນ ນະຄອນຫຼວງ Kuala Lumpur, ວັນທີ 14 ມິຖຸນາ 2014.
ພວກເດັກນ້ອຍ ຂຽນຂໍ້ຄວາມຂອງຄວາມຫວັງ ທີ່ຈະພົບເຫັນ ພວກຜູ້ໂດຍສານ ທີ່ຫາຍສາບສູນໄປ ໃນເຮືອບິນໂດຍສານ ມາເລເຊຍ ຖ້ຽວບິນ MH370 ຢູ່ທີ່ ເດີ່ນເຮືອບິນສາກົນ ນະຄອນຫຼວງ Kuala Lumpur, ວັນທີ 14 ມິຖຸນາ 2014.

ການວິເຄາະຂອງຂໍ້ມູນທາງດາວທຽມ ຊີ້ໃຫ້ເຫັນວ່າ ບໍ່ມີຜູ້ໃດຄວບຄຸມເຮືອບິນໂດຍສານ ມາເລເຊຍ ຖ້ຽວບິນ 370 ໃນເວລາ ທີ່ມັນດິ່ງລົງສູ່ມະຫາສະໝຸດອິນເດຍ ເມື່ອເດືອນມີນາ ປີ 2014.

ອົງການ​ຄຸ້ມ​ຄອງຄວາມປອດດ້ານການຂົນສົ່ງ ຂອງອອສເຕຣເລຍ ຫຼື ATSB ໄດ້ເປີດ
ເຜີຍ ບົດລາຍງານ ໃນວັນພຸດມື້ນີ້ ໃນຂະນະທີ່ບັນດານັກຊ່ຽວຊານ ໄດ້ໄປເຕົ້າໂຮມກັນ ຢູ່ທີ່ນະຄອນ Sydney ເພື່ອປະເມີນ​ ຄວາມເປັນໄປໄດ້ ​ໃນການຄົ້ນຫາເຮືອບິນລຳ
ດັ່ງກ່າວ ໃນອະນາຄົດ ຊຶ່ງໄດ້ຫາຍສາບສູນ ພ້ອມກັບຜູ້​ໂດຍສານ​ແລະ​ຈຸ​ບິນ 239 ຄົນ.

ການສື່ສານທາງດາວທຽມ ຈາກເຮືອບິນລຳດັ່ງກ່າວ ແມ່ນສອດຄ້ອງກັບການທີ່ເຮືອບິນ ພວມຢູ່ໃນສະພາບທີ່ “ລົດລະດັບຄວາມສູງລົງ ດ້ວຍອັດຕາຄວາມໄວທີ່ສູງຂຶ້ນເລື້ອຍໆ” ກ່ອນທີ່ມັນຈະຫາຍໄປ ດັ່ງທີ່ລາຍງານໄດ້ກ່າວ. ບັນດານັກສືບສວນສອບສວນ ຂອງ ອອສເຕຣເລຍ ເຊື່ອວ່າ ເຮືອບິນລຳນີ້ ເບິ່ງຄືວ່າ ບິນດ້ວຍລະບົບອັດຕະ​ໂນມັດ ໃນລະ
ຍະເວລາ ກ່ອນທີ່ນຳມັນຈະໝົດ ແລະ ຕົກລົງສູ່ມະຫາສະໝຸດ. ເສັ້ນທາງການບິນ ແມ່ນ ຈາກນະຄອນຫຼວງ ກົວລາລຳເປີ ໄປຍັງ ນະຄອນຫຼວງ ປັກກິ່ງ ໃນເວລາມັນໄດ້ຫາຍ ສາບສູນໄປ.

ໃນຂະນະທີ່ ບາງຊິ້ນສ່ວນ ຂອງເຮືອບິນນັ້ນ ໄດ້ຖືກຟອງທະເລພັດຂຶ້ນຝັ່ງ ຢູ່ອ້ອມຮອບ ມະຫາສະໝຸດອິນເດຍ ໃນ​ໄລຍະສອງປີເຄິ່ງທີ່ຜ່ານມາ ນັບຕັ້ງແຕ່ມັນໄດ້ຫາຍໄປນັ້ນ ສະຖານທີ່ຕົກຂອງເຮືອບິນ Boing 777 ລຳ​ນີ້ ​ແມ່ນຍັງບໍ່ສາມາດລະບຸໄດ້ເທື່ອ.

ໜຶ່ງໃນຊິ້ນສ່ວນເຫຼົ່ານີ້ ຄື ໃບພັບຂອງປີກທີ່ໄດ້ພົບເຫັນ ຢູ່ແຄມຝັ່ງປະເທດແທນຊາເນຍ ປາກົດວ່າ ຢືນຢັນຕໍ່ທິດສະດີ ທີ່ບໍ່ມີຜູ້ໃດບັງຄັບເຮືອບິນລຳດັ່ງກ່າວ ໃນເວລາສຸດທ້າຍ ຂອງມັນ.

ບັນດານັກສືບສວນສອບສວນ ກ່າວວ່າ ໃບພັບປາກົດວ່າ ບໍ່ໄດ້ຖືກນຳໃຊ້ ໃນເວລາມັນ
ຫັກອອກຈາກປີກຂອງຍົນ. ຖ້ານັກບິນໄດ້ພະຍາຍາມ ຄວບຄຸມເຮືອບິນ ຄືນມາຈາກ ສະພາບທີ່ດິ່ງລົງນັ້ນ ຕາມປົກກະຕິແລ້ວໃບພັບຈະຍືດອອກ.

ຜູ້ອຳນວຍການດ້ານການຄົ້ນຫາ ຂອງ ATSB ເວົ້າວ່າ “ທ່ານສາມາດຕັດສິນໄດ້ ດ້ວຍ ຕົວທ່ານເອງ ວ່າ ອັນນັ້ນ​ແມ່ນໝາຍຄວາມວ່າ ມີຜູ້ໃດຜູ້ໜຶ່ງ ຄວບຄຸມເຮືອບິນຢູ່ ໃນເວລານັ້ນ ຫຼືບໍ່.”

ພວກພະນັກງານຄົ້ນຫາ ສືບຕໍ່ຊອກຫາ ໃນເນື້ອທີ່ 120,000 ຕາລາງກິໂລແມັດ ເຖິງຢ່າງໃດກໍຕາມ ຄວາມພະຍາຍາມດັ່ງກ່າວແມ່ນຄາດວ່າ ຈະແລ້ວເສັດ ໃນຕົ້ນປີ 2017. ເວັ້ນເສຍແຕ່ວ່າ ຈະມີຫຼັກຖານໃໝ່ ທີ່ຊີ້ໃຫ້ເຫັນ ຢ່າງ​ເປັນ​ການເຈາະຈົງຂອງ ສະຖານທີ່ຕົກຂອງ​ເຮືອບິນ ບັນ ດາເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າຈະຍຸຕິ ການຕາມລ່າຫາຖ້ຽວບິນ MH370.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

MH370 Report
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG