ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຜູ້ຕິດເຊື້ອ HIV ເພີ່ມຂຶ້ນ ໃນຢູໂຣບ ຕາເວັນອອກ


ຄົນເຈັບຜູ້ນຶ່ງ ທີ່ຄລີນິກຂອງລັດຖະບານ ຊຶ່ງເປັນສູນກາງປິ່ນປົວ ຄົນຕິດເຊື້ອ HIV ທີ່ໃຫຍ່ທີ່ສຸດຂອງຢູເຄຣນ ໃນນະຄອນ Kiev (12 ກັນຍາ 2013)
ຄົນເຈັບຜູ້ນຶ່ງ ທີ່ຄລີນິກຂອງລັດຖະບານ ຊຶ່ງເປັນສູນກາງປິ່ນປົວ ຄົນຕິດເຊື້ອ HIV ທີ່ໃຫຍ່ທີ່ສຸດຂອງຢູເຄຣນ ໃນນະຄອນ Kiev (12 ກັນຍາ 2013)
ຈຳນວນຜູ້ຄົນ ທີ່ຕິດເຊື້ອ HIV ທີ່ພາໃຫ້ເປັນໂຣກ AIDS ໃນທະ
ວີບຢູໂຣບ ແລະໃນພວກປະເທດໃກ້ຄຽງ ໄດ້ເພີ່ມຂຶ້ນ 8 ເປີເຊັນ
ໃນປີຜ່ານມາຊຶ່ງກໍລະນີສ່ວນໃຫຍແມ່ນພວກປະຊາຊົນໃນຢູໂຣບ
ຕາເວັນອອກແລະໃນພາກເອເຊຍກາງ.

ສູນຄວບຄຸມແລະປ້ອງກັນພະຍາດຂອງຢູໂຣບໄດ້ເປີດເຜີຍລາຍ
ງານສະບັບນຶ່ງ ໃຫ້ຮູ້ໃນວັນພຸດວານນີ້ ໂດຍສະແດງໃຫ້ເຫັນວ່າ
ມີການແຈ້ງໃຫ້ຮູ້ວ່າ ມີຄົນຕິດເຊື້ອ HIV ລາຍໃໝ່ ປະມານ 131
ພັນຄົນໃນຂົງເຂດໃນປີ 2012 ຜ່ານມາ. ລາຍງານສະບັບນີ້ກ່າວ
ຕື່ມວ່າ ການເພີ່ມຂຶ້ນ ຂອງຈຳນວນກໍລະນີທີ່ຕິດເຊື້ອພະຍາດດັ່ງ ກ່າວໃນພາກຕາເວັນອອກຂອງຢູໂຣບສະແດງໃຫ້ເຫັນການກວດ
ຫາພະຍາດຊ້າ ການປິ່ນປົວໃນຈຳນວນທີ່ຕໍ່າ ແລະຊັກຊ້າ ການເລີ້ມການປິ່ນປົວເພື່ອຊ່ອຍ
ກູ້ຊີວິດຂອງພວກທີ່ຕິດເຊື້ອພະຍາດດັ່ງກ່າວ.

ລາຍງານກ່າວວ່າ ມີປະມານ 76,000 ຄົນທີ່ຕິດເຊື້ອ HIV ໃໝ່ ຢູ່ໃນຣັດເຊຍພຽງປະເທດ ດຽວເທົ່ານັ້ນ.

ບັນດານັກຊ່ຽວຊານ ກ່າວວ່າ ການເພີ່ມທະວີຂຶ້ນຢ່າງຫຼວງຫຼາຍນີ້ ໂດຍສະເພາະໃນພວກ ປະເທດອະດີດສະຫະພາບໂຊຫວຽດແມ່ນເຊື່ອມໂຍງກັບການຂາດການເອົາມາດຕະການ ປ້ອງກັນ ສຳລັບພວກຜູ້ຄົນທີ່ມີການສຽງສູງ ໃນການຕິດເຊື້ອ HIV ນັ້ນ.

ທ່ານ Marc Sprenger ຜູ້ອຳນວຍການສູນຄວບຄຸມແລະປ້ອງກັນພະຍາດດັ່ງກ່າວເວົ້າວ່າ ການກວດຫາເຊື້ອ HIV ຕ້ອງການໃຫ້ມີບ່ອນກວດຫາພະຍາດດັ່ງກ່າວຫຼາຍຂຶ້ນ ໃນທົ່ວທະ ວີບຢູໂຣບ ເພື່ອຮັບປະກັນການກວດເຫັນພະຍາດຂັ້ນທຳອິດ ແລະມີການປິ່ນປົວທີ່ມີປະສິດ ທິພາບ.
XS
SM
MD
LG