ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນ ຜູ້ເສຍຊີວິດ ຈາກ ເຮີຣິເຄນ ມາເຣຍ ໃນເກາະ ເປີໂຕ ຣີໂກ ມີເກືອບ 3,000


ຊຸມຊົນຕ່າງໆ ທີ່ຖືກທຳລາຍຈາກພາຍຸ ເຮີຣິເຄນ ມາເຣຍ ທີ່ເມືອງ ໂຕອາ ອາລຕາ, ເກາະ ເປີໂຕ ຣີໂກ, 28 ກັນຍາ, 2017.
ຊຸມຊົນຕ່າງໆ ທີ່ຖືກທຳລາຍຈາກພາຍຸ ເຮີຣິເຄນ ມາເຣຍ ທີ່ເມືອງ ໂຕອາ ອາລຕາ, ເກາະ ເປີໂຕ ຣີໂກ, 28 ກັນຍາ, 2017.

ປະຊາຊົນເກືອບ 3,000 ຄົນໄດ້ເສຍຊີວິດໃນເກາະ ເປີໂຕ ຣີໂກ ທີ່ເປັນດິນແດນຂອງ
ສະຫະລັດ ຈາກຜົນກະທົບ ຂອງພາຍຸເຮີຣິເຄນ ມາເຣຍ ທີ່ໄດ້ພັດຖະຫຼົ່ມເກາະດັ່ງກ່າວ
ເມື່ອເດືອນກັນຍາປີກາຍ.

ການສຶກສາອິດສະຫຼະ ທີ່ຖືກເປີດເຜີຍ ໃນວັນອັງຄານວານນີ້ ໄດ້ກ່າວວ່າ ຈຳນວນຜູ້
ເສຍຊີວິດແມ່ນ 46 ເທົ່າ ສູງກວ່າລາຍງານ ທີ່ຖືກເປີດ ເຜີຍໂດຍລັດຖະບານ ເປີໂຕ
ຣີໂກ ໃນເດືອນທັນວາປີກາຍ, ເຊິ່ງບັນ ດາເຈົ້າໜ້າທີ່ໄດ້ກ່າວວ່າ ມີພຽງ 64 ຄົນເທົ່ານັ້ນ
ທີ່ໄດ້ເສຍຊີວິດ.

ການສຶກສາໄດ້ພົບວ່າ ຈຳນວນປະຊາຊົນຜູ້ທີ່ຕົກຢູ່ໃນຄວາມໝົດຫວັງ, ໄດ້ຮັບຜົນກະ
ທົບທີ່ຮຸນແຮງນັ້ນ ແມ່ນບໍ່ໄດ້ຖືກນັບຢ່າງຫຼວງຫຼາຍ.

ຜູ້ປົກຄອງເກາະ ທ່ານ ຣິຄາໂດ ໂຣແຊລໂລ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາບໍ່
ເຄີຍຄາດວ່າຈະຕົກຢູ່ໃນສະພາບການທີ່ບໍ່ມີການສື່ສານ, ບໍ່ມີໄຟຟ້າໃຊ້ ແລະ ຂາດ
ການສັນຈອນຢູ່ທາງຫຼວງເລີຍ. ຂ້າພະເຈົ້າຄິດວ່າ ບົດຮຽນນີ້ ແມ່ນໄດ້ສອນໃຫ້ມີການ
ຄາດຄະເນສຳລັບສິ່ງທີ່ຮ້າຍແຮງທີ່ສຸດ. ແມ່ນແລ້ວ, ຂ້າພະເຈົ້າໄດ້ເຮັດຜິດພາດ. ມັນ
ຖືກແລ້ວ, ເມື່ອເຂົ້າໃຈເຖິງບັນຫາຫຼັງເຫດການນັ້ນ, ສິ່ງຕ່າງໆຄວນຖືກຮັບມືແຕກຕ່າງ
ກັນ.”

ທ່ານໄດ້ເວົ້າວ່າ ທ່ານກຳລັງຕັ້ງຄະນະກຳມາທິການ ເພື່ອສຶກສາການຮັບມືກັບພາຍຸ
ເຮີຣິເຄນ, ແລະ ການລົງທະບຽນສຳລັບປະຊາຊົນທີ່ມີຄວາມສ່ຽງຕໍ່ພະຍຸເຮີຣິເຄນ.

ທຳນຽບຂາວ ໄດ້ໃຫ້ການສະໜັບສະໜູນຂອງເຂົາເຈົ້າ ຕໍ່ຜູ້ປົກຄອງເກາະ ທ່ານ
ໂຣແຊລໂລ ພາຍຫຼັງມີຕົວເລກໃໝ່ອອກມາ. ໂຄສົກທຳນຽບຂາວ ທ່ານນາງ ຊາຣາ
ແຊນເດີສ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ລັດຖະບານກາງໄດ້ເຮັດ ແລະ ຈະ
ສືບຕໍ່ໃຫ້ການສະໜັບສະໜູນ ຕໍ່ຄວາມພະຍາຍາມຂອງຜູ້ປົກຄອງເກາະ ທ່ານ
ໂຣແຊລໂລ, ເພື່ອຮັບປະກັນເຖິງຄວາມຮັບຜິດຊອບຢ່າງເຕັມທີ່ ແລະ ຄວາມໂປ່ງໃສ
ກ່ຽວກັບ ການເສຍຊີວິດຈຳນວນຫຼາຍ ທີ່ມີຜົນມາຈາກພະຍຸເຮີຣິເຄນ ໃນປີກາຍນີ້.”

ຕົວເລກຜູ້ເສຍຊີວິດສູງສຸດຢ່າງເປັນທາງການ ຈາກພາຍຸເຮີຣິເຄນ ມາເຣຍ ໄດ້ເປັນຂໍ້
ໂຕ້ຖຽງກັນ ນັບຕັ້ງແຕ່ພາຍຸດັ່ງກ່າວໄດ້ພັດຜ່ານໃຈກາງຂອງເກາະນັ້ນ, ເຊິ່ງໄດ້ທຳລາຍ
ພື້ນຖານໂຄງລ່າງ ແລະ ບ້ານເຮືອນຈຳນວນນຶ່ງ. ມັນໄດ້ເຮັດໃຫ້ປະຊາຊົນຫຼາຍພັນຄົນ
ບໍ່ມີທີ່ຢູ່ອາໄສ ແລະ ໄດ້ເຮັດໃຫ້ເກາະດັ່ງກ່າວ ບໍ່ມີໄຟຟ້າໃຊ້ເປັນເວລາຫຼາຍເດືອນ.

ທ່ານ ໂຣແຊລໂລ ໄດ້ຍອມຮັບໃນວັນອັງຄານວານນີ້ວ່າ ເກາະ ເປີໂຕ ຣີໂກ ຍັງຄົງມີ
ຄວາມສ່ຽງຕໍ່ພາຍຸໃຫຍ່ອື່ນໆອີກ. ທ່ານໄດ້ກ່າວວ່າ ລັດ ຖະບານໄດ້ປັບປຸງລະບົບການ
ຄົມມະນາຄົມຂອງເຂົາເຈົ້າ ແລະ ໄດ້ສ້າງເຄືອຂ່າຍ ເພື່ອແຈກຢາຍອາຫານ ແລະ ຢາ,
ແຕ່ໄດ້ກ່າວຢໍ້າວ່າ ມັນຍັງມີເຮືອນ 60,000 ຫຼັງ ທີ່ບໍ່ມີຫລັງຄາທີ່ຖືກຕ້ອງ ແລະ ລະບົບ
ໄຟຟ້າ ກໍຍັງບໍ່ທັນໝັ້ນຄົງເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG