ກອງທັບເຮືອ ສະຫະລັດ ໄດ້ປົດຜູ້ບັນຊາການຂອງກອງທັບເຮືອທີ 7 ຫຼັງຈາກອຸບັດຕິ
ເຫດກຳປັ່ນຮົບຕຳກັນຫຼາຍຄັ້ງ, ລວມທັງຄັ້ງໜຶ່ງໃນວັນຈັນທີ່ຜ່ານມາ ທີ່ໄດ້ເຮັດໃຫ້ທະ
ຫານເຮືອ ສະຫະລັດ 10 ຄົນເສຍຊີວິດ.
ຜູ້ບັນຊາການກອງທັບເຮືອເຂດມະຫາສະໝຸດປາຊີຟິກ ພົນເຮືອເອກ Scott Swift ໄດ້
ປົດພົນເຮືອໂທ Joseph Aucoin ອອກຈາກຕຳແໜ່ງໃນວັນພຸດມື້ນີ້, ໂດຍອ້າງວ່າ
“ໄດ້ສູນເສຍຄວາມໝັ້ນໃຈໃນຄວາມສາມາດທີ່ຈະບັນຊາການ,” ອີງຕາມການກ່າວໃນ
ຖະແຫຼງການ.
ທ່ານ Aucoin ມີກຳນົດທີ່ຈະອອກບຳນານໃນເດືອນມັງກອນປີໜ້າ, ແຕ່ການອອກຈາກ
ຕຳແໜ່ງຂອງທ່ານໄດ້ຖືກເລື່ອນໄວຂຶ້ນ ຫຼັງຈາກກຳປັ່ນ USS John S McCain ໄດ້
ກາຍເປັນກຳປັ່ນພິຄາດຕິດຈະຫຼວດນຳວິຖີ ລຳທີສອງທີ່ໄດ້ປະສົບອຸບັດຕິເຫດຕຳກັນ
ກັບກຳປັ່ນສິນຄ້າໃນຮອບຫຼາຍເດືອນ.
ທ່ານ Scott ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນອັງຄານວານນີ້ວ່າ ນັກດຳນໍ້າ
ໄດ້ກອບກູ້ສົບຂອງມະນຸດຈາກກຳປັ່ນອອກມາໄດ້, ເຊິ່ງ “ໄດ້ຮັບຄວາມເສຍຫາຍຢ່າງ
ຫຼວງຫຼາຍ.”
ບັນດານັກສືບສວນສອບສວນ ສະຫະລັດ ກຳລັງພິຈາລະນາເບິ່ງສິ່ງທີ່ຈະນຳໄປສູ່ການ
ຕຳກັນກັບກຳປັ່ນບັນທຸກນໍ້າມັນໃກ້ໆກັບ ຊ່ອງແຄບ ມາລັກກາ. ຮູບພາບຈາກກອງທັບ
ເຮືອ ສະແດງໃຫ້ເຫັນຮູເປີດຕໍ່າກວ່າເສັ້ນນໍ້າເລິກ ຢູ່ດ້ານຂ້າງຂອງກຳປັ່ນພິຄາດ. ສົ່ງ
ຜົນໃຫ້ບໍລິເວນສຳລັບນອນ ແລະ ຫ້ອງໃຊ້ໃນການສື່ສານຖືກນໍ້າຖ້ວມ.
ໃນການຕອບໂຕ້ຕໍ່ເຫດການດັ່ງກ່າວນັ້ນ, ກອງທັບເຮືອ ໄດ້ສັ່ງໃຫ້ຢຸດການປະຕິບັດ
ການທົ່ວກອງທັບເຮືອ ສະຫະລັດ ຢ່າງກະທັນຫັນ.
ຫົວໜ້າຍຸດທະການ ພົນເຮືອເອກ John Richardson ກ່າວວ່າ ການຢຸດເປັນເວລາໜຶ່ງ
ຫາສອງມື້ ຈະເຮັດໃຫ້ບັນດາຜູ້ບັນຊາການມີໂອກາດທີ່ຈະປະເມີນຜົນທຸກໆຢ່າງ ຈາກວິ
ທິການຂອງບັນດາເຈົ້າໜ້າທີ່ປະຕິບັດຕົນເອງໃນຫໍບັງຄັບກຳປັ່ນ ຫາ ສະພາບການເຮັດ
ວຽກໃນທົ່ວກຳປັ່ນ.
ທ່ານ Richardson ໄດ້ກ່າວຕໍ່ບັນດານັກຂ່າວຂອງທຳນຽບຫ້າແຈໃນຕອນແລງຂອງວັນ
ຈັນທີ່ຜ່ານມາວ່າ “ມັນມີບາງຢ່າງທີ່ພວກເຮົາຍັງ ເຮັດໄດ້ບໍ່ຮອດເທື່ອ.” ແຕ່ແນວໃດກໍ
ຕາມ, ທ່ານໄດ້ກ່າວເພີ່ມເຕີມວ່າ “ປັດຈຸບັນນີ້ ມັນຍັງບໍ່ມີສິ່ງທີ່ລະບຸໃຫ້ເຫັນວ່າ ມີຜູ້ໃດຕັ້ງ
ໃຈທີ່ຈະເຮັດໃຫ້ເກີດການຕຳກັນນີ້."
ຫ້ອງການຂ່າວຂອງທຳນຽບຂາວ ໄດ້ເປີດເຜີຍຖະແຫຼງການໃນວັນອັງຄານວານນີ້ ໄວ້
ອາໄລຫາທະຫານເຮືອ ສະຫະລັດ ທີ່ໄດ້ເສຍຊີວິດ ໄປ 10 ຄົນ.