ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ສະບັບນຶ່ງ ຄາດວ່າ ປະຊາກອນ ມຸສລິມ ໃນຢູໂຣບ ຈະເພີ່ມຂຶ້ນເລື້ອຍໆ


ພວກອົບພະຍົບ ແລະພວກຍົກຍ້າຍຖິ່ນຖານ ຍ່າງເລາະຕາມ ຫາດຊາຍ ຫຼັງຈາກທີ່ຂ້າມເຂດທະເລອາຈຽນ ດ້ວຍເຮືອນ້ອຍ ຈາກປະເທດເທີກີ ໄປຍັງເກາະ ເລັສໂບສຂອງກຣິສ, ວັນທີ 12 ທັນວາ 2015.
ພວກອົບພະຍົບ ແລະພວກຍົກຍ້າຍຖິ່ນຖານ ຍ່າງເລາະຕາມ ຫາດຊາຍ ຫຼັງຈາກທີ່ຂ້າມເຂດທະເລອາຈຽນ ດ້ວຍເຮືອນ້ອຍ ຈາກປະເທດເທີກີ ໄປຍັງເກາະ ເລັສໂບສຂອງກຣິສ, ວັນທີ 12 ທັນວາ 2015.

ເຖິງແມ່ນວ່າ ບັນດາປະເທດໃນຢູໂຣບ ຈະປິດຊາຍແດນຂອງພວກເຂົາເຈົ້າ ໂດຍບໍ່
ໃຫ້ພວກຍ້າຍຖິ່ນຖານ ແລະ ອົບພະຍົບທັງໝົດ ເຂົ້າປະເທດກໍຕາມ ແຕ່ອັດຕາເປີເຊັນ ຂອງພວກຊາວມຸສລິມ ຢູ່ໃນທະວີບຢູໂຣບ ກໍຈະສືບຕໍ່ສູງຂຶ້ນເລື້ອຍໆ ໃນໄລຍະ 30 ປີ
ຂ້າງໜ້າ ອີງຕາມລາຍງານສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນພຸດວານນີ້ ໂດຍສູນ
ກາງຄົນຄວ້າພິວ ຫຼື Pew Research Center ທີ່ມີຫ້ອງການຕັ້ງຢູ່ໃນນະຄອນວໍຊິງຕັນ.

ອີງຕາມຂໍ້ມູນ ຂອງອົງການພິວແລ້ວ ຊາວມຸສລິມ ແມ່ນປະກອບເປັນ 4.9 ເປີ ເຊັນ
ຂອງປະຊາກອນຢູໂຣບ ໃນປີ 2016 ຊຶ່ງກະປະມານວ່າ ມີ 25 ລ້ານ 8 ແສນຄົນ
ກະຈາຍຢູ່ໃນ 30 ປະເທດ ເຊິ່ງໄດ້ເພີ່ມຂຶ້ນຈາກ 3.8 ເປີເຊັນຫຼື 19 ລ້ານ 5 ແສນຄົນ
ໃນປີ 2010. ຈຳນວນຂອງພວກຍ້າຍຖິ່ນຖານຊາວມຸສລິມ ທີ່ເດີນທາງເຂົ້າໄປໃນຢູໂຣບ
ໄດ້ເພີ່ມຂຶ້ນ ຫຼັງຈາກປີ 2014 ເກືອບຮອດ 5 ແສນຄົນຕໍ່ປີ ສ່ວນໃຫຍ່ແລ້ວແມ່ນເປັນຍ້ອນ
ຜູ້ຄົນພາກັນຫລົບໜີ ຈາກບັນຫາຂັດແຍ້ງຢູ່ໃນຊີເຣຍ ອີຣັກ ແລະ ອັຟການິສຖານ.

ແມ່ນຍິງຄົນນຶ່ງ ຖືປ້າຍ ຢູ່ທີ່ການໂຮມຊຸມນຸມ ຮຽກຮ້ອງໃຫ້ຕໍ່ຕ້ານເລື່ອງຄົນເຂົ້າເມືອງ ແລະ ສິ່ງທີ່ພວກປະທ້ວງ ມອງເຫັນກໍແມ່ນວ່າ ເປັນການປ່ຽນເປັນອິສລາມ ຢູ່ໃນຊຸມຊົນຂອງພວກເຂົາເຈົ້າ, ໃນນະຄອນຫຼວງ ອາມສະເຕີດາມ ຂອງເນເທີແລນ, ວັນທີ 6 ກຸມ 2016.
ແມ່ນຍິງຄົນນຶ່ງ ຖືປ້າຍ ຢູ່ທີ່ການໂຮມຊຸມນຸມ ຮຽກຮ້ອງໃຫ້ຕໍ່ຕ້ານເລື່ອງຄົນເຂົ້າເມືອງ ແລະ ສິ່ງທີ່ພວກປະທ້ວງ ມອງເຫັນກໍແມ່ນວ່າ ເປັນການປ່ຽນເປັນອິສລາມ ຢູ່ໃນຊຸມຊົນຂອງພວກເຂົາເຈົ້າ, ໃນນະຄອນຫຼວງ ອາມສະເຕີດາມ ຂອງເນເທີແລນ, ວັນທີ 6 ກຸມ 2016.

​ປະເທດທີ່ຮວມຢູ່ໃນບົດລາຍງານການສຶກສາຄົ້ນຄວ້າ ລວມມີ 28 ປະເທດ ທີ່ເປັນ
ສະມາຊິກຂອງສະຫະພາບຢູໂຣບ ບວກກັບ ນໍເວ ແລະ ສະວິດເຊີແລນ ນຳດ້ວຍ.

ບົດລາຍງານນີ້ ໃຫ້ຂໍ້ຄິດເຫັນ ໃນ 3 ສະພາບການດັ່ງນີ້ ຄືນຶ່ງຖ້າບໍ່ມີການຍົກຍ້າຍ
ຖິ່ນຖານໃດໆເລີຍ ລະຫວ່າງປີ 2016 ຫາ 2050, ສອງມີການຍົກຍ້າຍຖິ່ນຖານ
ໃນລະດັບປານກາງ ເຊິ່ງການຫລັ່ງໄຫລເຂົ້າປະເທດຂອງພວກອົບພະ ຍົບຍຸຕິລົງ
ແຕ່ຍັງສືບຕໍ່ຍົກຍ້າຍຖິ່ນຖານຢູ່ ຍ້ອນເຫດຜົນອື່ນໆ ແລະ ສາມມີການຍົກຍ້າຍຖິ່ນ
ຖານ ໃນລະດັບສູງ ເຊິ່ງການຫລັ່ງໄຫລເຂົ້າປະເທດ ຂອງພວກຍົກຍ້າຍຖິ່ນຖານເປັນ
ປະຫວັດການ ໃນລະຫວ່າງປີ 2014 ຫາ 2016 ຍັງດຳ ເນີນຕໍ່ໄປ ຢ່າງບໍ່ມີກຳນົດ
ໂດຍມີສ່ວນປະກອບຂອງສາສະໜາ ແບບດຽວກັນຄື ເກົ່າ.

ພາຍໃຕ້ສະພາບການທີນຶ່ງນັ້ນ ປະຊາກອນຈະສືບຕໍ່ຂະຫຍາຍຕົວຂຶ້ນ ເພາະວ່າ
ຊາວມຸສລິມ ໂດຍສະເລ່ຍແລ້ວ ມີອາຍຸອ່ອນກວ່າ ຊາວຢູໂຣບອື່ນໆ ເຖິງ 13 ປີ ແລະ
ຍັງມີອັດຕາການເກີດລູກ ທີ່ສູງກວ່າ ນຳດ້ວຍ. ການສຶກສາຄົ້ນຄວ້າ ໄດ້ຄາດຄະເນ
ວ່າ ຊາວມຸສລິມ ອາດຈະເປັນສ່ວນປະກອບ ຂອງປະຊາກອນ ຢູໂຣບ ຫຼາຍເຖິງ 7.4
ເປີເຊັນ ພາຍໃນປີ 2050 ເຖິງແມ່ນວ່າຈະບໍ່ມີການຍົກ ຍ້າຍຖິ່ນຖານເລີຍກໍຕາມ.

ພາຍໃຕ້ສະພາບການ ທີ່ມີການຍົກຍ້າຍຖິ່ນຖານໃນລະດັບປານກາງ ເຊິ່ງຊາວ ມຸສລິມ
ອາດຈະປະກອບ ເປັນ 11.2 ເປີເຊັນ ຂອງປະຊາກອນຂອງຢູໂຣບ ພາຍໃນປີ 2050.

ໃນຂະນະດຽວກັນ ພາຍໃຕ້ສະພາບການ ທີ່ມີການຍົກຍ້າຍຖິ່ນຖານໃນລະດັບສູງ ເຊິ່ງການຫລັ່ງໄຫລເຂົ້າປະເທດ ຂອງພວກຍົກຍ້າຍຖິ່ນຖານຈຳນວນຫຼາຍ ເປັນ
ປະຫວັດ ການເຂົ້າໄປໃນຢູໂຣບ ລະຫວ່າງປີ 2014 ຫາ 2016 ຈະສືບຕໍ່ຢ່າງບໍ່ມີ
ກຳນົດນັ້ນ ຈະເປັນຜົນເຮັດໃຫ້ມີຊາວມຸສລິມ 75 ລ້ານຄົນຢູ່ໃນທະວີບຢູໂຣບ ຫຼື
ປະມານ 14 ເປີເຊັນ ຂອງປະຊາກອນ ພາຍໃນກາງສັດຕະວັດນີ້.

ແຕ່ເຖິງແມ່ນຈະມີ ສະພາບການ ທີ່ມີການຂະຫຍາຍຕົວທີ່ຫຼາຍທີ່ສຸດ ກໍຕາມ ເຊິ່ງ
ຈະເຮັດໃຫ້ປະຊາກອນຂອງຊາວມຸສລິມ ຍັງຄົງມີນ້ອຍກວ່າ ປະຊາກອນຂອງຊາວ
ຄຣິສຕຽນ ແລະ ພວກຄົນທີ່ບໍ່ນັບຖືສາສະໜາຮວມກັນ ຢູ່ໃນທະວີບຢູໂຣບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG