ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານວ່າ ຖ້ຽວບິນ MH17 ຂອງມາເລເຊຍ ອາດລະເບີດ ຢູ່ກາງອາກາດ (ສະໄລດ໌/ວີດີໂອ)


ລັດຖະມົນຕີ ຄົມມະນາຄົມ ອິນໂດເນເຊຍ ທ່ານ Liow Tiong Lai ຖືລາຍງານການສອບສວນ ຖ້ຽວບິນມາເລເຊຍ MH17
ລັດຖະມົນຕີ ຄົມມະນາຄົມ ອິນໂດເນເຊຍ ທ່ານ Liow Tiong Lai ຖືລາຍງານການສອບສວນ ຖ້ຽວບິນມາເລເຊຍ MH17

ບັນດາ​ນັກ​ສືບ​ສວນ​ຂອງໂຮນລັງ ກ່າວ​ວ່າ ຖ້ຽວບິນ MH17
ຂອງສາຍ​ການບິນ​ມາ​ເລ​ເຊຍ ມີທ່າທາງວ່າ ອາດ​ຈະ​ລະເບີດ
ຢູ່​ເທິງອາກາດ ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຫລັງ​ຈາກ
​ໄດ້​ຖືກ​ກະທົບຫຼາຍ​ເທື່ອຈາກ “ສິ່ງ​ຂອງ​ທີ່​ມີ​ພະລັງ​ສູງ.”

ລາຍ​ງານ​ຂັ້ນຕົ້ນທີ່ນຳອອກເຜີຍ​ແຜ່​ ໂດຍຄະນະ​ກຳມະການ
ກວດກາ​ຄວາມ​ປອດ​ໄພຂອງໂຮນລັງ ​ມີຂຶ້ນ​ເກືອບ​ສອງ​ເດືອນ
ຫລັງ​ຈາກ​ເຮືອບິນ​ໄດ້ປະສົບອຸບັດເຫດ​ຕົກ ຢູ່​ໃນ​ເຂດ​ຄວບຄຸມ
ຂອງ​ພວກ​ກະບົດ​ທາງພາກຕາເວັນອອກຂອງຢູ​ເຄຣນ ທີ່ ມີ​ຜູ້​
ເສຍ​ຊີວິດ​ທັງ​ໝົດ 298 ຄົນ ​ຢູ່​ເທິງ​ເຮືອບິນລຳດັ່ງກ່າວ.

ບັນດາລັດຖະບານປະ​ເທດ​ຕາ​ເວັນ​ຕົກ ​ໄດ້​ພາກັນ​ກ່າວ​ຫາ ພວກ​ແບ່ງ​ແຍກ​ດິນ​ແດນ​
ນິຍົມມົສກູວ່າ ໃຊ້​ລູກ​ສອນ​ໄຟ Buk ທີ່ຍິງ​ຈາກ​ໜ້າດິນຫາອາກາດ ຂອງຣັດ​ເຊຍ ​ຍິງ
ເຮືອບິນລຳດັ່ງກ່າວ​ຕົກ. ​

ລາຍ​ງານສະບັບນີ້ ​ບໍ່​ໄດ້​ກ່າວຢ່າງຈະແຈ້ງວ່າ ມີການຖິ້ມໂທດໃສ່ລູກ​ສອນ​ໄຟ​ ​ແຕ່​ທ່ານ
David Kaminski ບັນນາທິການດ້ານການຂົນສົ່ງ​ທາງ​ອາກາດຂອງ Flight Inter-
national ກ່າວ​ຕໍ່ວີ​ໂອ​ເອວ່າ​ ຫລັກຖານ​ປາ​ກົດວ່າຍັງສືບຕໍ່ ​ຊີ້​ໄປ​ທິດທາງດັ່ງກ່າວ.

ທ່ານ Kaminski ເວົ້າວ່າ “ມັນ​ເປັນ​ທີ່​ຈະແຈ້ງທີ່ສຸດວ່າ ມັນ​ບໍ່​ແມ່ນການຢຸດເຊົາເຮັດວຽກ
ຂອງລະບົບ​ພາຍໃນ ຫລື​ສິ່ງໃດ​ສິ່ງນຶ່ງ​ທຳນອງ​ນັ້ນ. ​ມັນ​ເປັນ​ທີ່​ຈະ​ແຈ້ງ ວ່າ ແມ່ນຫຍັງກໍ
ຕາມທີ່​ໄດ້​ເກີດ​ຂື້ນ ມັນເກີດຂຶ້ນ​ຢູ່ຂ້າງ​ນອກ. ​ເວລາ​ເຂົາ​ເຈົ້າ​ເວົ້າ​ວ່າ “ວັດຖຸຈຳນວນຫຼວງ
ຫຼາຍ​ທີ່​ມີພະລັງ​ສູງ,” ເຂົາ​ເຈົ້າຕັ້ງ​ບໍ່​ໄດ້ປິດບັງເລີຍຕໍ່ອັນ​ທີ່​ຂ້າພະ​ເຈົ້າ​ຄິດ​ວ່າ ມັນເປັນ
ຄວາມຄິດ​ຂອງ​ຄົນ​ສ່ວນໃຫຍ່ ​ທີ​ອາດ​ເປັນ​ການ​ປະ​ພຶດໂດຍເຈ​ດຕະນາ ຂອງ​ບັນດາ​ບຸກ
ຄົນ​ທີ່​ບໍ່​ຊາບຝ່າຍ.”

ລາຍ​ງານ​ກ່າວ​ວ່າ ບໍ່​ມີ​ຮ່ອງຮອຍໃດສະແດງໃຫ້ເຫັນວ່າອຸບັດເຫດໃນເທື່ອນີ້ແມ່ນ ມີສາ​ເຫດມາ​ຈາກ​ ການບໍ່​ປະ​ຕິ​ບັດ​ງານທາງດ້ານເທັກນິກ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເຮືອບິນ
Boeing 777 ປາກົດ​ວ່າ ຢູ່​ໃນ​ສະພາບ​ບິນໄດ້​ດີ ກ່ອນ​ບິນ​ຂື້ນ.

ການວິ​ເຄາະ ເຄື່ອງບັນ​ທຶກ​ສຽງ​ຂອງ​ ແລະ​ເຄື່ອງບັນທຶກ​ຂໍ້​ມູນຂອງພວກນັກບິນ ຍັງ​ບໍ່
​ໄດ້​ເປີດ​ເຜີຍ​ໃຫ້ເຫັນສິ່ງ​ທີ່​ຜິດປົກກະຕິ​ ໃນ​ຂະນະ​ກ່ອນ​ທີ່ຈະເກີດອຸບັດເຫດ​ຕົກ.

MH17 REPORT VO
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG