ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ເມັກ​ຊິກ​ໂກ ບໍ່ໄດ້​ມີ​ຂໍ້​ຕົກ​ລົງ ວ່າຈະ​ຮັບ​ຕ້ອນ​ຄົນ​ເຂົ້​າເມືອງ


ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ອາ​ເມ​ຣິ​ກາ​ກາງ ພາ​ກັນ​ຕັ້ງ​ຜາມ​ພັກ​ພາ​ອາ​ໄສ ຢູ່​ເມືອງ​ທີວ​າ​ນາ ເມັກ​ຊິກ​ໂກ ວັນ​ທີ 21 ພະ​ຈິກ 2018.
ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ອາ​ເມ​ຣິ​ກາ​ກາງ ພາ​ກັນ​ຕັ້ງ​ຜາມ​ພັກ​ພາ​ອາ​ໄສ ຢູ່​ເມືອງ​ທີວ​າ​ນາ ເມັກ​ຊິກ​ໂກ ວັນ​ທີ 21 ພະ​ຈິກ 2018.

ແມ່ຍິງທີ່ສະແຫວງຫາການເຂົ້າເມືອງຄົນນຶ່ງ ໄດ້ຮັບບາດເຈັບ ເວລາລາວພະຍາຍາມ
ປີນຮົ້ວກັ້ນຊາຍແດນ ລະຫວ່າງສະຫະລັດກັບເມັກຊິກໂກ ພ້ອມດ້ວຍລູກນ້ອຍສອງຄົນ
ຂອງລາວ.

ເຈົ້າໜ້າທີ່ຮັກສາຊາຍແດນ ທ່ານ ໄມເກີລ ໄດ້ເວົ້າ ໃນວັນເສົາວານນີ້ວ່າຜູ້ຍິງອາຍຸ 26
ປີ ຈາກກົວເຕມາລາ ໄດ້ຕົກລົງຈາກຮົ້ວ ຢູ່ໄກ້ໆກັບເມືອງທ່າ ແຊນຊີໂດຣ ໃນຕອນແລງ
ວັນສຸກຜ່ານມາ ແຕ່ບາດແຜຂອງລາວ ບໍ່ເປັນອັນຕະລາຍເຖິງຕາຍ ແຕ່ກໍໄດ້ນຳສົ່ງໄປ
ປິ່ນປົວຢູ່ໂຮງພະຍາບານຂອງ ສະຫະລັດ. ໜັງສືພິມ ລັອສ ແອນເຈິແລັສທາຍນ໌ ລາຍ
ງານວ່າ ລູກຂອງລາວ ອາຍຸ 3 ປີ ກັບ 5 ປີ ໄດ້ຖືກນຳສົ່ງໃຫ້ ຢູ່ໃນຄວາມດູແລຂອງ
ເຈົ້າໜ້າທີ່ຮັກສາຊາຍແດນ.

ພວກ​ຄົນ​ເຂົ້າ​ເມືອງ​ຈາກອາ​ເມ​ຣິ​ກາ​ກາງ ພາກ​ັນ​ຂີ່​ລົດ​ເມ ມາ​ເຖິງເມືອງ​ທີວາ​ນາ ປະ​ເທດ​ເມກ​ຊິກ​ໂກ ວັນ​ທີ 20 ພະ​ຈິກ 2018.
ພວກ​ຄົນ​ເຂົ້າ​ເມືອງ​ຈາກອາ​ເມ​ຣິ​ກາ​ກາງ ພາກ​ັນ​ຂີ່​ລົດ​ເມ ມາ​ເຖິງເມືອງ​ທີວາ​ນາ ປະ​ເທດ​ເມກ​ຊິກ​ໂກ ວັນ​ທີ 20 ພະ​ຈິກ 2018.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG