ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຊາຍ​ຄົນ​ນຶ່ງ ​ໃນ​ລັດ​ຢູ​ທາ ຖືກ​ຈັບ ຍ້ອນ​ສົ່ງ ​ຈົດ​ໝາຍ ທີ່​ສົງ​ໄສວ່າ ມີ​ສານ​ພິດ ໄປ​ຫາ ປະ​ທາ​ນາ ​ທິ​ບໍ​ດີ ແລະ​ ທຳ​ນຽບ​ຫ້າ​ແຈ


ພະ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ລັງ​ກວດ​ກາ​ເບິ່ງວັດ​ຖຸ​ຕ່າງໆ ແລະຈົດ​ໝາຍ​ ທີ່​ສົ່ງ​ໄປ​ເຖິງສູນ​ກາງ​ແຈກ​ຢາຍ​ຈົດ​ໝາຍ​ຂອງກະ​ຊວງ​ປ້ອງ​ກັນ​ປະ​ເທດ ຢູ່​ໃກ້​ທຳ​ນຽບ​ຫ້າ​ແຈໃນ​ວັນ​ທີ 2 ຕຸ​ລາ 2018
ພະ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ລັງ​ກວດ​ກາ​ເບິ່ງວັດ​ຖຸ​ຕ່າງໆ ແລະຈົດ​ໝາຍ​ ທີ່​ສົ່ງ​ໄປ​ເຖິງສູນ​ກາງ​ແຈກ​ຢາຍ​ຈົດ​ໝາຍ​ຂອງກະ​ຊວງ​ປ້ອງ​ກັນ​ປະ​ເທດ ຢູ່​ໃກ້​ທຳ​ນຽບ​ຫ້າ​ແຈໃນ​ວັນ​ທີ 2 ຕຸ​ລາ 2018

ພວກ​ເຈົ້າ​ໜ້າ​ທີ່ສະຫະລັດ ໄດ້​ຈັບ​ກຸມ​ຊາຍ​ຄົນ​ນຶ່ງ ​ໃນ​ລັດ​ຢູ​ທາ ທີ່​ກ່ຽວ​ພັນ​ກັບຈົດ
​ໝາຍ​ທີ່​ມີ​ການ​ສົງ​ໄສ ທີ່​ໄດ້​ສົ່ງ​ຫາປະ​ທາ​ນາ​ທິ​ບໍ​ດີ ແລະ​ທຳ​ນຽບ​ຫ້າ​ແຈ.

ທ້າວ ວິ​ລ​ລຽມ ຄ​ລາຍ​ດ໌ ແອ​ລ​ເລ​ນ ຈາກ​ລັດ​ຢູ​ທາ ຖືກ​ຈັບ​ໃນ​ວັນ​ພຸດ​ວານນີ້ ໃນ​ຂໍ້​
ກ່າວ​ຫາ​ວ່າໄດ້ສົ່ງ​ຈົດ​ໝາຍ​ທີ່​ມີແກ່ນ​ໝາກ​ຫຸ່ງສາ ທີ່​ສາ​ມາດເອົາ​ໄປ​ສະ​ກັດເອົາ​ສານ
​ໄຣຊິນ ​ທີ່​ເປັນ​ພິດ​ສູງ​ຫລາຍ.

​ຈົດ​ໝາຍ​ສະ​ບັບ​ນຶ່ງ​ໃນ​ນັ້ນ ແມ່ນ​ສົ່ງ​ໄປ​ຫາປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

“ຊອງ​ຈົດ​ໝາຍນັ້ນບໍ່​ໄດ້ໄປຮອດ​ທຳ​ນຽບ​ຂາວ ແລະ​ມັນ​ກໍ​ບໍ່​ໄດ້​ເຂົ້າ​ໄປ​ໃນທຳ​ນຽບ​
ຂາວ​ເລີຍ,” ອີງ​ຕາມ​ຄຳ​ເວົ້າ​ຂອງ​ໜ່ວຍ​ງານຮັກ​ສາຄວາມ​ສະ​ຫງົບຂອງ​ທຳ​ນຽບ
​ຂາວໃນ​ວັນ​ອັງ​ຄານ​ຜ່ານ​ມາ.

ຈົດ​ໝາຍ​ສອງ​ສະ​ບັບ ໄດ້​ສົ່ງ​ໄປ​ຫາ​ທຳ​ນຽບ​ຫ້າ​ແຈ ໂດຍ​ທີ່​ສະ​ບັບ​ນຶ່ງ ​ແມ່ນ​ສົ່ງ​ເຖິງ
ທ່ານຈີມ ແມັດ​ຕິ​ສ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ​ອີກ​ສະ​ບັບນຶ່ງ ແມ່ນ
​ສົ່ງ​ເຖິງນາ​ຍ​ພົນ​ທະ​ຫານ​ເຮືອ ຈອນ ຣີ​ເຈີດສັນ, ຫົວ​ໜ້າ​ດ້ານ​ການປະ​ຕິ​ບັດ​ງານຂອງ
ກອງ​ທັບເຮືອ.

ຈົດ​ໝາຍ​ເຫລົ່າ​ນັ້ນ ໄດ້​ໄປ​ເຖິງສູນ​ກາງ​ແຈກ​ຢາຍ​ຈົດ​ໝາຍ​ຂອງກະ​ຊວງ​ປ້ອງ​ກັນ​ປະ​ເທດ
ຢູ່​ໃກ້​ທຳ​ນຽບ​ຫ້າ​ແຈ. ອົງ​ການ​ປ້ອງ​ກັນ​ກຳລັງ​ທະ​ຫານ​ຂອງທຳ​ນຽບ​ຫ້າ​ແຈ ກວດ​ພົບ​ສານ
​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່ທຳ​ການກວດ​ເບິ່ງສິ່ງ​ທີ່​ສົ່ງ​ທາງໄປ​ສະ​ນີ ສະ​ນັ້ນ ຈົດ​ໝາຍ​ເຫລົ່າ​ນັ້ນ
ບໍ່​ໄດ້​ເຂົ້າ​ໄປ​ໃນ​ອາ​ຄານ​ ຂອງທຳ​ນຽບ​ຫ້າ​ແຈ​ເລີຍ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.

ສານ​ໄຣຊິນ ແມ່ນສານ​ພິດ​ທີ່​ເກີດ​ຂຶ້ນ​ແບບ​ທຳ​ມະ​ຊາດທີ່​ພົບ​ເຫັນ​ໃນ​ແກ່ນ​ໝາກ​ຫຸ່ງ​ສາ.
ຖ້​າຫາກຄົນ​ສູດ​ດົມ​ເຂົ້າ​ໄປ, ກິນນ້ຳ​ມັນ​ທີ່​ກັ່ນ​ເຂົ້າ​ໄປ ຫລື​ສັກ​ເຂົ້າ​ໄປ, ທາດ​ຣໄຣຊິນ ​ສາ
​ມາດທີ່​ຈະ​ສັງ​ຫານ​ຊີ​ວິດ​ຄົນ​ໄດ້ພາຍ​ໃນ 48 ຊົ່ວ​ໂມງ ຫລັງ​ຈາກ​ໄດ້​ສຳ​ພັດ​ກັບ​ທາດ​ດັ່ງ​
ກ່າວ. ອີງ​ຕາມ​ສູນ​ກາງ​ຄວບ​ຄຸມ ແລະ​ປ້ອງ​ກັນ​ພະ​ຍາດ​ສະ​ຫະ​ລັດ, ແມ່ນບໍ່​ມີຢາ​ຖອນ​ພິດ
​ສຳ​ລັບ​ສານ​ໄຣ​ຊິນ​ເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG