ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາຍງານ ກ່າວວ່າ ກຳລັງຮັກສາຄວາມສະຫງົບ ອັຟການິສຖານ ຫຼຸດລົງ ຢ່າງຫຼວງຫຼາຍ


ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ ຕັ້ງທີ່ໝັ້ນ ໃນລະຫວ່າງ ມີການຍິງຕອບໂຕ້ກັນ ລະຫວ່າງ ກຸ່ມຕາລີບານ ແລະ ກຳລັງຮັກສາຄວາມສະຫງົບ ຂອງອັຟການິສຖານ ໃນແຂວງ ລາກມານ ຂອງອັຟການິສຖານ, ວັນທີ 1 ມີນາ 2017.
ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ ຕັ້ງທີ່ໝັ້ນ ໃນລະຫວ່າງ ມີການຍິງຕອບໂຕ້ກັນ ລະຫວ່າງ ກຸ່ມຕາລີບານ ແລະ ກຳລັງຮັກສາຄວາມສະຫງົບ ຂອງອັຟການິສຖານ ໃນແຂວງ ລາກມານ ຂອງອັຟການິສຖານ, ວັນທີ 1 ມີນາ 2017.

ຕົວເລກ ຂອງກຳລັງຮັກສາຄວາມສະຫງົບ ອັຟການິສຖານ ໄດ້ຫລຸດລົງຢ່າງຫຼວງຫຼາຍ
ໃນໄລຍະນຶ່ງປີຜ່ານມາທ່າມກາງທີ່ຄວາມຮຸນແຮງໄດ້ເພີ້ມທະວີຂຶ້ນນັບມື້ ອີງຕາມ ການ
ປະເມີນຜົນ ກ່ຽວກັບບັນຫາຂັດແຍ້ງຫຼ້າສຸດ ຈາກການສິ້ງຊອມເບິ່ງຂອງລັດຖະບານ
ສະຫະລັດ.

ພວກກຳລັງຕຳຫຼວດ ແລະ ກຳລັງທະຫານຂອງອັຟການິສຖານ ໄດ້ພົບວ່າ ມີການຫຼຸດ
ລົງເກືອບ 11 ເປີເຊັນ ອີງຕາມບົດລາຍງານ ທີ່ໄດ້ຖືກເປີດເຜີຍ ໃນວັນອັງຄານວານນີ້
ໂດຍອົງການກວດກາພິເສດ ກ່ຽວກັບການບູລະນະສ້າງສາອັຟການິສຖານ ຫຼື SIGAR.

ກຳລັງທະຫານຂອງອັຟການິສຖານ ໄດ້ຮັບຜົນກະທົບຢ່າງໜັກ ຈາກການສູນເສຍຊີວິດ
ທີ່ເປັນປະຫວັດການ ໃນປີ 2017 ຕາມການລາຍງານແລ້ວ ໄດ້ສູນເສຍກຳລັງທະຫານ
ປະມານ 10,000 ຄົນ ອີງຕາມບົດຄວາມ ທີ່ຫາກໍພິມແຜ່ ໃນໜັງສືພິມ New York
Times ເມື່ອບໍ່ດົນມານີ້.

ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ ໄປເຖິງຈຸດມີການໂຈມຕີສະຫຼະຊີບ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 21 ມີນາ 2018.
ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ ໄປເຖິງຈຸດມີການໂຈມຕີສະຫຼະຊີບ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 21 ມີນາ 2018.

ອົງການ SIGAR ບໍ່ສາມາດທີ່ຈະເປີດເຜີຍ ຕົວເລກກຳລັງທະຫານ ຂອງອັຟການິສຖານ
ທີ່ໄດ້ເສຍຊີວິດ ຕໍ່ປະຊາຊົນ ຍ້ອນວ່າ ຂໍ້ມູນດັ່ງກ່າວ ຍັງສືບຕໍ່ຖືກກຳນົດໃຫ້ເປັນຂໍ້ມູນລັບ
ໂດຍວໍຊິງຕັນ ແລະ ກາບູລ.

ຄວາມຮຸນແຮງທີ່ເກີດຂຶ້ນ ໄດ້ນຳໄປສູ່ການມີລາຍງານເພີ່ມຂຶ້ນກ່ຽວກັບການໂຕນໜີຈາກ
ຖັນແຖວຂອງກອງທັບອັຟການິສຖານ ແຕ່ຂໍ້ມູນນັ້ນ ກໍໄດ້ຖືກກຳນົດໃຫ້ເປັນຂໍ້ມູນລັບ
ເຊັ່ນກັນ.

ໃນປີ 2017 ກຳລັງຕຳຫຼວດແຫ່ງຊາດຂອງອັຟການິສຖານ ໄດ້ຫຼຸດລົງຫຼາຍກວ່າ
23,000 ຄົນ. ສ່ວນກຳລັງທະຫານໃນກອງທັບແຫ່ງຊາດຂອງອັຟການິສຖານກໍ
ໄດ້ພົບວ່າ ມີການຫລຸດລົງ ເຖິງ 4,818 ຄົນ.

ລັດຖະບານທີ່ໜູນຫຼັງໂດຍສະຫະລັດຄວບຄຸມຫົວເມືອງຕ່າງໆຂອງປະເທດ ໄດ້ພຽງ
ເຄິງນຶ່ງເທົ່ານັ້ນ ເຖິງແມ່ນວ່າການຕໍ່ສູ້ຂອງກອງທັບສະຫະລັດໄດ້ຂະຫຍາຍ ວົງກວ້າງ
ອອກກໍຕາມ ດັ່ງທີ່ລາຍງານໄດ້ກ່າວໄປນັ້ນ.

ພວກກະບົດ ສາມາດຄວບຄຸມ ຫຼື ມີອິດທິພົນຕໍ່ ຫົວເມືອງຕ່າງໆ ຂອງອັຟການິສຖານ
ເຖິງ 14.5 ເປີເຊັນ ມາເຖິງວັນທີ 31 ມັງກອນ 2018 ນີ້ ອີງຕາມ ອົງການ SIGAR.
ອັນນັ້ນ ເປັນລະດັບສູງທີ່ສຸດ ທີ່ໄດ້ຖືກບັນທຶກໄວ້ ນັບຕັ້ງ ແຕ່ ອົງການ SIGAR ເລີ້ມຕົ້ນ
ການພິມເຜີຍແຜ່ຂໍ້ມູນການຄວບຄຸມຫົວເມືອງ ໃນປີ 2015 ເປັນຕົ້ນມາ.

ລັດຖະບານ ກາບູລ ຄວບຄຸມ ຫົວເມືອງຕ່າງໆ ໄດ້ 56.3 ເປີເຊັນ ໂດຍສ່ວນທີ່ເຫຼືອ
ຍັງເປັນເຂດທີ່ມີການຕໍ່ສູ້ຍາດແຍ່ງກັນຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG