ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມລັດອິສລາມ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ວັດຊີໄອທ໌ ຢູ່ບັງກລາແດັສ


ຜູ້ຊາຍຄົນນຶ່ງ ທີ່ໄດ້ຮັບບາດເຈັບຍ້ອນການໂຈມຕີວັດຊີໄອທ໌​ ຖືກສົ່ງໄປປິ່ນປົວທີ່ເມືອງ Bogra. (26 ພະຈິກ 2015)
ຜູ້ຊາຍຄົນນຶ່ງ ທີ່ໄດ້ຮັບບາດເຈັບຍ້ອນການໂຈມຕີວັດຊີໄອທ໌​ ຖືກສົ່ງໄປປິ່ນປົວທີ່ເມືອງ Bogra. (26 ພະຈິກ 2015)

ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ
​ພວກ​ທີ່​ໄປ​ສູດ​ມົນພາວະນາ​ທີ່​ວັດອິສລາມ​ນິກາຍ​ຊີ​ໄອ​ທ໌​ແຫ່ງ​ນຶ່ງ ​
ໃນ​ພາກ​ເໜືອ​ບັງ​ກລາ​ແດັສ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1 ຄົນ ​ແລະ
ບາດ​ເຈັບ 3 ຄົນ​ ອີງ​ຕາມການ​ເປີດ​ເຜີຍ​ຂອງ​ກຸ່ມ​ສືບ​ລັບ​SITE ທີ່
​ມີ​ສຳນັກງານ​ຢູ່​ສະຫະລັດ ​ໃນ​ວັນ​ສຸກ​ມື້ນີ້.

ມື​ປືນ​ທີ່​ບໍ່​ຊາບ​ຝ່າຍ​ໄດ້​ລະດົມ​ຍິງ​ເຂົ້າ​ໃສ່​ພວກໄປ​ສູດ​ມົນ​ພາວະນາ​
ທີ່​ວັດຊາວ​ຊີ​ໄອ​ທ໌​ ຢູ່​ເມືອງ Borgra ​ໃນ​ຕອນ​ແລງ​ ຂອງ​ວັນ​ພະຫັດ
​ວານ​ນີ້.

ທ່ານ Arifu Rahman Mondal ຜູ້​ບັນຊາ​ການ​ຕຳຫຼວດ ກ່າວ​ຕໍ່​ວີີ
​ໂອ​ເອ​ ໂດຍທາງ​ໂທລະສັບ​ວ່າ ພວກ​ມື​ປືນ​ ໄດ້​ເຂົ້າ​ໄປ​ໃນ​ວັດ ກ່ອນ​ຈະ​ເລີ້ມຍິງ​ປືນ​ສາດ​ເຂົ້າ
​ໃສ່​ຜູ້​ຄົນ.​ ມີ​ຜູ້​ບາດ​ເຈັບ​ ຍ້ອນ​ຖືກ​ປືນ ​ໃນ​ທັນທີ​ 4 ຄົນ ​ແລະ​ກໍ​ຖືກ​ສົ່ງ​ໄປ​ໂຮງໝໍ ບ່ອນ​ທີ່​ຄົນ​
ເຈັບ​ຄົນ​ນຶ່ງ ຊຶ່ງ​ເປັນ​ຜູ້ນຳ​ພາ​ໃນ​ການ​ສູດ​ມົນ​ຫລື muezzin ​ໄດ້​ເສຍ​ຊີວິດ​ໃນ​ເວລາ​ຕໍ່​ມາ.​

ທ່ານ​ກ່າວ​ຕື່ມ​ວ່າ ພວກ​ເຮົາ​ໄດ້​ເລີ້ມການ​ອອກ​ຕາມ​ລ່າ​ຫາ​ໂຕ​ຄົນ​ຮ້າຍ​ໃນ​ທົ່ວ​ປະເທດ​ແລ້ວ.

ຜູ້ນຳ​ພາ​ໃ​ນການ​ສູດ​ມົນໄຫວ​ພະຄັ້ງນີ້ ​ແມ່ນ​ມີ​ຊື່ວ່າ ທ່ານ Zoazzem Hossain ​ອາຍຸ 70
ປີ. ​ສ່ວນ​ພວກ​ຜູ້​ຊາຍທີ່​ບາດ​ເຈັບ 3 ຄົນ​ແມ່ນ​ມີ​ອາການ​ສາຫັດ​ແລະເວລາ​ນີ້ກຳລັງ​ຮັບ​ການ​ປິ່ນປົວ​ຢູ່​ທີ່​ໂຮງໝໍອີງ​ຕາມ​ລາຍ​ງານ​ຂອງ​ໂທລະພາບ​ທ້ອງຖິ່ນ.

ທ່ານ Mohammed Ukil ຊຶ່ງ​ເປັນ​ພີ່ນ້ອງ​ຂອງ​ຜູ້ນຳ​ພາ​ໃນ​ການ​ສູດ​ມົນກ່າວ​ວ່າ ພວກ​ໂຈ​ມ
ຕີ​ໄດ້​ພະຍາຍາມ​ແປກ​ປົນ​ເຂົ້າ​ໄປ​ໃນ​ໝູ່​ພວກ​ສູດ​ມົນ.

ລາວ​ກ່າວ​ຕື່ມ​ວ່າ ​ເວລາ​ໃນ​ລະຫວ່າງ​ການ​ສູດ​ມົນ​ຢູ່​ນັ້ນ​ ພວກ​ສູດ​ມົນ​ໄດ້​ພາ​ກາບລົງ​ກັບ​ພື້ນ ພວກ​ມື​ປືນ​ກໍ​ເລີ້ມຍິງ​ໃສ່​ຫລັງ​ເຂົາ​ເຈົ້າ.​ ​ພວກ​ຜູ້​ຊາຍ​ຈຸ​ດັ່ງກ່າວ ​ໄດ້​ພາກັນ​ແລ່ນ​ໜີໄປ​ເວລາ​
ພວກ​ສູດ​ມົນ​ຮ້ອງ​ຂໍ​ການ​ຊ່ອຍ​ເຫລືອ.

Bangladesh Mosque
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG