ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກແລະສຫລ ເຈລະຈາໃຫ້ທະຫານ ອາເມຣິກັນຢູ່ອີຣັກຕໍ່ຫລັງຈົບ ການລົບກັບ IS


ທະຫານສຫລຈາກກອງພັນໂດດຈ້ອງທີ 82 ຍິງປືນໃຫຍ່
ເພື່ອສະໜັບສະໜູນກຳລັງທະຫານອີກຣັກ ທີ່ສູ້ລົບກັບ ພວກຫົວຮຸນແຮງລັດອິສລາມ.
ທະຫານສຫລຈາກກອງພັນໂດດຈ້ອງທີ 82 ຍິງປືນໃຫຍ່ ເພື່ອສະໜັບສະໜູນກຳລັງທະຫານອີກຣັກ ທີ່ສູ້ລົບກັບ ພວກຫົວຮຸນແຮງລັດອິສລາມ.

ມີ​ລາຍ​ງານວ່າ ນາຍົກລັດຖະມົນຕີອີຣັກ ທ່ານ Haider al-abadi ​ ຈະ​ພົບ​ປະ​ສົນທະ
ນາ​ກັບ​ລັດຖະບານ ທ່ານ​ທຣໍາ ​ເພື່ອ​ຈະ​ຮັກສາ​ທະຫານ​ສະຫະລັດ​ ຢູ່​ໃນອີຣັກ​ໄວ້ ພາຍ
ຫລັງທີ່​ການ​ສູ້​ລົບ​ຕ້ານພວກລັດ​ອິສລາມ ​ຢູ່​ໃນປະ​ເທດນັ້ນ​ສິ້ນ​ສຸດ​ລົງ.

​ໂດຍອ້າງ​ອີງ​ໃສ່​ຄໍາ​ເວົ້າຂອງ​ເຈົ້າ​ໜ້າ​ທີ່ສະຫະລັດ ​ແລະອີຣັກ ອົງການ​ຂ່າວ AP ລາຍ​
ງານ​ວ່າ​ ການພົບ​ປະ​ສົນທະນາກັນ​ດັ່ງ​ກ່າງກຳລັງ​ດຳ​ເນີນ​ໄປ​ ​ແຕ່​ວ່າ​ສັນຍາ​ອາດ​ຈະ​ມີ
ຂໍ້ຕົກລົງ​ທີ່​ສະຫລຸບວ່າ​ ການ​ຮັກສາກໍາລັງ​ທະຫານ​ສະຫະລັດ​ໄວ້​ຢູ່​ໃນ​ອີ​ຣັກຢ່າງ​ຍາວ
ນານແມ່ນ ມີ​ຄວາມ​ຈໍາ​ເປັນ​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ​ຢູ່​ໃນ​ອີຣັກ ຊຶ່ງ​ເປັນ​ເລື່ອງ
ກົງກັນຂ້າມ​ກັບ​ຂໍ້​ສັນຍາທີ່ເວົ້າວ່າ​ ​ໃຫ້ສະຫະລັດຖອນ​ທະຫານອອກໃນ​ປີ 2011.

ການ​ຕັດສິນ​ໃຈ​ຖອນ​ກຳລັງ​ທະ​ຫານສູ້​ລົບ​ຂອງສະຫະລັດອອກ ​ແມ່ນ​ໄດ້ຖືກ​ປະຕິບັດ
​ໂດຍ ລົດ​ຖະບານ​ອະດີດ​ປະທານາທິ ບໍ​ດີ Barack Obama ພາຍຫລັງ​ທີ່​ບັນດາ​ຜູ້​
ເຈລະຈາ ອີຣັກ ​ແລະສະຫະລັດ ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ກ່ຽວກັບ​ລາຍ​ລະອຽດ​ໃນການ
ຕໍ່​ອາຍຸສັນຍາ​ໃນການໃຫ້​ຮັບ​ການ​ປົກ​ປ້ອງ​ແກ່ກຳລັງ​ທະຫານສະຫະລັດ ​ແລະ​ບັນດາ​
ສັນຍາ​ຈ້າງຂອງ​ສະຫະລັດ ​ບໍ່​ໃຫ້​ໄດ້​ຮັບ​ໂທດ​ຕ່າງໆ.

ປະທານາທິບໍດີ​ທຣໍາ ກ່າວ​ໄລຍະ​ທີ່​ມີ​ກອງ​ປະຊຸມ​ຢູ່​ທຳນຽບຂາວ​ກັບ ນາຍົກລັດຖະມົນ
ຕີອີຣັກ ໃນ​ເດືອນ​ມີນາທີ່​ຜ່ານ​ມາວ່າ “​ບາ​ງທີ່​ພວກ​ເຮົາ​ບໍ່​ຄວນ​ເຂົ້າ​ໄປ​ໃນ​ອີຣັກ​ ​ແລະ​ແນ່
ນອນ​ເຮົາ​ກໍພວກ​ເຮົາ​ບໍ່​ຄວນຖອນ​ອອກ​ມາ. ພວກ​ເຮົາ​ບໍ່​ຄວນ​ໜີ​ອອກ​ມາ​ເລີຍ ​ແລະ​ບ່ອນ
​ຫວ່າງ​ໄດ້​ສ້າງ​ຂຶ້ນ​ມາ​ແລ້ວ.”

ກຳລັງ​ອີກຣັກ​ໄດ້​ສູ້​ລົບ​ກັບ ພວກ​ຫົວ​ຮຸນ​ແຮງລັດ​ອິສລາມຢູ່​ພາກ​ພື້ນ​ດິນ ​ໂດຍ​ໄດ້​ຮັບ​ການ
​ໜູນ​ຫລັງ​ຈາກ​ດ້ວຍໂຈມ​ຕີ​ທາງ​ອາກາດ​ ຈາກ​ກຳລັງທະຫານ​ແນວ​ໂຮມ​ທີ່​ນຳໜ້າ​ໂດຍສະ
ຫະລັດ. ຈຸດ​ເພັ່ງ​ເລັງທີ່​ສຳຄັນຂອງ​ການ​ສູ້​ລົບ​ດັ່ງກ່ສກໍ​ຄື​ການບຸກ​ໂຈມ​ຕີ​ເພື່ອ​ນຳ​ເອົາເມືອງ Mosul ຄືນ​ມາ​ຈາກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ທີ່​ໄດ້​ລັ່ງ​ເຂົ້າ​ໄປກວດ​ລ້າງ​ຢູ່​ເມືອງດັ່ງ
ກ່າວ​ໃນ​ກາງ​ປີ 2014.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG