ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍ​ງານ ວ່າ ອີ​ຣ່ານ ຈະ​ປ່ອຍ​ກຳ​ປັ່ນ ​ບັນ​ທຸກ​ນ້ຳ​ມັນ​ຂອງ ອັງ​ກິດ


ເຮືອ​ໄວ​ຂອງກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອີີ​ຣ່ານ ແລ່ນ​ອ້ອມ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ ສ​ເຕ​ນາ ອິມ​ເປ​ໂຣ ຂອງ ອັງ​ກິດ ໃນ​ຊ່ອງ​ແຄບ ຮໍ​ມຸ​ສ
ເຮືອ​ໄວ​ຂອງກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອີີ​ຣ່ານ ແລ່ນ​ອ້ອມ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ ສ​ເຕ​ນາ ອິມ​ເປ​ໂຣ ຂອງ ອັງ​ກິດ ໃນ​ຊ່ອງ​ແຄບ ຮໍ​ມຸ​ສ

ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ຂອງ ອັງ​ກິດ ທີ່​ຖື​ກ​ຍຶດ​ໂດຍ ອີ​ຣ່ານ ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ​
ຈະຖືກປ່ອຍໃນໄວໆນີ້, ອີງຕາມການລາຍງານຂອງອົງການຂ່າວເຄິ່ງທາງການ ຟາສ
(Fars) ໃນວັນອາທິດວານນີ້.

ກຳ​ປັ່ນ ສ​ເຕ​ນາ ອິມ​ເປ​ໂຣ ແລະ ລູກ​ເຮືອ ໄດ້​ຖືກ​ກັກ​ໂດຍ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອີ​ຣ່ານ
ໃນຊ່ອງແຄບ ຮໍມຸສ ສຳລັບການກ່າວຫາວ່າ ລ່ວງລະເມີດເຂດນ້ຳ ພຽງບໍ່ເທົ່າໃດວັນ ຫຼັງ
ຈາກກອງກຳລັງ ອັງກິດ ໄດ້ຍຶດກຳປັ່ນບັນທຸກນ້ຳມັນຂອງ ອີຣ່ານ ຢູ່ຊອກຊາຍຝັ່ງແຫຼມ
ຈີບຣາລຕາ.

ອັງ​ກິດ ໄດ້​ກ່າວ​ຫາ ອີ​ຣ່ານ ວ່າ​ພະ​ຍາ​ຍາມ​ທີ່​ຈະ​ຂາຍ​ນ້ຳມັນ ໃນ​ການ​ລ່ວງ​ລະ​ເມີດ​ມາດ
ຕະການລົງໂທດຕໍ່ລັດຖະບານ ເຕຫະຣ່ານ. ເຈົ້າໜ້າທີ່ ຈີບຣາລຕາ ໄດ້ປ່ອຍກຳປັ່ນບັນ
ຫາທຸກນ້ຳມັນລຳດັ່ງກ່າວໃນເດືອນທີ່ຜ່ານມາ.

ຫົວ​ໜ້າ​ຂອງ​ບໍ​ລິ​ສັດ​ຊາວ ສວີ​ເດັນ ທີ່​ເປັນ​ເຈົ້າ​ຂອງກຳ​ປັ່ນ ສ​ເຕ​ນາ ອິມ​ເປ​ໂຣ ໄດ້​ກ່າວ​ຕໍ່
ວິທະຍຸ SVT ຂອງລັດຖະບານວ່າ ກຳປັ່ນບັນທຸກນ້ຳມັນນັ້ນ ອາດຖືກປ່ອຍອອກມາພາຍ
ໃນບໍ່ເທົ່າໃດຊົ່ວໂມງນີ້.

ທ່ານ ເອ​ຣິກ ຮາ​ແນ​ລ ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮັບ​ຂໍ້​ມູນ​ໃນ​ຕອນ​ເຊົ້າ​ນີ້​ວ່າ ມັນ​ເບິ່ງ​ຄື​
ວ່າເຂົາເຈົ້າຈະປ່ອຍກຳປັ່ນ ສເຕນາ ອິມເປໂຣ ພາຍໃນສອງສາມຊົ່ວໂມງຂ້າງໜ້າ. ສະ
ນັ້ນພວກເຮົາເຂົ້າໃຈວ່າ ໄດ້ມີການຕັດສິນໃຈທາງການເມືອງເພື່ອປ່ອຍກຳປັ່ນທີ່ຖືກຍຶດ
ນັ້ນ.”

ຫົວ​ໜ້າ​ຂອງ​ອົງ​ການ​ທ່າ​ເຮືອ ແລະ ການ​ສັນ​ຈອນ​ທາງ​ທະ​ເລ ຂອງ ອີ​ຣ່ານ ໃນ​ແຂວງ
ຮໍມອສການ ທ່ານ ອາລລາມໍຣາດ ອາຟີຟີປົວ ໄດ້ກ່າວຕໍ່ອົງການຂ່າວ ຟາສ ວ່າ ຂັ້ນ
ຕອນກ່ຽວກັບການອະນຸຍາດໃຫ້ກຳປັ່ນບັນທຸກນ້ຳມັນນັ້ນເຄື່ອນເຂົ້ານ່ານນ້ຳສາກົນ
ແມ່ນໄດ້ເລີ່ມຂຶ້ນແລ້ວ ແຕ່ວ່າຄະດີທາງກົດໝາຍຕໍ່ກຳປັ່ນລຳດັ່ງກ່າວຍັງມີການລໍຖ້າຢູ່.

ທ່ານບໍ່​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ອື່ນໆ ກ່ຽວ​ກັບ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG