ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານ ວ່າ ລະບົບຕໍ່ຕ້ານ ການຢຸດບິນ ກາງອາກາດ ໄດ້ຖືກເປີດນຳໃຊ້ ກ່ອນ​ເຮືອບິນຕົກ


ຍາດຕິພີ່ນ້ອງ ຊາວເອທີໂອເປຍ ຂອງພວກຜູ້ເຄາະຮ້າຍ ຈາກເຮືອບິນຕົກ ພາກັນໄວ້ອາໄລ ຂະນະທີ່ເຄື່ອງກົນຈັກ ຂຸດຄົ້ນຫາຊາກສົບ ໃນຈຸດເກີດເຫດ ໃກ້ໆກັບ ເມືອງ Bishoftu, ທາງພາກຕາເວັນອອກ-ໃຕ້ ຂອງນະຄອນຫຼວ ອາດິສ ອາບາບາ ໃນເອທີໂອເປຍ, ວັນທີ 10 ມີນາ 2019.
ຍາດຕິພີ່ນ້ອງ ຊາວເອທີໂອເປຍ ຂອງພວກຜູ້ເຄາະຮ້າຍ ຈາກເຮືອບິນຕົກ ພາກັນໄວ້ອາໄລ ຂະນະທີ່ເຄື່ອງກົນຈັກ ຂຸດຄົ້ນຫາຊາກສົບ ໃນຈຸດເກີດເຫດ ໃກ້ໆກັບ ເມືອງ Bishoftu, ທາງພາກຕາເວັນອອກ-ໃຕ້ ຂອງນະຄອນຫຼວ ອາດິສ ອາບາບາ ໃນເອທີໂອເປຍ, ວັນທີ 10 ມີນາ 2019.

ລາຍງານສະບັບນຶ່ງ ຈາກໜັງສືພິມທີ່ມີ​ຊື່​ສຽງຂອງສະຫະລັດ ກ່າວວ່າ ລະບົບຕໍ່ຕ້ານ
ພາວະຢຸດບິນກາງອາກາດ ໄດ້ຖືກເປີດນຳໃຊ້ ຢູ່ໃນເຮືອບິນໂບອິ້ງ 737 ແມັກສ໌ 8
ຂອງສາຍການບິນເອທີໂອເປຍ ກ່ອນທີ່ມັນຈະເກີດອຸບັດຕິເຫດຕົກ ເມື່ອຕົ້ນເດືອນນີ້.

ໜັງສືພິມ Wall Street Journal ໄດ້ກ່າວໃນວັນສຸກມື້ນີ້ ວ່າ ແຫຼ່ງຂ່າວຂອງ ຕົນ ທີ່ຮູ້
ກ່ຽວກັບ ຜົນການວິເຄາະໃນຂັ້ນຕົ້ນ ຂອງການສືບສວນສອບສວນນັ້ນ ແມ່ນເປັນພວກ
ທີ່ໄດ້ຮັບການແຈ້ງໃຫ້ຊາບກ່ຽວກັບຜົນສະຫຼຸບ ໃນເບື້ອງຕົ້ນຂອງ ບັນດານັກສືບສວນ.

ອຸບັດຕິເຫດເຮືອບິນຕົກ ເມື່ອວັນທີ 10 ມີນາ ຜ່ານມາ ທີ່ໄດ້ສັງຫານ ຜູ້ທີ່ຢູ່ເທິງ ເຮືອບິນ
ທັງໝົດ 157 ຄົນ ບໍ່ດົນຫຼັງຈາກທີ່ໄດ້ບິນຂຶ້ນຈາກສະໜາມບິນນະຄອນ ອາດິສ ອາບາບາ.

ອຸບັດຕິເຫດດັ່ງກ່າວ ໃນປະເທດເອທີໂອເປຍ ແມ່ນຄ້າຍໆກັນກັບຖ້ຽວບິນມໍລະນະ ທີ່
ກ່ຽວຂ້ອງກັບ ເຮືອບິນອາຍພົ່ນ 737 ແມັກສ໌ 8 ຢູ່ອິນໂດເນເຊຍ ໃນ ເດືອນຕຸລາ ໄດ້
ສັງຫານໝົດທຸກຄົນທີ່ຢູ່ເທິງເຮືອບິນ 189 ຄົນ ບໍ່ເທົ່າໃດນາ ທີ ຫຼັງຈາກທີ່ໄດ້ບິນຂຶ້ນ.

ບັນດານັກສືບສວນ ໃນອິນໂດເນເຊຍ ຍັງໄດ້ແນເປົ້າໝາຍການກວດສອບຂອງ ພວກ
ເຂົາເຈົ້າ ໃສ່ລະບົບຕໍ່ຕ້ານການຢຸດບິນກາງອາກາດ ຂອງເຮືອບິນນັ້ນ.

ບໍລິສັດໂບອິ້ງ ໄດ້ກ່າວເມື່ອຕົ້ນສັບປະດານີ້ ວ່າ ຕົນໃກ້ຈະສຳເລັດ ການຍົກ ລະດັບ
ໂປແກມຄອມພິວເຕີ ຫຼື software ຂອງລະບົບຕໍ່ຕ້ານ ການຢຸດບິນກາງອາກາດ
ທີ່ຕິດຕັ້ງຢູ່ໃນເຮືອບິນອາຍພົ່ນ 737 ແມັກສ໌ 8.

ໃນວັນພະຫັດວານນີ້ ໄດ້ມີການຍື່ນຟ້ອງ ຕໍ່ບໍລິສັດໂບອິ້ງ ໃນສານລັດຖະບານ ກາງ
ສະຫະລັດ ໃນການມີສ່ວນກ່ຽວຂ້ອງກັບ ອຸບັດຕິເຫດເຮືອບິນຕົກ ໃນເອທີ ໂອເປຍ.

ສຳນວນຟ້ອງດັ່ງກ່າວ ໄດ້ຖືກຍື່ນໃນລັດອີລລີນອຍ ໃນນາມຂອງຄອບຄົວ ທ້າວ
ແຈກສັນ ມູໂຊນີ ຜູ້ທີ່ເປັນພົນລະເມືອງຂອງຣວັນດາ ທີ່ໄດ້ເສຍຊີວິດໃນອຸບັດຕິເຫດ
ດັ່ງກ່າວ.

ສຳນວນຟ້ອງກ່າວວ່າ ບໍລິສັດໂບອິ້ງ ປ່ອຍປະລະເລີຍ ໃນການອອກແບບ ເຮືອ ບິນ
737 ແມັກສ໌ 8 ຂອງຕົນ.

ສາຍການບິນຕ່າງໃນທົ່ວໂລກ ໄດ້ຍົກເລີກການບິນຂອງເຮືອບິນລຸ້ນ ແມັກສ໌ 8 ຫຼັງຈາກ
ເກີດອຸບັດຕິເຫດ ເມື່ອບໍ່ດົນຜ່ານມານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG