ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດລາຍງານ: ການເພີ້ມຂຶ້ນຂອງມາ​ລແວພາສາຈີນ ​ອາດ 'ທ້າທາຍ' ຕໍ່ການຄອບງໍາ ອາຊະຍາກໍາທາງໄຊເບີ້ ຂອງພາ​ສາຣັດເຊຍ


ແຟ້ມຮູບ—ຜູ້ຊາຍຄົນນຶ່ງຕີແປ້ນພິມຢູ່ຄອມພິວເຕີ້ ໃນຂະນະທີ່ລະຫັດຂອງໄຊເບີ້ສາຍເປັນເງົາອອກມາເທິງໂຕຂອງລາວ, ໃນຮູບພາບທີ່ຖ່າຍເມື່ອວັນທີ 13 ພຶດສະພາ 2017.
ແຟ້ມຮູບ—ຜູ້ຊາຍຄົນນຶ່ງຕີແປ້ນພິມຢູ່ຄອມພິວເຕີ້ ໃນຂະນະທີ່ລະຫັດຂອງໄຊເບີ້ສາຍເປັນເງົາອອກມາເທິງໂຕຂອງລາວ, ໃນຮູບພາບທີ່ຖ່າຍເມື່ອວັນທີ 13 ພຶດສະພາ 2017.

ເປັນເວລາຫຼາຍທົດສະວັດ, ພວກລັກເຈາະຂໍ້ມູນຣັດເຊຍ ແລະພວກລັກເຈາະຂໍ້ມູນຢູໂຣບຕາເວັນອອກ ໄດ້ຄອບງໍາໂລກ ​ໃນອາຊະຍາກໍາທາງໄຊເບີ້, ແຕ່ພວກເຂົາອາດຈະປະເຊີນກັບຄວາມທ້າທາຍ ຈາກຄູ່ແຂ່ງໃໝ່ເຊັ່ນ ຈີນ.

ບັນດານັກຄົ້ນຄວ້າຢູ່ທີ່ບໍລິສັດຄວາມປອດໄພທາງໄຊເບີ້ ຟຣູຟພັອຍ (Proofpoint) ກ່າວວ່າ ພວກເຂົາໄດ້ກວດພົບການແຜ່ກະຈາຍ ມາ​ລແວທີ່ເປັນພາສາຈີນ ຜ່ານການໂຄສານາທາງອີເມລນັບຕັ້ງແຕ່ຕົ້ນປີ 2023, ເປັນສັນຍານການເພີ້ມຂຶ້ນດ້ານກິດຈະກໍາອາຊະຍາກໍາທາງໄຊເບີ້ຂອງຈີນ ແລະມີທ່າອ່ຽງເປັນໄພຄຸກຄາມໃໝ່ຢູ່ໃນທົ່ວໂລກ.

“ໃນທີ່ນີ້, ໂດຍພື້ນຖານແລ້ວ ພວກເຮົາເລີ້ມຈາກໄພແຫ້ງແລ້ງໄປສູ່ໄພນໍ້າຖ້ວມ,” ກ່າວໂດຍ ທ່ານນາງເຊເລນາ ລາຊັນ (Selena Larson), ນັກວິເຄາະອະວຸໂສກ່ຽວກັບຂໍ້ມູນລັບທີ່ເປັນໄພຄຸກຄາມຢູ່ທີ່ບໍລິສັດ Proofpoint ແລະເປັນນຶ່ງໃນຜູ້ຂຽນບົດລາຍງານໃໝ່ ກ່ຽວກັບມາ​ລແວພາສາຈີນຂອງບໍລິສັດ Proofpoint.

ທ່ານນາງລາຊັນ ກ່າວວ່າ, ການເພີ້ມຂຶ້ນນັ້ນ ສາມາດມາຈາກຫຼາຍປັດໄຈ.

ທ່ານນາງລາຊັນ ກ່າວໃນການໃຫ້ສໍາພາດວ່າ “ມັນອາດຈະມີຄວາມພ້ອມເພີ້ມຂຶ້ນ, ມັນອາດຈະມີການເຂົ້າເຖິງບາງລະບົບເມລແວນີ້ໄດ້ງ່າຍ, ແລະ ມັນອາດຈະມີການເພີ້ມກິດຈະກໍາຂຶ້ນໂດຍຜູ້ທີ່ເປັນໄພຂົ່ມ​ຂູ່ທາງໄຊເບີ້ ທີ່ເວົ້າພາສາຈີນທັງໝົດ.”

ໃນຂະນະທີ່ພວກລັກເຈາະຂໍ້ມູນທີ່ເວົ້າພາສາຣັດເຊຍ ຍັງຄົງຄອບງໍາເຄືອຂ່າຍອາຊະຍາກໍາທາງໄຊເບີ້, ໃນບົດລາຍງານຂອງບໍລິສັດ Proofpoint ກ່າວວ່າ ການເພີ້ມຂຶ້ນຂອ​ງ​ມາ​ລແວພາສາຈີນໃນປັດຈຸບັນ “ອາດທ້າທາຍຕໍ່ການຄອບງໍາ ທີ່ຕະຫຼາດອາຊະຍາກໍາທາງໄຊເບີ້ ທີ່ເວົ້າພາສາພາສາຣັດເຊຍ ມີຕໍ່ໄພຂົ່ມ​ຂູ່ຢູ່ໃນທົ່ວໂລກ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG