ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ບັນຊາການ ຂອງກຸ່ມລັດອິສລາມ ທີ່ຂ້າຍາກ ໃນທີ່ສຸດ ກໍໄດ້ເສຍຊີວິດ


ທ້າວ Abu Omar al-Shishani, ເຫັນໄດ້ໃນພາບ ຈາກວີດີໂອ ທີ່ລົງໃນສື່ສັງຄົມ ເມື່ອວັນທີ 28 ມິຖຸນາ 2014, ກຳລັງຢືນຢູ່ໃນກຸ່ມ ພວກນັກຮົບ ລັດອິສລາມ ໃນຂະນະທີ່ ກຸ່ມລັດອິສລາມ ໄດ້ປະກາດການລົບລ້າງເຂດຊາຍແດນ ລະຫວ່າງອີຣັກ ແລະ ຊີເຣຍ.
ທ້າວ Abu Omar al-Shishani, ເຫັນໄດ້ໃນພາບ ຈາກວີດີໂອ ທີ່ລົງໃນສື່ສັງຄົມ ເມື່ອວັນທີ 28 ມິຖຸນາ 2014, ກຳລັງຢືນຢູ່ໃນກຸ່ມ ພວກນັກຮົບ ລັດອິສລາມ ໃນຂະນະທີ່ ກຸ່ມລັດອິສລາມ ໄດ້ປະກາດການລົບລ້າງເຂດຊາຍແດນ ລະຫວ່າງອີຣັກ ແລະ ຊີເຣຍ.

ຜູ້ບັນຊາການ ກຸ່ມກໍ່ການຮ້ານລັດອິສລາມ ທີ່ສຳຄັນ ຄົນໜຶ່ງ ທີ່ຮູ້ຈັກກັນ ກ່ຽວ​ກັບການໃຊ້ກົນລະຍຸດທີ່ມີປະສິດທິພາບ ຢ່າງໂຫດຫ້ຽມ ແລະ ໄດ້ລອດຊີວິດ ຈາກຄວາມພະຍາຍາມລອບ​ສັງຫານມາຫຼາຍຄັ້ງແລ້ວນັ້ນ ໄດ້ເສຍຊີວິດ ໃນ ການສູ້ລົບ ອີງຕາມອົງການສື່ມວນຊົນ ທີ່ເປັນເຄືອຂ່າຍຂອງລັດອິສລາມ.

ອົງການຂ່າວ Aamaq ໄດ້ກ່າວໃນວັນພຸດວານນີ້ ວ່າ ທ້າວ Abu Omar al-Shishani ຍັງຮູ້ຈັກກັນຄື “Omar the Chenchen” ໄດ້ຖືກຂ້າຕາຍ ຢູ່ໃນເມືອງ Shirqat ໃນຂະນະທີ່ ພະຍາຍາມຈະ “ຢຸດຢັ້ງການປະຕິບັດ ການດ້ານທະຫານ” ຕໍ່ຕ້ານ ລັດອິສລາມ ທີ່ເມືອງ Mosul ຂອງອີຣັກ.

ສະຫະລັດ ແລະ ກອງກຳລັງປະສົມ ໄດ້ແນເປົ້າໝາຍໃສ່ ທ້າວ Shishani ຫຼາຍໆຄັ້ງມາແລ້ວ ລວມທັງ ການໂຈມຕີທາງອາກາດ ເມື່ອວັນທີ 4 ມີນາ ຜ່ານມາ ຢູ່ໃນເມືອງ al-Shaddadi ຂອງຊີເຣຍ.

ໂຄສົກທຳນຽບຫ້າແຈ ທ່ານ Peter Cook ໄດ້ກ່າວວ່າ ໃນເວລານັ້ນ “ມັນ ເປັນການປະເມີນຜົນຂອງພວກເຮົາວ່າ ອັນນັ້ນ ເປັນການໂຈມຕີທີ່ສຳ ເລັດຜົນ ແລະ ວ່າ ລາວໄດ້ຖືກຂ້າຕາຍແລ້ວ ຢູ່ໃນການໂຈມຕີນັ້ນ.”

ມາຈົນເຖິງບັດນີ້ ກຸ່ມລັດອິສລາມ ໄດ້ປະຕິເສດຕໍ່ການກ່າວອ້າງວ່າ ທ້າວ Shishani ໄດ້ຖືກຂ້າຍຕາຍ ຊ້ຳແລ້ວຊ້ຳອີກ.

ບັນດາເຈົ້າໜ້າທີ່ທຳນຽບຫ້າແຈ ໄດ້ກ່າວໃນວັນພຸດວານນີ້ ວ່າ ພວກເຂົາເຈົ້າ ໄດ້ຮູ້ ລາຍງານຂ່າວ ການເສຍຊີວິດ ຂອງທ້າວ Shishani ຢູ່ທີ່ເມືອງ Shirqat ຂອງອົງການຂ່າວ Aamaq ແຕ່ວ່າພວກເຂົາເຈົ້າ ບໍ່ສາມາດຢືນຢັນ ຫຼື ປະຕິ ເສດໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG