ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ຄົ້ນພົບວ່າ ພວກ IS ດຳເນີນ ການໂຈມຕີ ໃນທົ່ວໂລກ ເພີ່ມຂຶ້ນ


ຊາຍໜຸ່ມຫຼາຍຄົນ ຮ້ອງຄຳຂວັນສະໜັບສະໜູນ ລັດອິສລາມ ໃນຂະນະທີ່ພວກເຂົາ ແກວ່ງທຸງຂອງກຸ່ມ ໃນເມືອງ Mosul, ປະເທດ ອີຣັກ.
ຊາຍໜຸ່ມຫຼາຍຄົນ ຮ້ອງຄຳຂວັນສະໜັບສະໜູນ ລັດອິສລາມ ໃນຂະນະທີ່ພວກເຂົາ ແກວ່ງທຸງຂອງກຸ່ມ ໃນເມືອງ Mosul, ປະເທດ ອີຣັກ.

ການ​ໂຈມ​ຕີ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ໂລກ​ໂດຍກຸ່ມ ລັດ ອິສລາມ ໄດ້​ເພີ້ມຂຶ້ນຫຼາຍ​ກວ່າ 40 ​ເປີ​ເຊັນ​ຕໍ່​ມື້​ ໃນໄຕມາດທີສາມ​ຂອງ​ປີນີ້, ອີງ​ຕາມລາຍ​ງານ​ ການຄົ້ນຄວ້າຂອງບໍລິສັດ IHS Jane’s ​global defense.

ກາ​ນຄົ້ນຄວ້າ​ດັ່ງ​ກ່າວທີ່ໄດ້​ນຳອອກເຜີຍແຜ່​ໃນ​ວັນ​ພະຫັດ​ມື້​ນີ້, ​ໄດ້​ບັນ ທຶກ​ການ​ໂຈມ​ຕີ​ຂອງ​ພວກ ລັດ​ອິສລາມ ​ໃນ​ທົ່ວ​ໂລກ 1,086 ຄັ້ງ​ໃນ​ລະຫວ່າງ​ເດືອນ ກໍລະກົດ ​ແລະ ກັນຍາທີ່​ຜ່ານ​ມາ. ສະເລ່ຍ ແລ້ວ​ເປັນ​ການ​ໂຈມ​ຕີ​ເກືອບ 12 ຄັ້ງ​ຕໍ່​ມື້, ​ເພີ່ມ​ຂຶ້ນ 42 ​ເປີ​ເຊັນ​ຈາກ ໄລຍະ 3 ​ເດືອນ​ກ່ອນໜ້າ​ນັ້ນ.

ລາຍ​ງານ​ ໄດ້​ລວມ​ເອົາ​ກິດຈະກຳ​ພາຍ​ໃນ​ປະ​ເທດຕ່າງໆ ​ບ່ອນທີ່​ພວກ ລັດ​ອິສລາມ ອ້າງວ່າ ຕົນຄວບຄຸມດິນແດນຢູ່ນັ້ນ, ລວມມີ​ບໍ່​ພຽງ​ແຕ່​ດິນ​ແດນ​ຫຼັກທີ່ໝັ້ນຄົງ​ໃນ ຊີ​ເຣຍ ​ແລະ ອີຣັກ ​ເທົ່າ​ນັ້ນ, ​ແຕ່​ກໍ​ຍັງ​ມີ ອີ​ຈິບ, ລີ​ເບ​ຍ, ​ເຢ​ເມນ, ອັຟກາ​ນິສຖານ, ​ປາ​ກິ​ສຖານ, ​ໄນ​ຈີເຣຍ, ​ຊາ​ອູ​ດີ​ອາ​ເຣ​ເບ​ຍ, ​ພາກ​ເໜືອ​ຂອງ​ພູ Caucasus ​ແລະ Algeria ນຳດ້ວຍ.

ກຸ່ມ​ຫົວ​ຮຸນ​ແຮງ ອິສລາມ ຢູ່ໃນເຂດທ້ອງ​ຖິ່ນ​ຫຼາຍ​ກຸ່ມ​ໃນ​ບັນດາ​ປະ​ເທດ​ດັ່ງກ່າວ​ນັ້ນ, ​ເຊັ່ນ​ພວກ ​ໂບ​ໂກ ຮາຣາມ ​ໃນ​ ​ໄນ​ຈີ​ເຣຍ, ​ໄດ້​ອ້າງການ​ເປັນ​ພັນທະ​ມິດ​ກັບ​ກຸ່ມ ລັດ​ອິສລາມ, ​ເຖິງແມ່ນ​ວ່າ​ມັນ​ຍັງ​ບໍ່​ຈະ​ແຈ້ງວ່າ​ອົງການ​ດັ່ງກ່າວ​ນັ້ນ​ ມີ​ການ​ປະສານ​ງານ​ກັນ​ຫຼາຍ​ເທົ່າ​ໃດ ​ກັບ​ແກ​ນນຳ​ຂອງ​ພວກ IS.

ພວກ​ຫົວ​ຮຸ​ນ​ແຮງ​ລັດອິສລາມ ​ໃນ ຊີ​ເຣຍ ​ແລະ ອີຣັກ ​ໄດ້​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ທາງ​ອາກາດ​ໂດຍ​ພັນ​ທະມິດ​ນຳພາ​ໂດຍ​ ສະຫະລັດ ​ແລະ ໃນຂ​ອບ​ເຂດ​ທີ່​ນ້ອຍ​ກວ່າ ​ໂດຍ​ການ​ໂຈມ​ຕີ​ຖິ້ມ​ລະ​ເບີດຕ່າງຫາກ​ຂອງ ຣັດ​ເຊ​ຍ ​ເຊິ່ງຫາ​ກໍ​ໄດ້​ເ​ລີ​ມຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້.

​ເຖິງ​ແມ່ນ​ວ່າລາຍ​ງານນີ້ໄດ້ຕັ້ງຫຼາຍ​ຄຳ​ຖາມ​ ກ່ຽວ​ກັບວ່າ​ການ​ໂຈ​ມຕີ​ທາງ​ອາກາດມີ​ຜົນກະ ທົບຕໍ່​ພວກ ລັດ​ອີສລາມ ຫຼາຍ​ສ່ຳ​ໃດ, ​ແຕ່​ພວກ​ເຂົາ​ເຈົ້າ​ໄດ້​ສະ​ເໜີ​ວ່າ ການ​ຂະ​ຫຍາຍດິນ​ແດນ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ​ນັ້ນ ​ໄດ້​ມີການຊັກ​ຊ້າລົງ.

ອີງ​ຕາມ​ບໍລິສັດ IHS Jane’s ​ໃນເວລາ 3 ​ເດືອນ​ທີ່​ຜ່ານ​ມາ, ພວກ IS ​ໄດ້​ເຫັນ “ວິ​ທີ​ຂອງ​ການ​ຂະຫຍາຍ​ເຂດ​ແດນ​ໜ້ອຍ​ຫຼາຍ.” ​ແທນ​ທີ່, ກຸ່ມ​ດັ່ງກ່າວ “​ໄດ້​ຮັກສາແຜນ​ຍຸດ​ທະ​ສາດຂອງ​ການ​ຂະ​ຫຍາ​ຍ ​ແລະ ປັບປຸງ​ການ​ຄວບ​ຄຸມ​ດິນ​ແດນ​ໃນ​ທ້ອງ​ຖິ່ນພາຍ​ໃນໂຄງ​ສ້າງ​ທີ່​ມີ​ຢູ່​ຂອງ​ແຕ່ລະ​ແຂວງ.”

ເບິ່ງວີດີໂອກ່ຽວຂ້ອງ:

ISIS and the Digital War
please wait

No media source currently available

0:00 1:00:44 0:00

XS
SM
MD
LG