ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກຂ່າວ ທີ່ເສຍຊີວິດ ໃນໜ້າທີ່ ປີ 2016 ແມ່ນມີໜ້ອຍ ແຕ່ການຂົ່ມຂູ່ ແມ່ນມີສູງ


ຊາວອັຟກາຮິສຖານ ທຳພິທີຊາປະນະກິດ ໃນເມືອງ ກາບູລ, ອັຟກາຮິສຖານ, 7 ພຶດສະພາ, 2016.
ຊາວອັຟກາຮິສຖານ ທຳພິທີຊາປະນະກິດ ໃນເມືອງ ກາບູລ, ອັຟກາຮິສຖານ, 7 ພຶດສະພາ, 2016.

ໃນ​ເດືອນ​ມັງກອນ ນັກ​ຂ່າວ​ອິດ​ສະລະ ທ່ານ Almigdad Mojalli ​ແມ່ນ​ໄດ້​ປະຕິບັດ​ໜ້າ​ທີ່ໃຫ້ສຽງ​ອາ​ເມຣິກາ ​ໂດຍໄດ້​ລາຍ​ງານ ​ໃນ​ສົງຄາມ​ກາງ​ເມືອງ ​ທີ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ ​ໃນ​ເຢ​ເມນ ຊຶ່ງ​ເປັນ​ບັນຫາ​ຂັດ​ແຍ້​ງ ທີ່​ສ່ວນ​ໃຫຍ່​ແລ້ວບໍ່ໄດ້​ຮັບ​ຄວາມ ສົນ​ໃຈ​ຈາກ
​ນາໆ​ຊາດ.

ທ່ານ Mojalli ​ໄດ້​ເດີນທາງ​ໄປ​ຍັງ​ຂົງ​ເຂດ ຢູ່ນອກ​ນະຄອນຫຼວງ Sana’a ຂອງເຢ​ເມນ
ເພື່ອ​ໂອ້​ລົມ​ກັບ​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້ ​ຈາກການ​ປະຕິ​ບັດ​ງານ​ທາງ​ອາກາດ ທີ່​ໄດ້​ສັງຫານ ພົນລະ​ເຮືອນ​ຢ່າງ​ນ້ອຍ 15 ຄົນ ​ໃນ​ສັບປະ​ດາ​ກ່ອນ​ໜ້ານັ້ນ. ​ເຫດການ​ດັ່ງກ່າວ​ ​ໄດ້​ກາຍ​ມາ​ເປັນ​ປົກກະຕິ​ໄປ​ແລ້ວ ​ໃນ​ຂະນະ​ທີ່​ກອງ​ກຳລັງ​ປະສົມ ພາຍ​ໃຕ້​ການນຳພາ​ຂອງ Saudi Arabia ​ເປີດ​ສາກ​ໂຈມ​ຕີ​ຕໍ່ກຸ່ມ​ກະບົດ Houthi.

ນັກ​ຂ່າວ​ໄວ 34 ປີຄົນ​ນີ້ ຜູ້​ຊຶ່ງ​ຍັງ​ໄດ້​ເຮັດ​ວຽກ​ກັບ​ຫຼາ​ຍໆ​ອົງການຂ່າວ​ເຊັ່ນ: The Telegraph ​ແມ່ນໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ກຸ່ມ​ຕ່າງໆ​ທີ່​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ ​ໃນ​ສັງຄົມ
​ເຢ​ເມນ ຮວມທັງ ຊົນກຸ່ມນ້ອຍ ​ແລະ​ພວກ​ເສຍ​ອົງຄະ ຊຶ່ງ​ຕົກ​ຢູ່​ໃນ​ອັນຕະລາຍ​ຈາກ​ຄວາມ​
ຮຸນ​ແຮງທີ່​ວ່າ​ນີ້.​

Almigdad Mojalli ທຳການສຳພາດໃນເດືອນມັງກອນ 2015. Mojalli ແມ່ນນຶ່ງໃນບັນດານັກຂ່າວທີ່ຖືກສັງຫານ ໃນ Yemen ປີ 2016.
Almigdad Mojalli ທຳການສຳພາດໃນເດືອນມັງກອນ 2015. Mojalli ແມ່ນນຶ່ງໃນບັນດານັກຂ່າວທີ່ຖືກສັງຫານ ໃນ Yemen ປີ 2016.

ແຕ່​ວ່າ ​ໃນ​ເຊົ້າ​ຂອງ​ເດືອນ​ມັງກອນ​ມື້​ນັ້ນ ທ່ານ Mojalli ​ນັ້ນ​ໄດ້​ກາຍ​ມາ​ເປັນ​ຜູ້​ຮັບ​ເຄາະຊະ​ເອງ ​ເວລາລະ​ເບີດ​ຈາກເຮືອບິນ​ລົບ​ ຂອງກອງ​ກຳລັງ​ປະສົມ ທີ່​ນຳພາ​ໂດຍ Saudi Arabia ​ໄດ້​ຕົກລົງ​ຢູ່​ໃກ້ໆ​ນັ້ນ ​ໄດ້ເຮັດ​ໃຫ້​ສະ​ເກັດ​ລະ​ເບີດ​ຟົ້ງຖືກ​ທ້ອງ ຄໍ ​ແລະ​ໜ້າຂອງ​ຜູ້ກ່ຽວ. ລາວ​ໄດ້​ເສຍ​ຊີວິດ​ໃນ​ເວລາ​ຕໍ່​ມາ ​ໂດຍ​ໄດ້​ປະຖີ້ິ້ມ​ລູກ​ເຕົ້າທັງ 7 ຄົນ ຮວມ​ທັງລູກຊາຍຄົນ​ນຶ່ງ​ຄົນນຳ.

ທັງໝົດ​ແລ້ວ ມີ​ນັກ​ຂ່າວຢ່າງ​ນ້ອຍ 48 ຄົນ ​ໄດ້​ຖືກ​ສັງຫານ ​ໃນ​ປີ 2016 ອິງ​ຕາມ​ກຸ່ມຄຸ້ມ​ຄອງ​ພວກ​ນັກ​ຂ່າວ. ​ໃນ​ອີກ​ຫຼາຍໆ​ດ້ານ ​ເລື້ອງ​ລາວ​ຂອງ​ທ່ານ Mojalli ​ໄດ້​ສະທ້ອນໃຫ້​ຄວາມ​ຄວາມ​ຮຸນ​ແຮງ​ໃນ​ວິ​ກິດການ​ເຊັ່ນນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Journalist Murders Decline in 2016, but Intimidation Runs High
please wait

No media source currently available

0:00 0:02:16 0:00

XS
SM
MD
LG