ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍງານ ແຈ້ງວ່າ ອົງການ ແອັຟບີອາຍ ສຫລ ນັບຈຳນວນຄະດີ ຄວາມກຽດຊັງ ດ້ານຜິວພັນ ບໍ່ຄົບ


ທາງເຂົ້າຕຶກອາຄານ ຫ້ອງການ FBI ເຈ. ເອັດກາ ຮູເວີ
ທີ່ຖະໜົນເພັນຊິລເວເນຍອາເວີນູ ທີ່ນະຄອນວໍຊິງຕັນ. (ວັນທີ 30 ພະຈິກ 2017)
ທາງເຂົ້າຕຶກອາຄານ ຫ້ອງການ FBI ເຈ. ເອັດກາ ຮູເວີ ທີ່ຖະໜົນເພັນຊິລເວເນຍອາເວີນູ ທີ່ນະຄອນວໍຊິງຕັນ. (ວັນທີ 30 ພະຈິກ 2017)

ມີເຫດການຕໍ່ຕ້ານຊາວອາຣັບເພີ້ມຂຶ້ນເປັນເກືອບ 2 ເທົ່າ ໃນປີ 2015 ແລະປີ​2016
ຕາມທີ່ໄດ້ລາຍງານ ໂດຍອົງການສັນຕິບານກາງຫຼື FBI ຂອງສະຫະລັດ ຊຶ່ງໄດ້ເນັ້ນ
ໃຫ້ເຫັນເຖິງການຂາດຕົກບົກຜ່ອງຂອງສະຖິຕິທາງການ ໃນຂະນະທີ່ມີການກໍ່ອາຊະ
ຍາກຳດ້ວຍຄວາມກຽດຊັງເພີ້ມຂຶ້ນຢູ່ໃນທົ່ວປະເທດ ອີງຕາມລາຍງານ ກ່ຽວກັບການ
ກໍ່ອາຊະຍາກຳດ້ວຍຄວາມກຽດຊັງດ້ານຜິວພັນ ໂດຍສະຖາບັນອາເມຣິກັນເຊື້ອສາຍ
ອາຣັບ ທີ່ຕັ້ງຢູ່ນະຄອນຫຼວງວໍຊິງຕັນ.

ໃນການນຳໃຊ້ຂໍ້ມູນ ທີ່ເກັບກຳໂດຍເຈົ້າໜ້າທີ່ ພະແນກການຕ່າງໆຂອງລັດ ສະຖາ
ບັນດັ່ງກ່າວ ກະປະມານວ່າ ມີກໍລະນີຕໍ່ຕ້ານຊາວອາຣັບ ເກີດຂຶ້ນ 79 ເທື່ອ ຢູ່ໃນສະ
ຫະລັດ ໃນປີ 2015 ສົມທຽບໃສ່ລາຍງານຂອງອົງການ FBI ທີ່ກ່າວວ່າ ມີ 40 ເທື່ອ
ແລະມີ 88 ກໍລະນີເກີດຂຶ້ນໃນປີ 2016​ ສົມທຽບໃສ່ 58 ກໍລະນີ​ ທີ່ລາຍງານໂດຍອົງ
ການ FBI.

ຮວມຢູ່ໃນ 4 ກໍລະນີ ທີ່ໄດ້ຮັບການສຶກສານັ້ນ ລາຍງານໄດ້ກ່າວຢ້ຳ ເຖິງການຄາດຕະ
ກຳພວກຊາວໜຸ່ມອາເມຣິກັນເຊື້ອສາຍອາຣັບ ທີ່ເປັນມຸສລິມ 3 ຄົນໃກ້ກັບມະຫາວິທະ
ຍາໄລນັອດຄາໂຣໄລນາທີ່ເມືອງແຊເປິ ຮິລ (Chapel Hill) ໃນປີ 2015 ນັ້ນວ່າ “ເປັນ
ກໍລະນີຍ້ອນການນັບຖືສາສະໜາຂອງພວກເຂົາເຈົ້າ.”

ເທັກຊັສແລະມິຊິແກນ ຊຶ່ງເປັນ 2 ລັດ ທີ່ມີພົນລະເມືອງຊາວອາຣັບອາໄສຢູ່ຂ້ອນຂ້າງ
ຫຼາຍນັ້ນ ໄດ້ສະແດງໃຫ້ເຫັນເຖິງການບໍ່ລົງລອຍກັນຢ່າງຈະແຈ້ງກ່ຽວກັບຂໍ້ມູນອາຊະ
ຍາກຳທີ່ພົວພັນກັບຄວາມກຽດຊັງ ລະຫວ່າງລັດແລະລັດຖະບານກາງ ທັງໃນປີ 2015
ແລະປີ 2016. ຕົວຢ່າງທີ່ລັດມິຊິແກນ ເຈົ້າໜ້າທີ່ຂອງລັດລາຍງານວ່າ ມີກໍລະນີຕໍ່ຕ້ານ
ຊາວອາຣັບເກີດຂຶ້ນ 14 ເທື່ອ ໃນຂະນະທີ່ອົງການ FBI ລາຍງານແຕ່ພຽງຄັ້ງດຽວ.

ສະຖາບັນດັ່ງກ່າວ ຍັງເວົ້າວ່າ ອົງການ FBI ຍັງສືບຕໍ່ ນັບບໍ່ພຽງພໍ ກໍລະນີຕໍ່ຕ້ານຊາວ
ອາເມຣິກັນເຊື້ອສາຍອາຣັບ ທັງໆທີ່ໄດ້ມີການຟື້ນຟູໃຫ້ຕິດຕາມເບິ່ງ ສະຖິຕິຂອງກໍລະ
ນີຕໍ່ຕ້ານອາຣັບຢ່າງໃກ້ຊິດ ເມື່ອ 3 ປີກ່ອນ.

ນາງມາຢາ ແບຣີ ຜູ້ອຳນວຍການບໍລິຫານຂອງສະຖາບັນດັ່ງກ່າວ ເວົ້າວ່າ “ປະຊາຄົມ
ອາເມຣິກັນເຊື້ອສາຍອາຣັບບໍ່ເຄີຍປະເຊີນໜ້າໃນລະດັບນີ້ກ່ຽວກັບການແນເປົ້າໝາຍ
ເພື່ອກໍ່ຄວາມຮຸນແຮງໃສ່ ນັບແຕ່ໄລຍະຫຼາຍໆເດືອນຫຼັງຈາກທີ່ໄດ້ມີການໂຈມຕີ ເມື່ອ
ວັນ 11 ເດືອນ 9 ແລະຄວາມແຕກຕ່າງທີ່ໄດ້ພົບເຫັນຢູ່ໃນລາຍງານຂອງພວກເຮົາສະ
ແດງໃຫ້ເຫັນວ່າ ຈຳນວນການກໍ່ອາຊະຍາກຳ ດ້ວຍຄວາມກຽດຊັງ ແລະກໍລະນີອະຄະ
ຕິຕໍ່ຊາວອາເມຣິກັນເຊື້ອສາຍອາຣັບແລະຊາວອາເມຣິກັນມຸສລິມແມ່ນສູງກວ່າທີ່ພວກ
ເຮົາຄິດໄວ້ອີກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG