ໜັງສືພິມ ນິວຢອກໄທມ໌ ລາຍງານວ່າ ພວກເຈົ້າໜ້າທີ່ຂອງອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ພາກັນຕື່ນຕົກໃຈເປັນທີ່ສຸດ ກ່ຽວກັບການກະທຳຂອງປະທານາທິບໍດີ ດໍໂນລ ທຣຳ ຫຼັງຈາກທ່ານໄດ້ປົດທ່ານເຈມສ໌ ໂຄມີອະດີດຜູ້ອຳນວຍການ ຂອງອົງການ FBI ຊຶ່ງໄດ້ພາໃຫ້ເລີ້ມມີການສືບສວນວ່າ ທ່ານໄດ້ເຮັດວຽກຕໍ່ຕ້ານຜົນປະໂຫຍດຂອງສະຫະລັດຫຼືບໍ່.
ໜັງສືພິມ ນິວຢອກໄທມ໌ ໃນວັນສຸກວານນີ້ ໄດ້ອ້າງຄຳເວົ້າ ຂອງອະດີດເຈົ້າໜ້າ ທີ່ປະຕິບັດກົດໝາຍທີ່ຂໍສະຫງວນຊື່ ແລະພວກທີ່ຮູ້ເລື້ອງດີ ກ່ຽວກັບການສືບສວນ ທີ່ກ່າວວ່າ ພວກເຈົ້າໜ້າທີ່ຕໍ່ຕ້ານການສືບລັບເລີ້ມດຳເນີນການສືບສວນເບິ່ງວ່າ “ທ່ານທຣຳຮູ້ຕົວຫຼືບໍ່ພວມເຮັດວຽກໃຫ້ຣັດເຊຍ ແລະໄດ້ຕົກຢູ່ພາຍໃຕ້ອິດທິພົນຂອງຣັດເຊຍໂດຍທີ່ບໍ່ໄດ້ຕັ້ງໃຈ.”
ພວກເຈົ້າໜ້າທີ່ກ່າວຕໍ່ໜັງສືພິມດັ່ງກ່າວວ່າ ຫຼັງຈາກທ່ານໂຄມີຖືກປົດໃນເດືອນພຶດສະພາ ປີ 2017 ແລ້ວ ພວກເຂົາເຈົ້າແມ່ນມີຄວາມເປັນຫ່ວງ ເວລາທ່ານທຣຳ ເອົາເລື້ອງປົດທ່ານໂຄມີ ໄປພົວພັນໃສ່ກັບການສືບສວນ ກ່ຽວກັບການແຊກແຊງຂອງຣັດເຊຍ.
ກ່ອນໜ້ານີ້ ພວກເຈົ້າໜ້ທີ່ປະຕິບັດກົດໝາຍ ໃຫ້ການຢືນຢັນວ່າ ຫຼັງຈາກໄດ້ປົດທ່ານໂຄມີແລ້ວ ທາງອົງການ FBI ກໍເລີ້ມການສືບສວນເບິ່ງວ່າ ການກະທຳດັ່ງກ່າວ ເປັນການຂັດຂວາງ ຂະບວນການຍຸຕິທຳຫຼືບໍ່. ແຕ່ແນວໃດກໍຕາມອີງຕາມລາຍງານຂອງໜັງສືພິມນິວຢອກໄທມ໌ແລ້ວ ສິ່ງທີ່ບໍ່ໄດ້ເປີດເຜີຍໃຫ້ປະຊາຊົນຮູ້ກໍແມ່ນວ່າ ພວກເຈົ້າໜ້າທີ່ປະຕິບັດກົດໝາຍຍັງໄດ້ຊອກຫາຊ່ອງທາງທີ່ຈະພິຈາລະນາເບິ່ງວ່າ ການກະທຳຂອງປະທານາທິບໍດີ ມີຄວາມເປັນໄປໄດ້ຫຼືບໍ່ ທີ່ອາດຈະເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ.
ການສືບສວນທັງໝົດແມ່ນຮັບຊ່ວງຕໍ່ ໃນໄລຍະຫຼາຍໆມື້ຕໍ່ມາ ເວລາໄອຍະການພິເສດ ທ່ານໂຣເບີດ ມັລເລີ ໄດ້ຖືກແຕ່ງຕັ້ງໃຫ້ສືບສວນ ເບິ່ງຄວາມພະຍາຍາມຂອງຣັດເຊຍ ທີ່ຈະໃຊ້ອິດທິພົນແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີໃນປີ 2016 ຕະຫຼອດທັງຄວາມເປັນໄປໄດ້ ໃນຄວາມສຳພັນລະຫວ່າງຣັດເຊຍແລະຄະນະໂຄສະນາຫາສຽງຂອງທ່ານທຣຳ.
ເວລານີ້ຍັງບໍ່ທັນມີຫຼັກຖານໃດໆທີ່ສະແດງໃຫ້ເຫັນວ່າ ທ່ານທຣຳໄດ້ຕິດຕໍ່ກັບຣັດເຊຍ ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງ ແລະທ່ານທຣຳໄດ້ປະຕິເສດມາເປັນເວລາດົນນານແລ້ວວ່າທ່ານບໍ່ມີການພົວພັນແບບຜິດກົດໝາຍໃດໆ. ຣັດເຊຍກໍໄດ້ປະຕິເສດຕໍ່ການກ່າວຫາດັ່ງກ່າວນີ້.
ທະນາຍຄວາມຂອງທ່ານທຣຳ ທ່ານຣູດີ ຈູລີອານີກ່າວຕໍ່ໜັງສືພິມນິວຢອກໄທມ໌ວ່າ ຖ້າເຈົ້າໜ້າທີ່ອົງການ FBI ໄດ້ສະຫຼຸບໄປແລ້ວວ່າ ທ່ານທຣຳໄດ້ເຮັດວຽກຕ້ານຜົນປະໂຫຍດອາເມຣິກັນ ປະຊາຊົນກໍຈະໄດ້ຍິນເລື້ອງນີ້ໄປແລ້ວ.
ທ່ານຈູລີອານີ ກ່າວຕໍ່ໜັງສືພິມສະບັບນີ້ວ່າ “ຄວາມຈິງແລ້ວມັນຢ້ອນຄືນໄປເມື່ອນຶ່ງປີເຄິ່ງແລະກໍບໍ່ມີຫຍັງເກີດຂຶ້ນ ທີ່ສະແດງໃຫ້ເຫັນວ່າມັນເປັນໄພຕໍ່ຄວາມໝັ້ນຄົງແຫ່ງຊາດ ໝາຍຄວາມວ່າ ພວກວເຂົາເຈົ້າບໍ່ໄດ້ພົບເຫັນຫຍັງເລີຍ.”