ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງຜູ້ອຳນວຍການ ອົງການ FBI ທ່ານ ແມັກເຄບ ຈະອອກບຳນານ ໃນປີ 2018


ທ່ານ ແອນດຣູ ແມັກເຄບ ຈາກອົງການ FBI ປະກົດຕົວຊ້ອງ
ໜ້າຄະນະກຳມະການສືບລັບສະພາສູງ ໃນການໃຫ້ປາກຄຳ
ທີ່ລັດຖະສະພາ ແຄັບປີຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 7 ມິຖຸນາ, 2017.
ທ່ານ ແອນດຣູ ແມັກເຄບ ຈາກອົງການ FBI ປະກົດຕົວຊ້ອງ ໜ້າຄະນະກຳມະການສືບລັບສະພາສູງ ໃນການໃຫ້ປາກຄຳ ທີ່ລັດຖະສະພາ ແຄັບປີຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 7 ມິຖຸນາ, 2017.

ຮອງຜູ້ອຳນວຍການອົງການ FBI ທ່ານ ແອນດຣູ ແມັກເຄບ, ທີ່ເປັນ ຈຸດເພັ່ງເລັງຂອງ
ການວິພາກວິຈານໃນປີທີ່ຜ່ານມາ ຈາກປະທານາທິບໍດີ ດໍໂນລ ທຣຳ ແລະ ສະພາຊິກ
ພັກຣີພັບບລີກັນໃນລັດຖະສະພານັ້ນ, ມີ ແຜນຈະອອກບຳນານໃນປີ 2018 ທີ່ຈະມາ
ເຖິງນີ້, ອີງຕາມລາຍງານ ຂອງໜັງສືພິມ ວໍຊິງຕັນ ໂພສ໌ ໃນວັນເສົາວານນີ້.

ທ່ານ ແມັກເຄບ ອາຍຸ 49 ປີ ແມ່ນເຈົ້າໜ້າທີ່ໝາຍເລກສອງ ໃນອົງ ການ FBI ແລະ
ເຄີຍເປັນຜູ້ອຳນວຍການຊົ່ວຄາວຫຼັງຈາກທ່ານ ທຣຳ ໄດ້ປົດອະດີດຜູ້ອຳນວຍການ
ທ່ານ ເຈມສ໌ ໂຄມີ ອອກຈາກຕຳແໜ່ງ ໃນເດືອນພຶດສະພາທີ່ຜ່ານມາ. ອີງຕາມການ
ກ່າວຂອງໜັງສືພິມ ວໍຊິງຕັນ ໂພສ໌ ນັ້ນ, ທ່ານ ແມັກເຄບ ມີແຜນທີ່ຈະອອກບຳນານ
ເມື່ອທ່ານມີສິດທີ່ຈະໄດ້ຮັບເງິນບຳນານຢ່າງສຳບູນ ໃນເດືອນມີນາ ປີໜ້ານີ້.

ບໍ່ດົນ ຫຼັງຈາກລາຍງານຂອງໜັງສືພິມ ໄດ້ເປີດເຜີຍນັ້ນ, ທ່ານ ທຣຳ ກໍໄດ້ຂຽນຂໍ້ຄວາມ
ໃນ ທວິດເຕີ ອີກຄັ້ງນຶ່ງກ່ຽວກັບ ການໂຕ້ຖຽງຂອງ ທ່ານ ກ່ອນໜ້ານີ້ວ່າ ພັນລະຍາຂອງ
ທ່ານ ແມັກເຄບ, ທ່ານນາງ ຈິລ, ຜູ້ທີ່ບໍ່ໄດ້ປະສົບຄວາມສຳເລັດ ໃນການລົງແຂ່ງຂັນ
ການເລືອກຕັ້ງສະ ພາສູງໃນປີ 2015 ທີ່ຜ່ານມາ, ໄດ້ຮັບເງິນເກືອບ 7 ແສນໂດລາ
ຈາກບັນດາພັນທະມິດຂອງທ່ານນາງ ຮິລແລຣີ ຄລິນຕັນ ໃນເວລາທີ່ ທ່ານ ແອນດຣູ
ແມັກເຄບ ໄດ້ເຂົ້າຮ່ວມໃນການສືບສວນສອບສວນ ກ່ຽວກັບ ການໃຊ້ອີເມລສ່ວນຕົວ
ຂອງທ່ານນາງ ຄລິນຕັນ ຕອນທີ່ເພິ່ນ ເປັນລັດຖະມົນຕີການຕ່າງປະເທດຢູ່ນັ້ນ.

ອົງການ FBI ໄດ້ກ່າວວ່າ ທ່ານ ແມັກເຄບ ບໍ່ໄດ້ເລີ່ມຄວບຄຸມການ ສືບສວນສອບສວນ
ທ່ານນາງ ຄລິນຕັນ ຈົນກວ່າການໂຄສະນາຫາ ສຽງເອົາຕຳແໜ່ງໃນສະພາສູງປະຈຳ
ລັດ ຂອງພັນລະຍາຂອງເພິ່ນໄດ້ສິ້ນສຸດ ລົງ. ອີງຕາມໂຄງການໆເຂົ້າເຖິງຂໍ້ມູນສາທາ
ລະນະຂອງລັດ ເວີຈິເນຍ ນັ້ນ, ການບໍລິຈາກທີ່ສຳຄັນສອງຄັ້ງທີ່ທ່ານນາງ ຈິລ ແມັກ
ເຄບ ໄດ້ ຮັບນັ້ນ, ເຊິ່ງລວມທັງໝົດແມ່ນເກືອບ 7 ແສນໂດລາ, ແມ່ນໄດ້ມາ ຈາກຄະນະ
ກຳມະການ ການປະຕິບັດງານ ທາງການເມືອງຂອງຜູ້ປົກຄອງລັດເວີຈິເນຍທ່ານ ເທີຣີ
ແມັກໂອລິຟ໌, ສັງກັດພັກເດໂມແຄຣັດ ແລະ ເປັນໝູ່ຂອງທ່ານນາງ ຄລິນຕັນ, ແລະ ໄດ້
ມາຈາກພັກເດໂມແຄຣັດລັດເວີຈິເນຍ.

ທ່ານ ທຣຳ ຜູ້ທີ່ໄດ້ໄປໃຊ້ເວລາວັນພັກທີ່ບ້ານພັກຕາອາກາດຂອງທ່ານ ໃນລັດຟລໍຣິດາ
ນັ້ນ ໄດ້ກ່າວໃນຂໍ້ຄວາມຂອງທ່ານທີ່ຂຽນໃນ ທວິດເຕີ ເປັນຄັ້ງທີ່ສອງເມື່ອວັນເສົາວານ
ນີ້ວ່າ, ຮອງຜູ້ອຳນວຍການ FBI ທ່ານ ແອນດຣູ ແມັກເຄບ ແມ່ນກຳລັງແຂ່ງຂັນກັບເວ
ລາເພື່ອອອກບຳນານ ດ້ວຍຜົນປະໂຫຍດທີ່ຄົບຖ້ວນ ອີກ 90 ວັນແມ່ນບໍ?

ໂຄສົກອົງການ FBI ໄດ້ປະຕິເສດຕໍ່ຄຳເຫັນດັ່ງກ່າວ.

ທ່ານ ແມັກເຄບ ໄດ້ຖືກວິພາກວິຈານ ຈາກພັກຣີພັບບລີກັນ ໃນປີທີ່ຜ່ານມາ ຍ້ອນການ
ສືບສວນສອບສວນຂອງສຳນັກງານ FBI ກ່ຽວກັບ ບັນ ຫາອີເມລຂອງທ່ານນາງ ຄລິນ
ຕັນ ພ້ອມກັບຄວາມເປັນໄປໄດ້ ໃນການ ສົມຮູ້ຮ່ວມຄິດ ທີ່ອາດເປັນໄປໄດ້ ລະຫວ່າງ
ການໂຄສະນາຫາສຽງປະທານາທິບໍດີໃນປີ 2016 ຂອງທ່ານ ທຣຳ ກັບ ຣັດເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG