ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ລະເບີດສະຫຼະຊີບ ໄດ້ສັງຫານ 6 ຄົນໃນນະຄອນຫຼວງຂອງ ອັຟການິສຖານ


ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ຢືນເຝົ້າດ່ານ ກວດກາ ໃກ້ກັບສະຖານທີ່ຂອງອົງການສືບລັບແຫ່ງຊາດຂອງ ອັຟການິສຖານ. ນະຄອນຫຼວງ ກາບູລ, ອັຟການິສຖານ. 25 ທັນວາ, 2017.

ບັນດາເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ລະເບີດສະຫຼະຊີບຄັ້ງນຶ່ງ ທິີ່ໄດ້ແຕກຂຶ້ນໃນ
ນະຄອນຫຼວງ ກາບູລ ເມື່ອຕອນເຊົ້າຂອງວັນຈັນມື້ນີ້ ໄດ້ສັງຫານເຈົ້າໜ້າທີ່ສືບລັບສອງ
ຄົນ ແລະ ພົນລະເຮືອນ 4 ຄົນ, ແລະອີກສອງຄົນໄດ້ຮັບບາດເຈັບ.

ລະເບີດແຕກໄດ້ເກີດຂຶ້ນ ຢູ່ໃກ້ກັບດ່ານກວດກາຄວາມປອດໄພ ໃນຖະໜົນທີ່ແອອັດ
ໃນນະຄອນຫຼວງຂອງປະເທດ. ປາກົດວ່າ ມືລະເບີດ ຢາກແນເປົ້າໃສ່ບັນດາກອງກຳ
ລັງຮັກສາຄວາມປອດໄພ ແລະ ໃນທາງກົງກັນຂ້າມ ໄດ້ໂຈມຕີຖືກລົດຂອງພົນລະ
ເຮືອນ ອີງຕາມການກ່າວຂອງທ່ານ ນາຈິບ ດານິຊ໌ ໂຄສົກກະຊວງພາຍໃນ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການລະເບີດດັ່ງກ່າວຜ່ານອົງ
ການຂ່າວ ອາມັກ ຂອງພວກເຂົາ.

ລະເບີດແຕກໃນວັນຈັນມື້ນີ້ ໄດ້ເກີດຂຶ້ນນຶ່ງອາທິດ ຫຼັງຈາກພວກ ລັດອິສລາມ ໄດ້ອ້າງ
ເອົາຜົນງານໃນການໂຈມຕີໃສ່ສະຖານທີ່ກົມຝຶກຊ້ອມການຮັກສາຄວາມປອດໄພແຫ່ງ
ຊາດໃນນະຄອນຫຼວງ ກາບູລ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG