ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກ​ຊ່ຽວຊານ ​ສົງໄສວ່າ ​ອາວຸດ​ໄມ​ໂຄຣ​​ເວວ ແມ່ນ​ເປັນ​ຕົວການ ທຳລາຍບັນດາ ນັກການທູດອາເມຣິກັນ ໃນຄິວບາ


ພວກນັກທ່ອງທ່ຽວພາກັນຂີ່ລົດເກົ່າແກ່ທີ່ສະສົມໄວ້ ຫຼື vintage car ຕໍ່ໜ້າ ສະຖານທູດອາເມຣິກັນ ໃນນະຄອນຫຼວງ
ຮາວານາ, ຄິວບາ, 17 ມີນາ 2016.
ພວກນັກທ່ອງທ່ຽວພາກັນຂີ່ລົດເກົ່າແກ່ທີ່ສະສົມໄວ້ ຫຼື vintage car ຕໍ່ໜ້າ ສະຖານທູດອາເມຣິກັນ ໃນນະຄອນຫຼວງ ຮາວານາ, ຄິວບາ, 17 ມີນາ 2016.

ພວກ​ນັກ​ຊ່ຽວຊານ ​ເລີ້ມ​ພາກັນສົງ​ໄສຫຼາຍຂຶ້ນເລື້ອຍໆ ວ່າ​ອາວຸດ​ໄມ​ໂຄຣເວບວ໌ ​ແມ່ນ​ເປັນ​
ຕົວການພາ​ໃຫ້​ເກີດ​ການ​ພິການ​ທາງ​ສະໝອງແທ້ບໍ ສຳລັບພວກ​ນັກ​ການ​ທູດຊາວ
​ອາ​ເມຣິກັນ ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ ເກືອບ 40 ຄົນ ​ ​ໃນ​ປະ​ເທດ​ຄິວ​ບາ
​ແລະ​ອາດ​ເປັນ​ໄປ​ໄດ້ ຢູ່​ໃນປະເທດ​ຈີນ​ນຳ, ຕາມລາຍ​ງານຂອງ​ໜັງສື​ພິມ New York
Times ນັ້ນ. ​

ຊາວ​ອາ​ເມຣິກັນ ​ໄດ້​ລາຍ​ງານ​ວ່າ ​ໄດ້​ເກີດ​ມີ​ສຽງດັງ​ທີ່​ເປັນ​ສຽງ​ສູງ ຢູ່ຂ້າງ​ນອກ​ບ້ານ
​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ນະຄອນ ຮາ​ວາ​ນາ ​ແລະ​ໂຮງ​ເຮ​ມ ​ໃນ​ປີ 2016 - 2017
ແລ້ວຫຼັງ​ຈາກ​ນັ້ນ ກໍໄດ້ເກີດ​ມີ​ອາການ​ປວດ​ຫົວຢ່າງ​ຮຸນ​ແຮງ ປວດຮາກ ອ່ອນ​ລ້າ
​ແລະບໍ່​ໄດ້​ຍິນສຽງ.

​ໃນ​ລາຍ​ງານ​ສະບັບ​ນຶ່ງ​ກ່ຽວ​ກັບ​ພວກ​ຜູ້​ປ່ວຍ ​ໃນ​ຕົ້ນ​ປີ​ນີ້ ບໍ່​ໄດ້​ກ່າວ​ເຖິງສາ​ເຫດ​ຂອງ
​ການ​ປ່ວຍ​ເລີຍ.

​ແຕ່​ວ່າ ຫຼັງ​ຈາກ​ທີ່​ໄດ້​ວິນິດ​ໄສພວກ​ຜູ້​ປ່ວຍ​ຫຼາຍ​ກວ່າ 20 ຄົນ​ແລ້ວ​ ​ເຈົ້າ​ຂອງ​ລາຍ​ງານ
​ດຣ. ດາກລາສ ສມິ​ທ໌ ຫົວໜ້າສູນ​ກາງ​ຜ່າຕັດ​ສະໝອງ ທີ່​ມະຫາວິທະຍາ​ໄລ​ເພັນ​ຊິ​ເວ​ເນຍ ກໍໄດ້ບອກວີ​ໂອ​ເອວ່າ ອາວຸດ​ໄມ​ໂຄຣເວບວ໌ ​ຍິ່ງ​ເບິ່ງ ຄື​ວ່າ ຈະ​ເປັນຕົວການ.

“​ແມ່ນ​ພະລັງ​ຂອງເຄື່ອງກົນໄກອັນ​ໃດ ທີ່ອາດ​ສາມາດປ່ຽນ​ແປງສະໝອງ ​ໄປ​ໃນ
​ທາງ​ທີ່​ວ່າ ​ຄ້າຍຄື​ກັນ​ກັບ​ການລະ​ເບີດ​ຫົວ ໃນ​ທີ່​ສຸດ, ​ແຕ່​ວ່າ​ມັນ​ບໍ່​ມີ​ຫຼັກ​ຖານອັນໃດ ທີ່ບອກວ່າເຄື່ີອງ​ກົນໄກອັນໃດຈະສ້າງ​ບາດ​ແຜ​ໄດ້ໃຫຽ່ປານນັ້ນ,”
ດັ່ງທີ່ທ່ານ​ໄດ້
ຕັ້ງຄຳ​ຖາມ​ຂຶ້ນ​ມາ.

​ດຣ. ສມິ​ທ໌ ​ໄດ້​ກ່າວວ່າ ທ່ານ​ແລະ​ຄະນະ​ຂອງ​ທ່ານ ​ໄດ້​ກວດ​ພວກ​ເຄາະ​ຮ້າຍ ​ຕາມ​ຄໍາ
​ຂໍຮ້ອງຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ​ວ່າ​ພວກ​ເຂົາ​ເຈົ້າ​ທັງ​ໝົດ ​ແມ່ນ​ມີ​ອາການ
​ແບບ​ດຽວ​ກັນ ທີ່​ວ່າ ​ຫົວຂອງພວກ​ເຂົາ​ເຈົ້າ ​ໄດ້​ປະສົບ​ກັບການ​ກະທົບ​ຢ່າງແຮງ.

ດຣ.ສມິ​ທ໌ ​ໄດ້​ປັດເຄ່ຍ​ຄວາມ​ຄິດ​ເຫັນ​ທີ່​ວ່າ​ ມັນ​ໄດ້​ມີ​ບາງ​ຢ່າງ​ທີ່​ພົວພັນ​ກັບ​ໂຣກປະ​ສາດ ​ໃນໝູ່ພວກ​ນັກ​ການ​ທູດ​ດັ່ງກ່າວ, ​ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ກວດ​ສ​ອບ​ເບິ່ງ
​ໃນແຕ່ລະກໍລະນີ​ຕ່າງກັນ ​ແລະ​ວ່າ ບໍ່​ມີ​ໃຜ​ຈະສາມາດ​ທຳທ່າເຮັດ​ອາການ​ເຈັບປວດ
​ແບບ​ນີ້ຂຶ້ນມາຫຼອກລວງ.

ທ່ານ​ແອ​ລ​ເລັນ ​ເຟຣ ນັກວິທະຍາສາດ​ອາ​ເມຣິກັນ ​ໄດ້​ຄົ້ນ​ພົບ ​ໃນ​ປີ 1960 ທີ່​ວ່າ
ສະໝອງ​ຂອງ​ມະນຸດ​ສາມາດ ​ທີ່​ຈະໄດ້ຍິນແລະ​ຮັບຮູ້ສຽງຂອງ​ໄມ​ໂຄຣເວບວ໌​ໄດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG