ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບົດລາຍງານ: ເຖິງແມ່ນວ່າກອງກຳລັງທະຫານບ້ານຖືກຍຸບເລີກ, ແຕ່ກຸ່ມຕໍ່ຕ້ານລັດຖະບານ ໄດ້ເພີ້ມຂຶ້ນຢູ່ໃນສະຫະລັດ

ແຟ້ມພາບ - ກຸ່ມກໍ່ຄວາມຮຸນແຮງທີ່ຈົງຮັກພັກດີຕໍ່ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ກໍ່ຄວາມວຸ້ນວາຍຢູ່ນອກຕຶກຫໍສະພາ ວັນທີ 6 ມັງກອນ 2021 ໃນ ວໍຊິງຕັນ. ສູນກົດໝາຍຄວາມທຸກຍາກພາກໃຕ້ ນັບກຸ່ມຕໍ່ຕ້ານລັດຖະບານໄດ້ 702 ກຸ່ມ ໃນປີ 2022, ເພີ້ມຂຶ້ນ 44% ຈາກ 488 ກຸ່ມໃນປີ 2021, ອີງຕາມບົດລາຍງານສະບັບໃໝ່

ຈຳນວນພວກກຸ່ມຫົວຮຸນແຮງຕໍ່ຕ້ານລັດຖະບານໃນສະຫະລັດໄດ້ເພີ່ມສູງຂື້ນໃນປີກາຍນີ້, ເຖິງແມ່ນວ່າກອງ​ກຳ​ລັງ​ທ​ະ​ຫານ​ບ້ານບາງກຸ່ມໄດ້ຍຸບເລີກແລ້ວ ແລະກຸ່ມກຽດຊັງຫຼຸດກໍ່ຫລຸດລົງ, ອີງຕາມບົດລາຍງານສະບັບໃໝ່ ທີ່ເປີດເຜີຍໃນວັນອັງຄານວານນີ້ ໂດຍສູນກົດໝາຍຄວາມທຸກຍາກພາກໃຕ້ (the Southern Poverty Law Center) ຫຼື SPLC.

ສູນ​ກາງ SPLC ນັບກຸ່ມຕໍ່ຕ້ານລັດຖະບານໄດ້ 702 ກຸ່ມ ໃນປີ 2022, ເຊິ່ງເພີ່ມຂຶ້ນ 44% ຈາກ 488 ໃນປີ 2021, ແລະ ຫຼາຍທີ່ສຸດນັບຕັ້ງແຕ່ປີ 2015.

ການເພີ່ມຂື້ນດັ່ງກ່າວສ່ວນໃຫຍ່ແມ່ນມີຮັບແຮງກະຕຸ້ນມາຈາກການທີ່ SPLC ກຳນົດໃຫ້ກຸ່ມສິດທິຜູ້ປົກຄອງອະນຸລັກນິຍົມ Moms for Liberty ແລະ 11 "ກຸ່ມຕ້ານການມີສ່ວນຮ່ວມ ຂອງນັກຮຽນ", ອີງຕາມທ່ານ ທຣາວິສ ແມັກອາດາມ (Travis McAdam), ນັກວິເຄາະການວິໄຈອາວຸໂສໃນໂຄງການຂ່າວກອງ (Intelligence Project ) ຂອງ SPLC. SPLC ກ່າວວ່າກຸ່ມເຫຼົ່ານີ້ໃຊ້ກົນລະຍຸດຫົວຮຸນແຮງເພື່ອຕ້ານຄວາມຫຼາກຫຼາຍ ແລະການມີສ່ວນ ຢູ່ໃນໂຮງຮຽນ.

"ສາຂາຂອງພວກເຂົາເພີ່ມຂຶ້ນຢ່າງວ່ອງໄວ ຍ້ອນວ່າພວກເຂົາກຳນົດເປົ້າຫມາຍໄປທີ່ໂຮງຮຽນໃນທ້ອງຖິ່ນ ດ້ວຍການໂຄສະນາເຜີຍແຜ່ທີ່ປະສົງຮ້າຍ ແລະ ໃຊ້ຂໍ້ມູນຜິດໆ ເຊິ່ງເຮັດໃຫ້ຊຸມຊົນ LGBTQ+ ຫຼຸດລົງ ແລະພະຍາຍາມລົບລ້າງການສອນປະຫວັດສາດທີ່ຖືກຕ້ອງ,"ທ່ານ ແມັກອາດາມໄດ້ກ່າວຜ່ານທາງອີເມລ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG