ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົບ​ລ້າງ ກ.ໝ. ປະກັນໄພ ສຸຂະພາບ ລາຄາຖືກ ຈະ​ເຮັດ​ໃຫ້​​ ການຂາດດຸນງົບປະມານ ສູງຂື້ນ


Obamacare ທີ່​ຮູ້​ກັນຢ່າງ​ເປັນ​ທາງ​ການ ​ໃນນາມກົດໝາຍ ປະກັນ​ໄພ​ສຸຂະ​ພາບລາຄາຖືກ.
Obamacare ທີ່​ຮູ້​ກັນຢ່າງ​ເປັນ​ທາງ​ການ ​ໃນນາມກົດໝາຍ ປະກັນ​ໄພ​ສຸຂະ​ພາບລາຄາຖືກ.

ລາຍ​ງານ​ໃໝ່ສະບັບນຶ່ງ​ກ່າວ​ວ່າ ການລົບ​ລ້າງກົດໝາຍ “Oba-
macare” ທີ່​ເປັນບັນຫາ​ຂັດ​ແຍ້​ງ ຊຶ່ງໄດ້​ຂະຫຍາຍ ​ການເຂົ້າ
ເຖິງປະກັນ​ໄພ​ສຸຂະພາບ​ ຢູ່​ໃນສະຫະລັດ ຈະ​ເພີ້ມຄ່າໃຊ້ຈ່າຍ
ຂື້ນ 137 ພັນ​ລ້າ​ນ​ໂ​ດລາໂດຍ​ເຮັດ​ໃຫ້ 19 ລ້ານ​ຄົນບໍ່​ມີ​ປະກັນ​
ໄພ ​ແລະ​ເຮັດ​ໃຫ້​ເສດຖະກິດ ​ຂະຫຍາຍໂຕ​ພຽງເລັກນ້ອຍ ໃນ
ໄລຍະ 10 ປີຕໍ່ໜ້າ​.

ຫ້ອງການ​ງົບປະ​ມານ​ທີ່​ບໍ່​ເຂົ້າ​ຂ້າງອອກ​ຂາພັກໃດພັກນຶ່ງຂອງ
​ສະພາຫລື CBO ຊຶ່ງມີໜ້າທີ່​ວິ​ເຄາະເບິ່ງ​ຜົນ​ກະທົບ​ຕໍ່ເສດຖະ
ກິດ ​ແລະ​ງົບປະ​ມານ ກ່ຽວກັບການສະ​ເໜີ​ກົດໝາຍຕ່າງໆ ​ໄດ້
ນຳ​ລາຍ​ງານອອກເຜີຍແຜ່ ​ໃນ​ວັນ​ສຸກ​ວານ​ນີ້.

ກົດໝາຍ Obamacare ທີ່​ຮູ້​ກັນ​ເປັນ​ທາງ​ການ​ໃນນາມ ກົດໝາຍປະກັນ​ໄພ​ສຸ ຂະ​ພາບ
​ລາຄາຖືກ ​ໄດ້​ເຊັນ​ເປັນ​ກົດໝາຍ​ໃນ​ປີ 2010 ຫລັງ​ຈາກ​ມີ​ການ​ຂັດ​ແຍ້​ງ ດ້ານ​ການ​ເມືອງ
ທີ່​ສຳຄັນ. ພັກຣີພັບ​ບລິ​ກັນ ​ໄດ້​ພະຍາຍາມ​ລົບ​ລ້າງກົດໝາຍນີ້​ຫລາຍ​ຄັ້ງມາແລ້ວ.

ຫ້ອງການງົບປະມານ CBO ຂອງສະພາ ກ່າວ​ວ່າ ການ​ເຕີບ​ໂຕ​ຂອງເສດຖະກິດຈະ​ເພີ້​ມ
ຂື້ນ ​ໃນລະຫວ່າງຈຸດເຈັດ ຫາຈຸດສິບ​ເປີ​ເຊັນ​ຕໍ່​ປີ ​ເພາະວ່າຫຼາຍ​ຄົນ​ຕ້ອງ​ໄດ້​ຊອກ​ຫາ​ວຽກ​ການເຮັດ ຫລື​ເຮັດ​ວຽກ​ຫລາຍ​ຊົ່ວ​ໂມງຕື່ມຂຶ້ນ ຖ້າ​ຫາກ​ເຂົາ​ເຈົ້າ​ສູນເສຍ​ການ​ຊ່ວຍ​ເຫລືອ
ໃນການຊື້​ປະກັນ​ໄພ​ສຸຂະພາບ.

ລາຍ​ງານ​ນີ້ມີ​ຂື້ນ​ໃນ​ຂະນະທີ່ສານ​ສູງ​ສຸດສະຫະລັດ ກຳລັງ​ພິຈາລະນາ​ການ​ທ້າ​ທາຍ ຕໍ່
ບາງສ່ວນ​ຂອງ​ກົດໝາຍດັ່ງກ່າວ. ການ​ຕັດສິນຄາດ​ວ່າ​ຈະ​ປະກາດໃຫ້ຮູ້​ໃນ​ທ້າຍ​ເດືອນ​
ມິຖຸນາ​ນີ້.

XS
SM
MD
LG